ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

3 ປີຜ່ານມາ ເມືອງບາຈຽງຈະເລີນສຸກ ແກ້ໄຂກຸ່ມຄ້າ-ຂາຍ ແລະ ມົ້ວສຸມເສບຢາເສບຕິด ໄດ້ 361ຄັ້ງ, ກັກຕົວຕ້ອງຫາໄດ້ 528 ຄົນ

Jan 13, 2025

ທ່ານ ພັນໂທ ສີພູມ ທອງສະໝຸດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານ, ຫົວໜ້າກອງບັນຊາການປ້ອງກັນຄວາມສະ ຫງົບ (ປກສ) ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ໃຫ້ສໍາພາດວ່າ: 5 ປີຜ່ານມາ (2019 – 2024), ເມືອງບາຈຽງຈະເລີນສຸກ ໄດ້ສຸມໃສ່ການປັບປຸງກໍ່ສ້າງບ້ານຕົວແບບເຮັດວຽກງານປ້ອງກັນຊາດ – ປອ້ງກັນຄວາມສະຫງົບດີໃຫ້ໄປຕາມມາດຖານເງື່ອນໄຂ,ຮັບປະກັນໄດ້ທາງດ້ານຄຸນະພາບ ແລະປະລິມານ ໂດຍເລັງໃສ່ແມ່ນການປັບປຸງກໍ່ສ້າງ ແລະ ນຳພາກຳລັງ ປກຊ – ປກສ ບ້ານ ໃຫ້ມີຄວາມຮັບຮູ້ – ເຂົ້າໃຈໃນການເຄື່ອນໄຫວໜ້າທີ່ຕາມພາລະບົດບາດ ແລະ ໜ້າທີ່ຄວາມຮັບຜິດຊອບ ເຮັດໃຫ້ກຳລັງ ກາຍເປັນກຳລັງຫຼັກແຫຼ່ງເຮັດວຽກງານປອ້ງກັນຄວາມສະຫງົບຢູ່ຂັ້ນບ້ານໄດ້ເປັນຢ່າງດີ. ວຽກງານຮາກຖານ, ໃນທີ່ຜ່ານມາສາມາດປະກາດ ແລະ ຮັບຮອງເປັນບ້ານຕົວແບບດ້ານວຽກງານ ປກຊ – ປກສ ໄດ້ທັງໝົດ 47 ບ້ານ ເທົ່າກັບ 100% ຂອງຈໍານວນບ້ານ ທົ່ວເມືອງ. ຈາກນັ້ນ, ໃນແຕ່ລະປີ ກໍໄດ້ເຄື່ອນໄຫວຕິດຕາມກວດ ກາ ແລະ ຊຸກຍູ້ປະເມິນຜົນຄືນໃນແຕ່ລະໄລຍະ ເພື່ອຮັບປະກັນໄດ້ທາງດ້ານປະລິມານ ແລະ ຄຸນະພາບ, ມີບ້ານໄດ້ຮັບໃບຢັ້ງຢືນປ້ອງກັນຄາມສະຫງົບດີ 3 ປີຊ້ອນມີ 46 ບ້ານ, ມີ 11.678 ຄອບຄົວ.
ສໍາລັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດ ໄດ້ສ້າງແຜນ ແລະ ປັບປຸງນິຕີກໍາຈໍານວນໜຶ່ງ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດໂຄສະນາເຜີຍແຜ່ການແກ້ໄຂບັນຫາຢາເສບຕິດ, ຜົນຮ້າຍ ແລະ ໄພອັນ ຕະລາຍຂອງຢາເສບຕິດ, ການຄ້າມະນຸດ, ປະມວນກົດໝາຍອາຍາ,ລະບຽບການສັນຈອນຕາມທ້ອງຖະໜົນແລະ ນິຕິກຳອື່ນໆ ໄດ້ 65 ຄັ້ງ, ມີຜູ້ເຂົ້າຮ່ວມ 9.580 ຄົນ, ຍິງ 3.779 ຄົນ.
