ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເພີ່ມກິດຈະການຜະລິດຕະພັນຢາສູບຈາກພືດຊະນິດຕ່າງໆ ເພື່ອສົ່ງອອກ

Jan 13, 2025

ເມື່ອບໍ່ດົນມານີ້, ທີ່ພະແນກແຜນການ ແລະ ການລົງທຶນ ແຂວງຫລວງນ້ຳທາ ໄດ້ເຊັນສັນຢາເພີ່ມເຕີມກິດຈະການ ຂອງໂຮງງານຢາສູບທຽນຫລົງ ຈຳກັດ ຜະລິດຕະພັນຢາສູບທີ່ຜະລິດຈາກພືດເຊັ່ນ: ໃບຊາ, ກາເຟ ແລະ ສະໝູນໄພ ເພື່ອສົ່ງອອກ 100%.
ຕາງໜ້າເຊັນໂດຍທ່ານ ວົງມະນີ ເພື່ອປະຊາ ຫົວໜ້າພະແນກ ແຜນການ ແລະ ການລົງທຶນແຂວງ, ທ່ານ ຄຳລາ ຂານສະຫງ່າ ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າແຂວງ ແລະ ທ່ານ ເທີນເຊີງ ປະທານບໍລິສັດຢາສູບທຽນຫລົງ ຈຳກັດ, ມີທ່ານ ອ່ອນຈັນ ຄຳພາວົງ ຮອງເຈົ້າແຂວງໆຫລວງນ້ຳທາ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການເພີ່ມເຕີມກິດຈະການຂອງໂຮງງານຢາສູບທຽນຫລົງ ຈຳ ກັດ ຜະລິດຕະພັນຢາສູບ ທີ່ຜະລິດຈາກພືດ ເຊິ່ງໂຮງງານຕັ້ງຢູ່ບ້ານບໍ່ປຽດ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ. ສ່ວນເນື້ອທີ່ແມ່ນຖືເອົາຕາມສັນຍາ ສະບັບເລກທີ 1067/ພຜທ ລົງວັນທີ 7 ກັນຍາ 2010 ເປັນການລົງທຶນຂອງເອກະຊົນ 100%, ມູນຄ່າການລົງທຶນ 1 ລ້ານໂດລາສະຫະລັດ ໂດຍມີອາຍຸການສຳປະທານ 30 ປີ.
ຂ່າວ: ສົມພອນ ຂຸນດາວົງ