ວັນທີ 13 ມັງກອນ 2025 ນີ້, ກົງກັບມື້ຂຶ້ນ 15 ຄໍ່າເດືອນ 2 ພສ 2567, ເປັນມື້ສຸດທ້າຍຂອງບຸນນະມັດສະການເສົາຫລັກເມືອງບັນດາເຜົ່າ ແລະ ອະນຸສາວະລີອົງແກ້ວ ປະຈໍາປີ 2025 ມວນຊົນຊາວແຂວງເຊກອງ ກໍຄືພຸດທະສາສະ ນິກະຊົນ ໄດ້ພ້ອມພຽງກັນໃສ່ບາດຖະຫວາຍສັງຄະທານ ແດ່ພະສົງສາມະເນນ ຢູ່ເດີ່ນສວນເສົາຫລັກເມືອງ ໂດຍມີການນໍາພັກ-ລັດຂັ້ນແຂວງ- ເມືອງ ນຳໂດຍທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ, ທ່ານ ຕຸລາວັນ ວົງໄຊ ເຈົ້າເມືອງລະມາມ ເຂົ້າຮ່ວມນຳໜ້າ ໃສ່ບາດຖະຫວາຍສັງຄະທານ ດ້ວຍບັນຍາກາດອັນຄຶກຄື້ນ.
ການໃສ່ບາດຢາດນ້ຳໃນງານບຸນນະມັດສະການເສົາຫລັກເມືອງບັນດາເຜົ່າ ແລະ ອະນຸສາວະລີອົງແກ້ວ ເປັນປະເພນີໜຶ່ງ ທີ່ເຄີຍປະຕິບັດກັນມາໃນທຸກໆປີໃນມື້ສຸດທ້າຍຂອງງານ ເພື່ອອຸທິດສ່ວນບຸນສ່ວນກຸສົນ ໃຫ້ສຳພະເວສີ (ຜີເຜດ) ຫລື ໃຫ້ຍາດຕິພີ່ນ້ອງ, ເຈົ້າກຳນາຍເວນ, ຜີບໍ່ມີຍາດ, ເພື່ອນມິດສະຫາຍ ທີ່ໄດ້ລ່ວງລັບໄປແລ້ວ. ພ້ອມນີ້, ກໍຍັງເປັນການຮັກສາ ແລະ ເສີມ ຂະຫຍາຍຂະນົບທໍານຽມ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງປະຊາຊົນບັນດາເຜົ່າ ໃຫ້ຢູ່ຄູ່ກັບຄົນລາວ ກໍຄືປະຊາຊົນແຂວງເຊກອງສືບຕໍ່ໄປ.
ຂ່າວ: ສັນຍາ, ພາບ: ດາວສະຫວັນ






