ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະບານ ປະດັບຫລຽນກາມິດຕະພາບ ໃຫ້ທູດຕຸຣະເຄຍ ປະຈໍາລາວ

Jan 13, 2025

ໃນວັນທີ 13 ມັງກອນ 2025 ນີ້, ຢູ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນພົມວິຫານ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ໂອຣຮັນເອີຊຶກ (Orhan ISIK) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ຕຸຣະເຄຍ ປະຈຳລາວ ໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດ, ພ້ອມທັງຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫລຽນກາມິດ ຕະພາບ ໃຫ້ທ່ານເອກອັກຄະລັດຖະທູດ ເພື່ອເປັນການຍ້ອງຍໍຊົມເຊີຍຕໍ່ຜົນງານການປະກອບສ່ວນເຂົ້າໃນການເສີມຂະຫຍາຍ ການພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງສອງປະເທດ ລາວ-ຕຸຣະເຄຍ.
ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ທອງສະຫວັນ ພົມວິ ຫານ ໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍ ທ່ານ ໂອຣຮັນ ເອີຊຶກ ຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ການທູດຢ່າງສົມກຽດຂອງທ່ານຢູ່ ສປປ ລາວ ຕະຫລອດໄລຍະ 4 ປີກວ່າ ແລະ ຕີລາຄາສູງຕໍ່ການເຄື່ອນໄຫວຢ່າງຫ້າວຫັນຂອງທ່ານທູດທີ່ໄດ້ປະກອບສ່ວນສຳຄັນໃນການຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີລະຫວ່າງສອງປະເທດ ລາວ-ຕຸຣະເຄຍ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍໃຫ້ນັບມື້ນັບຂະຫຍາຍຕົວ ແລະ ດີຂຶ້ນເປັນກ້າວໆ ໂດຍສະເພາະທ່ານທູດ ໄດ້ຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງລະຫວ່າງສອງປະເທດຢ່າງຕັ້ງໜ້າ, ຊຶ່ງໄລຍະທີ່ ທ່ານທູດປະຕິບັດໜ້າທີ່ຢູ່ລາວໄດ້ເດີນທາງຢ້ຽມຢາມຕຸຣະເຄຍຢ່າງເປັນທາງການຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໃນຕົ້ນປີ 2024, ພ້ອມທັງໄດ້ລົງນາມໃນ MOU ວ່າດ້ວຍການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຕຸຣະເຄຍໃຫ້ມີ ການແລກປ່ຽນຖອດຖອນບົດຮຽນ ໃນວຽກງານການປະຕິຮູບລັດວິສະຫະກິດຂະແໜງໄຟຟ້າ; ຊຸກຍູ້ການຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສາມຝ່າຍລາວ-ກອງເລຂາອາຊຽນ-ຕວັກກີ ຂອງລັດຖະມົນຕີ ຕຸຣະເຄຍ ໃນໄລຍະກອງປະຊຸມລະດັບລັດຖະ ມົນຕີອາຊຽນໃນເດືອນກໍລະກົດ 2024 ທີ່ ສປປ ລາວເປັນເຈົ້າພາບ ແລະ ເຊັນ MOU ສ້າງຕັ້ງສະພາອຸດສະຫະກໍາ ແລະ ການຄ້າລາວ-ຕຸຣະເຄຍ. ພ້ອມນີ້, ທ່ານລັດຖະມົນຕີ ທອງສະ ຫວັນ ພົມວິຫານ ຍັງໄດ້ສະແດງຄວາມຊົມເຊີຍ ທ່ານ ໂອຣຮັນ ເອີຊຶກ ທີ່ໄດ້ຮັບໜ້າທີ່ເປັນທູດອາວຸໂສຂອງທູຕານູທູດປະຈຳ ສປປ ລາວ ໃນປີ 2023 ແລະ 2024 ຊຶ່ງໄດ້ນໍາພາບັນດາທູດຕານູທູດ ເຄື່ອນໄຫວຢ່າງຕັ້ງໜ້າ ແລະ ຮັກສາໄວ້ຄວາມສາມັກຄີອັນແໜ້ນແຟ້ນ ກໍຄື ການພົວພັນຮ່ວມມືອັນດີງາມ ລະຫວ່າງ ບັນດາສະຖານທູດຕ່າງໆ ທີ່ນະຄອນຫລວງວຽງຈັນ.
