ວັນທີ 13 ມັງກອນ 2025, ຢູ່ຫ້ອງວ່າການແຂວງວຽງ ຈັນ,ທ່ານ ໂຄອິສຶມິ ສຶໂຕມຶ ເອກອັກຄະຣັດຊະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງປະເທດຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຮັດວຽກຢູ່ແຂວງວຽງຈັນ, ໃຫ້ກຽດຕ້ອນ ຮັບໂດຍທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ພ້ອມ ດ້ວຍຄະນະ.
ໃນໂອກາດນີ້ ໄດ້ມີພິທີເຊັນສັນຍາໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ໂຄງການກໍ່ສ້າງອາຄານຮຽນຂອງໂຮງຮຽນປະ ຖົມສົມບູນບ້ານນາຊູ ເມືອງກາສີ ແຂວງວຽງຈັນ ໂດຍຜ່ານສະ ຖານເອກອັກຄະຣັດຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ມູນຄ່າ 57,079 ກ່ວາໂດລາສະຫະລັດ.
ຮ່ວມລົງນາມຝ່າຍລາວແມ່ນ ທ່ານ ລາຢູ ແສນໃຈວຸດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງກາສີ. ຝ່າຍຍີ່ປຸ່ນ ແມ່ນທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣັດຊະທູດວິສາມັນ ຜູ້ມີອຳ ນາດເຕັມແຫ່ງປະເທດຍີ່ປຸ່ນ ປະຈຳ ສປປ ລາວ.
ໃນພິທີ ທ່ານ ຄຳພັນ ສິດທິດຳພາ ໄດ້ກ່າວຄຳຕ້ອນຮັບຄະນະຜູ້ແທນທີ່ໄດ້ເດີນທາງມາເຮັດວຽກຢູ່ແຂວງວຽງຈັນໃນຄັ້ງນີ້, ພ້ອມທັງໄດ້ລາຍງານສະພາບການພັດທະນາທາງດ້ານເສດຖະ ກິດ-ສັງຄົມຂອງແຂວງວຽງຈັນໃນໄລຍະຜ່ານມາ, ພ້ອມນີ້ຍັງຍົກໃຫ້ເຫັນການພົວພັນຮ່ວມມື ແລະ ການການຊ່ວຍເຫຼືອຂອງລັດ ຖະບານຍີ່ປຸ່ນ ໃນຫຼາຍຂົງເຂດໃນໄລຍະຜ່ານມາ ເປັນການປະກອບສ່ວນເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນ ດີງາມທີ່ມີມາແຕ່ດົນນານ ກໍຄືການເປັນຄູ່ຮ່ວມຍຸດ ທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນໃຫ້ ໄດ້ຮັບການພັດທະນາຍິ່ງໆຂຶ້ນຢ່າງບໍ່ຢຸດຢັ້ງ.
ນັບແຕ່ປີ 1995 ເປັນຕົ້ນມາແຂວງວຽງຈັນ ໄດ້ຮັບການ ຊ່ວຍເຫຼືອເພື່ອພັດທະນາຊັບພະຍາກອນມະນຸດ ແລະ ພື້ນຖານໂຄງລ່າງຈາກລັດຖະບານຍີ່ປຸ່ນ ໂດຍຜ່ານສະຖານເອກອັກຄະຣັດຊະທູດຍີ່ປຸ່ນ ປະຈຳ ສປປລາວ ລວມທັງໝົດ 37 ໂຄງການ, ລວມມູນຄ່າການຊ່ວຍເຫຼືອມາຮອດປະຈຸບັນ 2,931,175 ໂດລາສະຫະລັດ.
ພິເສດ ໃນທ້າຍ ປີ 2024 ຜ່ານມາ, ແຂວງວຽງຈັນ ແລະ ແຂວງໂກຈິ ໄດ້ຈັດພິທີສະເຫຼີມສະຫຼອງ ຄົບຮອບ 30 ປີ (1994-2024) ການຮ່ວມມືສອງຝ່າຍເຊິ່ງມີຫຼາຍກິດຈະກຳເຊັ່ນ: ດ້ານການສຶກສາ, ການແລກປ່ຽນວັດທະນະທຳຂອງເດັກ ນ້ອຍ, ໄວໜຸ່ມ ສອງແຂວງ ແລະ ການເດີນທາງໄປພົບປະຢ້ຽມ ຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງຢູ່ແຂວງໂກຈິ ປະເທດຍີ່ປຸ່ນ.
ທີ່ມາ: ຂ່າວແຂວງວຽງຈັນ