ຕິດພັນກັບການຕິດຕັ້ງປ້າຍໂຄສະນາ ຢູ່ຕາມພື້ນທີ່ຈຸດສຸມທີ່ມີຄວາມສ່ຽງຕ່າງໆ.ໄດ້ປັບປຸງກົງຈັກການຈັດຕັ້ງຂັ້ນພະແນກ ແລະ ບັນຈຸຊັບຊ້ອນນາຍ ແລະ ພົນຕຳຫຼວດຢູ່ແຕ່ລະຂັ້ນ. ໄດ້ຮັບອຸປະກອນຮັບໃຊ້ກ່ຽວກັບວຽກງານແກ້ໄຂຢາເສບຕິດຕ່າງໆ ເຊັ່ນ: ເສື້ອເກາະກັນກະສຸນ, ເຄື່ອງກວດປັດສະວະ ເພື່ອຊອກຫາສານເສບຕິດ ແລະ ອື່ນໆ. ການແກ້ໄຂ ໃນ 3 ປີຜ່ານມາ ສາມາດເລີກຮື້ກຸ່ມຄ້າ – ຂາຍ ແລະ ມົ້ວສຸມເສບຢາເສບຕິດ ໄດ້ 361 ຄັ້ງ, ກັກຕົວຕ້ອງຫາ ໄດ້ 528 ຄົນ, ຍິງ 15 ຄົນ ພ້ອມເຄື່ອງ ຂອງກາງ ປະເພດຢາບ້າ 163.142 ເມັດ, ຢາໄອ 2 ຖົງນ້ອຍ, ປືນດັດແປງ 4 ກະບອກ, ປືນແກ໊ບ 12 ກະບອກ, ລູກປືນ AK ຈຳນວນ 11 ລູກ ແລະ ວັດຖຸມີຄ່າຈໍານວນໜຶ່ງ.
ກຳລັງ ປກສ ເມືອງຍັງ ໄດ້ສົມທົບກັບກຳລັງ ປກສ ບ້ານ ໃນ 47 ບ້ານ ເພື່ອເຮັດໜ້າທີ່ເຄື່ອນໄຫວໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະຽບກົດໝາຍຂອງລັດ ທີ່ວາງອອກໃນແຕ່ລະໄລຍະ, ເກັບກໍາຂຶ້ນສະຖິຕິເປົ້າໝາຍແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ເກັບກຳປັດໄຈໜໍ່ແໜງຂອງຄວາມບໍ່ສະຫງົບທາງດ້ານການເມືອງ ໂດຍສະເພາະແມ່ນສຸມໃສ່ແກ້ໄຂບັນຫາຢາເສບຕິດ ໃນໄລຍະປະຕິບັດວາລະແຫ່ງຊາດ ໃຫ້ມີໝາກຜົນສູງ; ເອົາໃຈໃສ່ພົວພັນ ໃນການປະສານສົມທົບກັບບັນດາເມືອງ, ແຂວງທີ່ມີເຂດເຊື່ອມຕໍ່ ເພື່ອແລກປ່ຽນສະພາບຮອບດ້ານ, ເປັນຕົ້ນແມ່ນ ເມືອງເລົ່ງງາມ, ນະຄອນປາກເຊ, ເມືອງປາກຊ່ອງ, ເມືອງຊະນະສົມບູນ, ເມືອງໂພນທອງ ແລະ ບັນດາບໍລິສັດ, ໂຮງງານຂອງຕ່າງປະເທດທີ່ມາລົງທືນຢູ່ເມືອງບາຈຽງຈະເລີນສຸກ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບໂດຍພື້ນຖານ.
ທ່ານ ພັນໂທ ສີພູມ ທອງສະໝຸດ ກ່າວຕື່ມວ່າ: ສໍາລັບແຜນ ການເຄື່ອນໄຫວນໍາພາ – ຊີ້ນໍາວຽກງານໃນຕໍ່ຫນ້ານີ້, ຄະນະ ພັກ – ຄະນະນໍາ ປກຊ – ປກສ ເມືອງບາຈຽງຈະເລີນສຸກ ຈະສຸມໃສ່ຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະມະຕິກອງປະຊຸມໃຫຍ່ຂອງຄະນະພັກແຕ່ລະຂັ້ນ ໃຫ້ເຂົ້າສູ່ລວງເລິກ ແລະ ສ້າງການຫັນປ່ຽນໃໝ່ທີ່ແທ້ຈິງ, ໃນນັ້ນບັນດາໜ້າວຽກທີ່ເປັນຈຸດສຸມໃນການນໍາພາ ກໍຄືວຽກກໍ່ສ້າງພັກ – ພະນັກງານ ໃນກໍາລັງປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ໃຫ້ມີຄວາມ ໜັກ ແໜ້ນ, ຈົ່ງຮັກພັກດີຕໍ່ປະເທດຊາດ ແລະ ປະຊາຊົນ, ສ້າງກໍາລັງໃຫ້ຮັບປະກັນທັງ 3 ຮຸ່ນ ໄປພ້ອມກັບການປັບປຸງກົງຈັກການຈັດຕັ້ງ ໃຫ້ໜັກແໜ້ນເຂັ້ມແຂງ.
ຂ່າວ: ເກດສະໜາ ແກ້ວສຸວັນນະແສງ
May be an image of 1 person and text