ໃນໂອກາດດຽວກັນນີ້, ທ່ານ ໂອຣຮັນ ເອີຊຶກ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ກໍຄື ປະຊາຊົນລາວ ລວມທັງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນຊ່ວຍເຫລືອ ແລະ ອຳນວຍຄວາມສະ ດວກເປັນຢ່າງດີຕະຫລອດໄລຍະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນຄັ້ງນີ້ ກໍຄື ການເຮັດໜ້າທີ່ເປັນທູດອາວຸໂສຂອງທູຕານູທູດປະຈຳ ສປປ ລາວ ໃນປີ 2023 ແລະ 2024 ຈົນໄດ້ຮັບຜົນສຳເລັດອັນຈົບງາມ, ສະແດງຄວາມປິຕິຍິນດີ ແລະ ຂອບໃຈຢ່າງຈິງໃຈຕໍ່ລັດຖະບານລາວ ທີ່ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານຂອງຕົນຈົນໄດ້ຮັບການປະດັບຫລຽນກາມິດຕະພາບ, ຊຶ່ງເປັນສັນຍາລັກທີມີຄວາມໝາຍສຳຄັນໃນການຊຸກຍູ້ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດຕວັກກີ-ລາວ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ຫວັງຢ່າງຍິ່ງວ່າຈະໄດ້ກັບມາຢ້ຽມຢາມ ສປປ ລາວ ອີກຄັ້ງ.
ພ້ອມກັນນີ້, ທ່ານລັດຖະມົນຕີ ແລະ ທ່ານທູດ ຍັງໄດ້ຕີລາຄາການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ສ ຕຸຣະເຄຍ ໃນໄລຍະຜ່ານມາ ນັບຕັ້ງແຕ່ສອງຝ່າຍໄດ້ມີການສ້າງຕັ້ງສາຍພົວພັນການທູດນັບແຕ່ປີ 1958 ເປັນຕົ້ນມາ, ຊຶ່ງປີນີ້ຄົບຮອບ 67 ປີ, ສອງຝ່າຍໄດ້ມີການພົວພັນທາງດ້ານການເມືອງ ແລະການທູດນຳກັນຢ່າງເປັນປົກກະຕິ, ມີການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນຢ່າງເປັນປະຈຳ, ພ້ອມທັງໄດ້ໃຫ້ການສະໜັບສະ ໜູນ ເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນຢ່າງເປັນປົກກະຕິ. ຝ່າຍລາວຍັງໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈມາຍັງທ່ານທູດ ແລະ ຜ່ານທ່ານທູດໄປຍັງລັດຖະບານ ແລະ ປະຊາຊົນຕຸຣະເຄຍທີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ຕະຫລອດໄລຍະຜ່ານມາໂດຍສະເພາະຜ່ານອົງການຮ່ວມມື ແລະ ປະສານງານຂອງຕຸຣະເຄຍ (Turkish Cooperation and Coordination Agency-TIKA) ຕໍ່ຂະແໜງສາທາ ລະນະສຸກ, ສຶກສາ, ກະສິກໍາ, ແຮງງານ ແລະສະຫວັດດີການສັງຄົມ ກໍຄື ການສົ່ງເສີມທັກສະ ແລະ ຄວາມກ້າວໜ້າຂອງຊາວໜຸ່ມ ແລະ ແມ່ຍິງລວມທັງການຊ່ວຍເຫລືອດ້ານມະນຸດສະທຳ ໃນວຽກງານການບັນເທົາທຸກຈາກໄພພິບັດທຳມະຊາດໃນ ສປປ ລາວ ແລະ ການຫລຸດຜ່ອນຄວາມສ່ຽງຕໍ່ລະເບີດບໍ່ທັນແຕກ ແລະ ອື່ນໆ.
ໃນຕອນທ່ຽງຂອງວັນດຽວກັນ, ທ່ານລັດຖະມົນຕີ ກໍໄດ້ໃຫ້ກຽດເປັນເຈົ້າພາບຈັດງານລ້ຽງອຳລາຕາມປະເພນີທີ່ເຄີຍປະຕິ ບັດ ເພື່ອເປັນກຽດ ແລະ ອວຍໄຊໃຫ້ພອນໃຫ້ແກ່ທ່ານທູດເດີນ ທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.
ຂ່າວ: ກຕທ