ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

11 ເດືອນຂອງປີ 2024 ຜ່ານມາ ແຂວງຫລວງນໍ້າທາ ເກັບລາຍຮັບບັນລຸ 151.09% ຂອງ ແຜນການປີ

Jan 14, 2025

ທ່ານ ອ່ອນຈັນ ຄໍາພາວົງ, ຮອງເຈົ້າແຂວງຫລວງນໍ້າທາ ໃຫ້ຮູ້ໃນໂອກາດລາຍງານຕໍ່ກອງປະຊຸມສະຫຼຸບວຽກງານການເງິນ ປະຈຳ ປີ 2024 ແລະ ທິດທາງ ປະຈຳປີ 2025 ຈັດຂຶ້ນຢູ່ນະຄອນຫລວງວຽງຈນ ເມື່ອບໍ່ດົນມານີ້ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານ ໃນ 11 ເດືອນປີ 2024 ຂອງແຂວງຫຼວງນໍ້າທາ ສາ ມາດປະຕິບັດ ໄດ້ທັງໝົດ: 2,422 ຕື້ກີບ, ເທົ່າກັບ 151.09% ຂອງແຜນການປີ, ຄາດຄະເນໝົດປີຈະໄດ້: 2,531 ຕື້ກີບ, ເທົ່າ ກັນ 157.87% ຂອງແຜນການປີ.
ໃນນີ້: ລາຍຮັບພູດສູນກາງ: ປະຕິບັດໄດ້ 2,223 ຕື້ກີບ ເທົ່າກັບ 155.74% ຂອງແຜນການປີ, ຄາດຄະເນໝົດປີ ຈະໄດ້ 2,323 ຕື້ກີບ, ເທົ່າກັບ 162.73% ຂອງແຜນການປີ (ລື່ນແຜນການປີ 895 ຕື້ກີນ).
ລາຍຮັບພູດທ້ອງຖິ່ນ: ປະຕິບັດໄດ້:198 ຕື້ກີບ, ເທົ່າກັບ 113.26% ຂອງ ແຜນການປີຄາດ ຄະເນປະຕິບັດໝົດປີຈະໄດ້ 207 ຕື້ກີບ, ເທົ່າກັບ 116,50% ຂອງແຜນການປີ (ລື່ນ ແຜນການປີ 32 ຕື້ກີບ).
ດ້ານລາຍຈ່າຍງົບປະມານ: ໃນ 11 ເດືອນ ປະຕິບັດລາຍຈ່າຍໄດ້: 382 ຕື້ກີບ ເທົ່าทับ 97.37% ຂອງແຜນການປີ, ຄາດຄະທເນໝົດປີ ຈະສາມາດປະຕິບັດໄດ້ບັດ 100% ຂອງແຜນ ການປີ.
ທ່ານໃຫ້ຮູ້ຕື່ມວ່າ: ສໍາລັບທິດທາງແຜນການຈັດຕັ້ງປະຕິບັດ แຜນງົບປະມານປະຈຳປີ 2025 ຄະນະນໍາແຂວງ ແລະ ຂະແໜງ ການການເງິນຈຈະໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນລາຍຮັບ- ລາຍງົບປະມານປະຈຳປີ 2025 ທີ່ສູນກາງ (ກະຊວງການເງິນອະນຸມັດໃຫ້ແຂວງ) ບົນພື້ນຖານ ຈຸດພິເສດ ແລະ ท่าแຮງຂອງແຂວງທາງດ້ານການຈັດເກັບ ລາຍຮັບເຂົ້າງົບປະມານໃຫ້ຄົບຖ້ວນ, ທັນເວລາປະຕິບັດລາຍຈ່າຍງົບປະມານໃຫ້ຖືກຕ້ອງຕາມແຜນ, ຕາມເປົ້າໝາຍ, ບົນພື້ນຖານການປະຍັດ.