ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວສື່ມວນຊົນ ປກສ ໃນວັນທີ 13 ມັງກອນ 2025ນີ້ວ່າ: ນັບແຕ່ພັກ-ລັດຖະບານ ໄດ້ກຳນົດເອົາການແກ້ໄຂ ແລະ ປາບປາມຢາເສບຕິດ ເປັນວາລະແຫ່ງຊາດ, ເຈົ້າໜ້າທີ່ທຸກພາກສ່ວນ ລວມເຖິງພໍ່ແມ່ປະຊາຊົນບັນດາເຜົ່າຊາວແຂວງວຽງຈັນ ໄດ້ພ້ອມກັນສຸມທຸກສະຕິປັນຍາເຂົ້າໃນການປາບປາມບັນຫາຢາເສບຕິດ ແລະ ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈທິດຊີ້ນຳດັ່ງກ່າວເຂົ້າໃນທຸກຂົງເຂດວຽກງານ ໂດຍໄດ້ເນັ້ນໜັກໃນການປະຕິບັດ 3 ຫຼັກການຄື: ເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ ບໍ່ມີປານິປາໜອມຕໍ່ຜູ້ກະທຳຜິດໃນສະຖານຄ້າຂາຍຢາເສບຕິດ ຜິດກໍຕ້ອງຮັບໂທດຕາມກົດໝາຍທີ່ໄດ້ກຳນົດໄວ້ຢ່າງເຂັ້ມງວດ; ພ້ອມນັ້ນ ກໍໄດ້ປຸກລະດົມໂຄສະນາໃຫ້ທົ່ວສັງຄົມມີສ່ວນຮ່ວມໃນການປາບປາມຢາເສບຕິດແຂງແຮງ.
ທ່ານ ຄຳພັນ ສິດທິດຳພາ ກ່າວວ່າ: ແຂວງວຽງຈັນ ມີ 11 ເມືອງຂຶ້ນກັບ ເປັນແຂວງໜຶ່ງທີ່ມີພູມສັນຖານສັບຊ້ອນ, ມີຊາຍແດນຕິດກັບປະເທດໄທ, ມີດ່ານສາກົນ ແລະ ດ່ານປະເພນີ, ເປັນເສັ້ນທາງຜ່ານຈາກພາກເໜືອເຂົ້າສູ່ນະຄອນຫຼວງວຽງຈັນ ແລະ ຈາກພາກໃຕ້ເຂົ້າສູ່ພາກເໜືອຂອງລາວ ແລະ ຜ່ານອອກສູ່ປະເທດໄທ. ຕະຫຼອດໄລະຜ່ານມາແຂວງວຽງຈັນ ໄດ້ມີການຫັນປ່ຽນພັດທະນາດີຂຶ້ນເປັນກ້າວໆ, ມີຄວາມສະຫງົບ, ມີຄວາມເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ-ສັງຄົມມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່ານັບມື້ໄດ້ຮັບການປັບປຸງປົວແປງຍົກສູງຂຶ້ນໃນແຕ່ລະດ້ານ, ພື້ນຖານໂຄງລ່າງເສດຖະກິດ-ສັງຄົມ ຊຶ່ງເປັນປັດໃຈສໍາຄັນໃຫ້ແກ່ການພັດທະນາ ໄດ້ມີການຂະຫຍາຍຕົວເຖິງ ຊົນນະບົດເຂດຫ່າງໄກຊອກຫຼີກ, ຄອບຄົວ ແລະ ບ້ານແບບຢ່າງເພີ່ມຂຶ້ນຕໍ່ເນື່ອງ, ລະບົບການເມືອງແຕ່ລະຂຶ້ນໄດ້ຮັບການປັບປຸງໃຫ້ໜັກແໜ້ນຮັບຮອງໜ້າທີ່ການ ເມືອງຂອງພັກ-ລັດໃນແຕ່ລະໄລຍະ.
