ທ່ານ ແອ ລັດສະໝີ ອາຍຸ 51 ປີ, ຢູ່ບ້ານວຽງສະໄໝ ເມືອງກາສີ ແຂວງວຽງຈັນ ຊຶ່ງເປັນຄອບຄົວຕົວແບບໃນການປູກໝາກກ້ຽງນ້ອຍ ໄດ້ປະກອບຄໍາເຫັນກ່ຽວກັບການປູກໝາກກ້ຽງນ້ອຍ ເພື່ອແກ້ໄຂຄວາມທຸກຍາກໃນຄອບຄົວ ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງກາສີ ຄັ້ງທີ VIII ຈັດເມື່ອບໍ່ດົນມານີ້.
ທ່ານໃຫ້ຮູ້ວ່າ: ຕົນເອງກໍາເນີດໃນຄອບຄົວທີ່ທຸກຍາກ, ໃນປີ 1990 ໄດ້ສ້າງຄອບ ຄົວກັບ ນາງ ມີ, ມີລູກຮ່ວມກັນ 3 ຄົນ, ຍິງ 2 ຄົນ. ນັບແຕ່ໄດ້ສ້າງຄອບຄົວເປັນຕົ້ນມາ, ຄອບຄົວ ແມ່ນບໍ່ມີເນື້ອທີ່ທຳການຜະລິດເປັນຂອງຕົນເອງ, ອາໄສເຮັດນໍາພໍ່ແມ່ ແຕ່ເນື້ອທີ່ກໍມີໜ້ອຍ ຕົນເອງຈຶ່ງໄດ້ໄປເປັນກຳມະກອນກໍ່ສ້າງເຮັດເຮືອນຕາມບ້ານ ເພື່ອນຳເອົາເງິນຄ່າແຮງງານມາລ້ຽງຊີບຢູ່ໃນຄອບຄົວ.
ມາຮອດປີ 2010 ລູກເຂົ້າໂຮງຮຽນກໍເລີ່ມໄດ້ນຳໃຊ້ເງິນ ແຕ່ກົງກັນຂ້າມເງິນເກັບໃນຄອບຄົວກໍ່ບໍ່ມີ ມາຮອດປີ 2011 ຈິ່ງໄດ້ໄປຂໍດິນນຳພີ່ນ້ອງຢູ່ບ້ານຜາຕໍ່ ໄດ້ໜຶ່ງຕອນ ມີເນື້ອທີ່ປະມານ 1.5 ເຮັກຕາ ແລະ ໄດ້ຕັດສິນໃຈຝາກລູກໄວ້ໃຫ້ພີ່ນ້ອງເບິ່ງ ແຍງຊ່ວຍ ແລ້ວຕົນເອງກັບເມຍ ແມ່ນໄດ້ໄປນອນບຸກເບີກເນື້ອທີ່ດັ່ງກ່າວເປັນເວ ລາ 2 ປີ ມາຮອດປີ 2013 ໄດ້ປູກໝາກກ້ຽງ 600 ຕົ້ນ. ຜ່ານການຕິດຕາມ ຕົ້ນໝາກກ້ຽງເຫັນວ່າມີຄວາມເຕີບໂຕໄວ ປີ 2014 ຈິ່ງໄດ້ເອົາແກ່ນໝາກກ້ຽງມາກ້າໄວ້ປູກເອງ.
ຈາກນັ້ນມາ ຄອບຄົວແມ່ນທັງກ້າ ແລະ ປູກເພີ່ມມາເລື້ອຍໆ ມາຮອດປີ 2018 ໝາກກ້ຽງຕົ້ນທີ່ປູກກ່ອນເລີ່ມເປັນໝາກ ແລະ ສາມາດເກັບຂາຍໄດ້ເງິນ 20 ລ້ານກີບ ຊຶ່ງຕົນເອງໄດ້ເອົາເງິນຈຳນວນດັ່ງກ່າວມາຊື້ລົດຊິ້ງ 1 ຄັນ ມູນຄ່າ 15 ລ້ານກີບ ສ່ວນເງິນທີ່ເຫຼືອແມ່ນເອົາມາພັດທະນາຄອບຄົວ ແລະ ສົ່ງໃຫ້ລູກຢູ່ທາງບ້ານ.
ຮອດປີ 2019-2020 ໄລຍະ 2 ປີນີ້ ເຫັນວ່າໝາກກ້ຽງແມ່ນເປັນໝາກຫຼາຍສົມຄວນ ແຕ່ພະຍາດໂຄວິດ ພັດເຂົ້າມາລາວ ເຮັດໃຫ້ໝາກກ້ຽງບໍ່ໄດ້ຂາຍໃນຊ່ວງ 2 ປີ (ຂາຍໝາກກ້ຽງໄດ້ແຕ່ 73 ລ້ານກີບ) ເທົ່ານັ້ນ ເຮັດໃຫ້ໝາກກ້ຽງລົ່ນຄາຕົ້ນຖິ້ມລ້າໆ ມາຮອດປີ 2021 ສາມາດເກັບໝາກກ້ຽງຂາຍໄດ້ 110 ລ້ານກີບ ແລ້ວນໍາເອົາ ເງິນໄປປຸກເຮືອນ 1 ຫຼັງ ມູນຄ່າ 90 ລ້ານກີບ, ຈໍານວນໜຶ່ງແມ່ນໄປຊື້ດິນຕໍ່ສວນໝາກກ້ຽງຕົນເອງເຮັດຢູ່ປັດຈຸບັນ
ມາຮອດປີ 2022 ຂາຍໝາກກ້ຽງໄດ້ 200 ລ້ານກີບ ມາຮອດປີ 2023 ຂາຍໄດ້ 320 ລ້ານກີບ ຕົນເອງໄດ້ຊື້ລົດຮຸນໄດ 1 ຄັນ ມູນຄ່າ 80 ລ້ານກີບ, ລົດຈັກອີກ 3 ຄັນ ມູນຄ່າ 40 ລ້ານກີບ, ຊື້ດິນນາ 2 ຕອນ ມູນຄ່າ 90 ລ້ານກີບ ແລະ ໄປບຸກເບີກເນື້ອທີ່ນາໄດ້ 1 ເຮັກຕາ ມູນຄ່າ 66 ລ້ານກີບ. ນອກນັ້ນ, ຍັງໄດ້ຊື້ງົວລ້ຽງ ແລະ ເກັແຮໄວ້ຈຳ ນວນໜຶ່ງ.
ປັດຈຸບັນ ຕົ້ນໝາກກ້ຽງຢູ່ສວນຂອງຕົນມີປະມານ 2,800 ກວ່າຕົ້ນ ໃນເນື້ອທີ່ 4,5 ເຮັກຕາ, ສັງລວມແລ້ວລາຍຮັບທີ່ໄດ້ຈາກສວນໝາກກ້ຽງປີໜຶ່ງປະມານ 300 ລ້ານກ່ວາກີບ ແລະ ລາຍຮັບຈາກການຂາຍງົວອີກຈໍານວນໜຶ່ງ, ມາຮອດປັດຈຸບັນ ຄອບຄົວຂອງຂະພະເຈົ້າໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງສິ້ນເຊີງ ມີເຮືອນຢູ່ແໜ້ນໜາຖາວອນ, ມີລົດຈັກ, ລົດໃຫຍ່, ມີສວນ, ມີນາ, ມີເງິນເກັບຈໍານວນໜຶ່ງເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນຫຼາຍ.
ແຫຼ່ງຂ່າວ: ແຂວງວຽງຈັນ



