ສູນສຸຂະພາບແມ່ ແລະ ເດັກ ກະຊວງສາທາລະນະສຸກ, ໄດ້ຈັດກອງປະຊູມສະຫຼູບການປະຕິບັດວຽກງານໃຫ້ວັກຊີນກັນພະຍາດປະຈໍາປີ 2024 ແລະ ວາງແຜນການປີ 2025 ຂຶ້ນວັນທີ 14 ມັງກອນ 2025 ທີ່ເມືອງວັງວຽງ, ແຂວງວຽງຈັນ. ເພື່ອເປັນການຕີລາຄາຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະ ຮັກສາສຸຂະພາບແມ່ ແລະ ເດັກໂດຍສະເພາະແມ່ນວຽກງານໃຫ້ວັກຊີນກັນພະຍາດຮອບປົກກະຕິ, ການເຄື່ອນໄຫວຂະບວນການ ວສຊ ຫມາກແດງໃຫຍ່-ຫມາກແດງນ້ອຍ ແລະ ຂະບວນການໃຫ້ວັກຊີນກັນມະເຮັງປາກມົດລູກ ທີ່ໄດ້ຈັດຕັ້ງປະຕິບັດໃນປີ 2024, ພ້ອມທັງ ຄົ້ນຄວ້າ ວິເຄາະບັນຫາເພື່ອວາງຍຸດທະສາດ, ວາງແຜນການ ແຜນກິດຈະກໍາຈຸດສຸມທີ່ເປັນບູລິມະສິດ ໃນການໃຫ້ວັກຊີນປົກກະຕິ ແຕ່ຕົ້ນປີ 2025 ຄຽງຄູ່ການໃຫ້ວັກຊີນ ປົກກະຕີຕ້ອງໄດ້ເຊື່ອມສານກັບການບໍລິການວັກຊີນກັນມະເຮັງປາກມົດລູກ, ການບໍລິການແມ່ ແລະ ເດັກແບບເຊື່ອມສານໄປພ້ອມໆກັນ, ສິ່ງສໍາຄັນແມ່ນສຶບຕໍ່ການປັບປຸງວຽກງານປະສານງານກັບຫຼາຍພາກສ່ວນ ເປັນຕົ້ນຄະນະກໍາມະການຮັກສາສຸຂະພາບໃນແຕ່ລະຂັ້ນ ເພື່ອໃຫ້ມີສ່ວນຮ່ວມ ແລະ ສະຫນັບສະຫນູນໃຫ້ພາກສ່ວນກ່ຽວຂ້ອງເຂົ້າມາມີສ່ວນຮ່ວມໃນວຽກງານສຸຂະພາບແມ່ ແລະ ເດັກໃຫ້ໄດ້ຫຼາຍຂຶ້ນ
ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມເປັນປະທານ ໂດຍ ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີຜູ້ຕາງໜ້າອົງການ ອະນາໄມໂລກ ປະຈຳ ສປປ ລາວ, ຜູ້ຕາງໜ້າອົງການ ອຸຍນີເຊບ ປະຈຳ ສປປ ລາວ, ບັນດາທ່ານຫົວໜ້າ/ຮອງຫ້ອງການ, ຫົວຫນ້າກົມ, ຮອງກົມ ຫົວຫນ້າອໍານວຍການໂຮງຫມໍສູນກາງ, ຫົວໜ້າສູນ, ຮອງສູນພ້ອມດ້ວຍພະນັກງານວິຊາການ ອ້ອມຂ້າງກະຊວງສາທາລະນະສຸກ ແລະ ບັນດາກະຊວງອ້ອມຂ້າງ, ຄະນະພະແນກສາທາລະນະສຸກແຂວງ 18 ແຂວງ, ພະນັກງານວິຊາການຈາກ ຂະແໜງອະນາໄມ ແລະ ສົ່ງເສີມສຸຂະພາບ, ຂະແຫນງວິເຄາະລະບາດວິທະຍາ ແລະ ຂະແຫນງອາຫານ ແລະ ຢາ ແຂວງ ລວມທັງຜູ້ຕາງໜ້າຈາກຄູ່ຮ່ວມພັດທະນາອື່ນໆກໍ່ໄດ້ເຂົ້າຮ່ວມ.
ທີ່ມາ: ສູນຂ່າວສານການແພດສຸຂະສຶກສາ