ຄຽງຄູ່ກັບຜົນງານນັ້ນ, ກໍຍັງມີດ້ານຫຍໍ້ທໍ້ ແລະ ສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນແມ່ນບັນດາປະກົດການຫຍໍ້ທໍ້ດ້ານຕ່າງໆ ຍັງເກີດຂຶ້ນຕໍ່ເນື່ອງ, ໃນຊຸມປີຜ່ານມາພັກ-ລັດຖະບານ ກໍຄືຄະນະພັກ, ອົງການປົກຄອງແຕ່ລະຂັ້ນທົ່ວແຂວງວຽງຈັນ ກໍໄດ້ມີຄວາມພະຍາຍາມແກ້ໄຂດ້ວຍການໂຄສະນາໃຫ້ເຫັນຜົນຮ້າຍຂອງສິ່ງຫຍໍ້ທໍ້, ເອົາໃຈໃສ່ຊີ້ນໍາ-ນໍາພາການສ້າງຄອບຄົວ, ບ້ານແບບຢ່າງໃນແຕ່ລະດ້ານ ເພື່ອກ້າວຂຶ້ນເປັນຄອບຄົວ, ບ້ານພັດທະນາຮອບດ້ານກໍຕາມແຕ່ສິ່ງຫຍໍ້ທໍ້ດັ່ງກ່າວຍັງເກີດໃຫ້ເຫັນຢູ່ເຊັ່ນ: ການກໍ່ອາຊະຍາກຳ, ຂີ້ລັກ, ປຸ້ນຈີ່, ຊົງຊັບ, ຕົວະຕົ້ມລອກລວງ, ຫຼິ້ນການພະນັ້ນ, ຄ້າຂາຍເຖື່ອນ, ການຄ້າມະນຸດ, ໂສເພນີ, ການລັກລອບ, ເຂົ້າປ່າຫາວ່າສັດ ແລະ ຕັດໄມ້ຫວງຫ້າມ, ການມົ້ວສຸມຟຸມເຟືອຍ, ການສໍ້ລາດບັງຫຼວງ, ອຸບັດຕິເຫດຕາມທ້ອງຖະໜົນ ແລະ ສິ່ງຫຍໍ້ທໍ້ທີ່ພື້ນເດັ່ນເປັນອັນຕະ ລາຍມີທ່າອ່ຽງຂະຫຍາຍຕົວ ແມ່ນບັນຫາຢາເສບຕິດ.
ບັນຫາຢາເສບຕິດຢູ່ພາຍໃນແຂວງວຽງຈັນ ມີທ່າອ່ຽງເພີ່ມຂຶ້ນແຕ່ລະປີເລ່ຫຼ່ຽມກົນອຸບາຍ, ການເຄື່ອນໄຫວຂອງພວກເຂົາກໍນັບມື້ນັບເລິກແລບແນບນຽນ, ຂະຫຍາຍເປັນວົງກວ້າງ ເຮັດໃຫ້ມີຜູ້ຕິດຢາເສບຕິດປະເພດຕ່າງໆເພີ່ມຂຶ້ນຢ່າງໜ້າເປັນຫວ່ງ ເນື່ອງຈາກແຂວງວຽງຈັນຕັ້ງຢູ່ໃຈກາງຂອງປະເທດ ຈຶ່ງເປັນທາງຜ່ານຂອງຢາເສບຕິດ ຈາກພາກເໜືອເຂົ້າສູ່ນະຄອນຫຼວງວຽງຈັນ, ລົງໄປແຂວງພາກໃຕ້ ແລະ ຕ່າງປະເທດ ແຕ່ກໍຍັງມີຢາເສບຕິດຈໍານວນບໍ່ໜ້ອຍໄດ້ແຜ່ກະຈາຍຢູ່ພາຍໃນແຂວງ ຈາກຕົວເມືອງ ອອກສູ້ຊົນນະບົດ ເຂົ້າເຖິງທຸກຊັ້ນຄົນ, ສາຂາອາຊີບໃນລະດັບທີ່ແຕກຕ່າງກັນ. ຍ້ອນເຫັນໄດ້ເຖິງຄວາມອັນຕະລາຍດັ່ງກ່າວມານັ້ນ, ພັກ-ລັດ ເວົ້າສະເພາະແຂວງວຽງຈັນ ຍາມໃດກໍເອົາໃຈໃສ່ຢ່າງຈົດຈໍ່ຊອກຫາວິທີທາງ ເພື່ອຕ້ານສະກັດກັ້ນ ແລະ ແກ້ໄຂຢ່າງຈິງຈັງ ໂດຍ ໄດ້ໂຄສະນາປູກຈິດສໍານຶກໃຫ້ທຸກຊັ້ນຄົນເຫັນໄດ້ໄພອັນຕະລາຍ ແລະ ເຂົ້າຮ່ວມໃນການສະກັດກັ້ນຕ້ານ ແລະ ແກ້ໄຂບັນຫາຢາເສບຕິດດ້ວຍຫຼາຍຮູບແບບ, ພ້ອມນັ້ນ ກໍໄດ້ອອກຫຼາຍນິຕິກຳລຸ່ມກົດໝາຍ, ສ້າງເປັນກົດໝາຍ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ຖືເອົາການແກ້ໄຂ ແລະ ປາບປາມຢາເສບຕິດເປັນໜ້າທີ່ຂອງທົ່ວສັງຄົມ.
