ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຖາບັນພັດທະນາຊັບພະນາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານບຸນປີໃໝ່ ຍີ່ປຸ່ນ ປະຈຳປີ 2025

Jan 14, 2025

ໃນວັນທີ 10-11 ມັງກອນ 2025 ສະຖາບັນພັດທະນາຊັບພະນາກອນມະນຸດ ລາວ-ຍີ່ປຸ່ນ ໄດ້ຈັດງານບຸນປີໃໝ່ ຍີ່ປຸ່ນ ປະຈຳປີ 2025 ຂື້ນທີ່ສະບັນຮ່ວມມື ລາວ-ຍີ່ປຸ່ນ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ນາງ ຮະໂຕຣິ ຢູກະ ເລຂາຕີສະຖານເອກອັກຄະລາຊາທູດຍີ່ປຸ່ນປະຈຳລາວ ທ່ານ ຮສ ປອ ເດຊານຸລາດ ແສນດວງເດດ ວ່າການອະທິການບໍດີມະຫາວິທະຍາໄລແຫ່ງຊາດ ທ່ານ ນາງ ໂຄບາຢາຊິ ມິຢະໂກະ ຫົວໜ້າຫ້ອງການໄຈກາປະຈຳລາວ ທ່ານ ປອ ພອນແກ້ວ ຈັນທະມາລີ ຜູ້ອຳນວຍການສະຖາບັນລາວ-ຍີ່ປຸ່ນ ພ້ອມດ້ວຍບັນດາຄະນະບໍດີ ບັນດາແຂກຈາກຍີ່ປຸ່ນ ແລະ ລາວ ໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ພາຍໃນງານບຸນປີໃໝ່ຄັ້ງນີ້ ໄດ້ມີການທຸບໄຫເຫຼົ້າເພື່ອເປັນການເປີດງານ ແລະ ສະແດງເຖິງຄວາມພ້ອມພຽງ ໃນການຮ່ວມຈິດຮ່ວມໃຈເພື່ອສູ້ຊົນໃຫ້ໄດ້ຮັບຜົນສຳເລັດໃນປີຕໍ່ໄປ ພິທີຕຳເຂົ້າໜຽວ ( ໂມຈິ ) ແລະ ກິນຮ່ວມກັນ ເຊິງເຂົ້າໜຽວໝາຍເຖິງຄວາມໝັ້ນໜຽວ ຍືດເຍື້ອ ລະອິດລະອ້ຽວ ຮ່ວມທຸກຮ່ວມຮ່ວມຍາກ ແຕ່ເດັດຂາດມີໄຊໃນບັ້ນທ້າຍ ນອກຈາກນັ້ນກໍ່ມີການສະແດງສີລະປະທັງລາວ ແລະ ຍີ່ປຸ່ນຫຼາຍກວ່າ 20 ລາຍການຈາກ ໂຮງຮຽນພົງສະຫວັດ ໂຮງຮຽນເມທານີ ໂຮງຮຽນຮວງເຂົ້າ ນັກສຶກ MBA 17 ແລະ ນັກຮຽນພາສາຍີ່ປຸ່ນ ຂອງສະຖາບັນລາວ-ຍີ່ປຸນ ແລະ ການສະແດງ ໄອກິໂດ ຈາກສະມາຄົມໄອກິໂດລາວ ສະແດງຢູໂດ ຈາກສະຫະພັນຢູໂດ ນອກນັ້ນຍັງມີການວາງສະສິນຄ້າຫຼາກຫຼາຍປະເພດ ຈາກຫົວໜ່ວຍທຸລະກິດຕ່າງໆທັງລາວ ແລະ ຍີ່ປຸ່ນຫຼາຍກວ່າ 30 ຮ້ານ.
ແຂກເຂົ້າຮ່ວມງານໄດ້ເຂົ້າຮ່ວມກິດຈະກຳຕ່າງຢ່າງມ່ວນຊື່ນເຊັນ ການສາທິດຕຳເຂົ້າໜຽວ ( ໂມຈິ ) ການນຸ່ງຊຸດຢູກະຕະ ການຫຼີ້ນເກມຖາມ-ຕອບ ການສາທິດການຊົງຊາ ແລະ ດຶ່ມຊາແບບຍີ່ປຸ່ນ ການພັບເຈ້ຍໂອລິກາມິ ແລະ ອື່ນໆ ທັງໝົດນີ້ໄດ້ກາຍເປັນສ່ວນໜຶ່ງ ຂອງການສ້າງບັນຍາກາດແຫ່ງການຮ່ວມມືສາມະຄີລາວ-ຍີ່ປຸ່ນ.
ທີ່ມາ: ວຽງຈັນໃໝ່