ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີ ປະກາດ ອຸທິຍານແຫ່ງຊາດ ເຊຊັບ

Jan 14, 2025

ເພືີ່ອເຮັດໃຫ້ການຄຸ້ມຄອງ, ປົກປັກຮັກສາ ເປັນລະບົບຄົບຊຸດ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງປະຕິບັດ. ສະນັ້ນ, ໃນຕອນເຊົ້າຂອງວັນທີ 11 ມັງກອນ 2025 ທີ່ສະໂມສອນໃຫຍ່ ແຂວງ ສາລະວັນ ໄດ້ມີພິທີປະກາດ ອຸທິຍານແຫ່ງຊາດ ເຊຊັບ ຂຶ້ນ. ໂດຍການເປັນປະທານຂອງ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງໆສາລະວັນ, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງໆເຊກອງ. ມີບັນດາ ທ່ານຮອງເຈົ້າແຂວງ, ຮອງປະທານສະພາປະຊາຊົນແຂວງ, ແຂກຖືກເຊີນຂັ້ງສູນກາງ, ຂັ້ນແຂວງ, ເມືອງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ
ໃນພິທີ ທ່ານ ທຸມທອນ ວົງວິສຸກ ຮອງຫົວໜ້າກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຂຶ້ນລາຍງານຫຍໍ້ ກ່ຽວກັບສະພາບລວມຂອງອຸທິຍານແຫ່ງຊາດ ເຊຊັບ ໃຫ້ຮູ້ວ່າ: ປ່າສະຫງວນ ແຫ່ງຊາດ ເຊຊັບ ໄດ້ຮັບການສ້າງຕັ້ງ ເປັນປ່າສະຫງວນແຫ່ງຊາດ ຕາມດໍາລັດ ສະບັບເລກທີ 210/ນຍ, ລົງວັນທີ 9 ກຸມພາ 1996, ເປັນ 1 ໃນ 18 ແຫ່ງ ປ່າສະຫງວນແຫ່ງຊາດ ໃນ ສປປ ລາວ ແລະ ພາຍໃຕ້ ດໍາລັດດັ່ງກ່າວ ໄດ້ໃສ່ຊື່ປ່າສະຫງວນແຫ່ງຊາດ ວ່າ “ເຂດອະນຸລັກຊີວະພາບແຫ່ງຊາດ (NBCA)”, ສະເພາະປ່າສະຫງວນແຫ່ງຊາດເຊຊັບ ມີເນື້ອທີີ່ 133.500 ເຮັກຕາ, ກວມເອົາເນື້ອທີີ່ 2 ແຂວງ 3 ເມືອງ ຄື: ແຂວງສາລະວັນ (ເມືອງຕະໂອ້ຍ ແລະ ເມືອງສະໝ້ວຍ) ແລະ ແຂວງເຊກອງ (ເມືອງກະລຶມ). ຊຶ່ງອີງຕາມການເກັບກໍາຂໍ້ມູນໄລຍະຜ່ານມາ ຮອດປະຈຸບັນ ພື້ນທີ່ປ່າສະຫງວນແຫ່ງຊາດ ເຊຊັບ ມີຊະນິດພັນສັດ ແລະ ພືດປ່າ ທັງໝົດ: 874 ຊະນິດ,ໃນນັ້ນ: ປະເພດ ປາ 32 ຊະນິດ, ພັນພືດ 558 ຊະນິດ, ປະເພດນົກ 190 ຊະນິດ, ສັດເຄີີ່ງບົກເຄີີ່ງນໍ້າ 28 ຊະນິດ, ສັດເລືອຄານ 36 ຊະນິດ ແລະ ສັດລ້ຽງລູກດ້ວຍນົມ 30 ຊະນິດ. ພ້ອມນີ້ ຍັງໄດ້ຜ່ານເນື້ອໃນ ຂອງດໍາລັດ ວ່າດ້ວຍ ການສ້າງຕັ້ງອຸທິຍານແຫ່ງຊາດ ເຊຊັບ ສະບັບເລກທີ 303/ນຍ, ລົງວັນທີ 25 ມິຖຸນາ 2024 ຢ່າງເປັນທາງການຕື່ມອີກ. ເພື່ອເຮັດໃຫ້ພິທີດັ່ງກ່າວ ມີຄວາມໝາຍຄວາມສໍາຄັນ ຄະນະປະທານ ໄດ້ໃຫ້ກຽດຕັດແຖບຜ້າ ແລະ ເປີດປ້າຍ ພ້ອມທັງ ລັ່ນຄ້ອງ 9 ບາດ ເພື່ອປະກາດອຸທິຍານແຫ່ງຊາດ ເຊຊັບ ຢ່າງເປັນທາງການ. ເນື່ອງໃນໂອກາດ ການເຂົ້າຮ່ວມພິທີໃນຄັ້ງນີ້ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ກຽດມອບແຜ່ນທີ່ ກໍານົດທີ່ຕັ້ງ 3 ປະເພດປ່າ ຂອງ ສປປ ລາວ ຢູ່ພາຍໃນແຂວງສາລະວັນ ແລະ ແຂວງເຊກອງ ໃຫ້ກັບທ່ານເຈົ້າແຂວງໆສາລະວັນ ແລະ ແຂວງເຊກອງຕື່ມອີກ.
ຂ່າວ:ກປ