ທ່ານເຈົ້າແຂວງກ່າວອີກວ່າ: ດັ່ງທີ່ເຮົາຮູ້ນຳກັນແລ້ວວ່າ ບັນຫາຢາເສບຕິດແມ່ນ ປາກົດການຫຍໍ້ທໍ້ສັງຄົມທີ່ລັດຖະບານຕ້ອງການແກ້ໄຂຢ່າງເລັ່ງຄວນ ແລະ ຈິງຈັງ ເນື່ອງຈາກຢາເສບຕິດມີຄວາມອັນຕະລາຍຮ້າຍແຮງ ເປັນໄພຂົ່ມຂູ່ ຕໍ່ສະຖຽນລະພາບທາງດ້ານ ການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ປອດໄພທາງດ້ານສັງຄົມ ແລະ ກຳລັງສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມ, ຕໍ່ສຸຂະພາບຂອງປະຊາຊົນ ໂດຍສະເພາະເບື່ອເມົາຊາວໜຸ່ມ, ເຍົາວະຊົນ ທີ່ເປັນກໍາລັງແຮງງານ ເປັນຜູ້ສືບທອດພາລະກິດ ແລະ ອະນາຄົດຂອງຄອບຄົວ ກໍຄືປະເທດຊາດ.
ດັ່ງນັ້ນ, ທຸກພາກສ່ວນຕ້ອງເພີ່ມທະວີການເຮັດວຽກງານປ້ອງກັນ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂ ສິ່ງຫຍໍ້ທໍ້ໃນສັງຄົມຢ່າງຕັ້ງໜ້າ, ຊອກຫາທາງອອກ ແລະ ວິທີ ແກ້ໄຂຮ່ວມກັນຢ່າງຖືກຕ້ອງ ແທດເໝາະກັບສະພາບຄວາມເປັນຈິງ, ພ້ອມກັນປະຕິບັດວາລະແຫ່ງຊາດ ກ່ຽວກັບບັນຫາຢາເສບຕິດ ເຮັດຕິດພັນກັບການແກ້ໄຂປາກົດການຫຍໍ້ທໍ້ ແລະ ການສ້າງຄອບຄົວ, ບ້ານ, ໂຮງຮຽນ ແລະ ສໍານັກງານ ອົງການປອດຢາເສບຕິດ ໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້, ປຸກລະດົມໂຄສະນາໃຫ້ພໍ່ແມ່ປະຊາ ຊົນ, ດ້ວຍຄວາມເປັນຫວງຫຼາຍຕໍ່ລູກຫຼານເຮົາ, ເປີດຂະບວນການສູ້ຊົນຈັດຕັ້ງຜັນຂະຫຍາຍບັນດາມາດຖານເງື່ອນໄຂການສ້າງຄອບຄົວ, ບ້ານ, ສໍານັກງານອົງການ, ໂຮງຮຽນ, ໂຮງໝໍ, ທຸກຫົວໜ່ວຍທຸລະກິດ ໃຫ້ປອດຍາເສບຕິດເພີ່ມຂຶ້ນນັບມື້ຫຼາຍໃນແຕ່ລະປີ. ພ້ອມນັ້ນເຈົ້າໜ້າທີ່ຕຳຫຼວດທີ່ເຮັດວຽກງານວິຊາສະເພາະຕ້ອງເອົາໃຈໃສ່ແກ້ໄຂໂດຍປະຕິບັດ 3 ຫຼັກການຄື: ເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ ບໍ່ມີປານິປາໜອມຕໍ່ຜູ້ກະທຳຜິດໃນສະຖານຄ້າຂາຍຢາເສບຕິດ ຜິດກໍຕ້ອງຮັບໂທດຕາມກົດໝາຍທີ່ໄດ້ກຳນົດໄວ້ຢ່າງເຂັ້ມງວດ.
ພາບ-ຂ່າວ: ກົມສື່ມວນຊົນ ປກສ.





