ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ແຂວງອຸດົມໄຊ ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 14 ມັງກອນ 2025 ໂດຍການເປັນປະທານຂອງທ່ານ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງອຸດົມໄຊ, ມີທ່ານ ບຸນຄົງ ຫລ້າຈຽມພອນ ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ ພ້ອມດ້ວຍບັນດາການນໍາ ພັກ-ລັດ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ອະດີດສະມາຊິກສະພາແຫ່ງຊາດ ແລະ ອະດີດສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ທ່ານ ຄຳດີ ວົງລ້ອມ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ສຸມໃສ່ຄົ້ນຄວ້າ, ພິຈາລະນາ ແລະ ຕົກລົງບັນຫາສໍາຄັນພື້ນຖານຂອງແຂວງ ເປັນຕົ້ນ ຈະໄດ້ຮັບຟັງບົດລາຍງານເຈົ້າແຂວງ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ ປະຈໍາປີ 2024 ແລະ ແຜນການປະຈໍາປີ 2025 ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ; ບົດລາຍງານ ກ່ຽວກັບແຜນການລົງທຶນຂອງລັດ ປະຈໍາປີ 2025; ບົດລາຍງານ ກ່ຽວກັບແຜນການຈັດສັນງົບປະມານຂອງແຂວງ ໃຫ້ພະແນກການ-ອົງການ ແລະ ເມືອງ ປະຈໍາປີ 2025; ບົດລາຍງານການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈຳປີ 2024 ແລະ ແຜນການປະຈໍາປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງເຈົ້າແຂວງ ເລກທີ 110/ອຊ, ລົງວັນທີ 24 ກຸມພາ 2022 ວ່າດ້ວຍກອງທຶນຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ; ບົດລາຍງານການຈັດຕັ້ງປະຕິບັດ ວຽກງານສາມສ້າງຂອງແຂວງ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ປະຈໍາປີ 2024 ແລະ ແຜນການປະຈໍາປີ 2025; ບົດລາຍງານການເຄື່ອນໄຫວວຽກງານ ຂອງອົງການກວດສອບ ປະຈໍາພາກເໜືອ II ປະຈໍາປີ 2024 ແລະ ແຜນການ ປະຈໍາປີ 2025, ຜົນການກວດສອບບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປະຈໍາປີ 2023; ບົດລາຍງານການເຄື່ອນໄຫວວຽກງານ ຂອງອົງການກວດກາ ປະຈໍາປີ 2024 ແລະ ແຜນການ ປະຈໍາປີ 2025, ການກວດກາຕາມຜົນການກວດສອບ ປະຈໍາປີ 2022; ບົດລາຍງານ ຂອງອົງການໄອຍະການປະຊາຊົນແຂວງ ກ່ຽວກັບການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ແຜນການ ປະຈໍາປີ 2025; ບົດລາຍງານຂອງສານປະຊາຊົນແຂວງ ກ່ຽວກັບການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ແຜນການ ປະຈໍາປີ 2025; ບົດລາຍງານຂອງຄະນະ ປະຈຳສະພາປະຊາຊົນແຂວງ ກ່ຽວກັບການເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງ ປະຈຳປີ 2024 ແລະ ແຜນການ ປະຈໍາປີ 2025. ນອກຈາກນີ້, ກອງປະຊຸມຍັງຈະໄດ້ຮັບຟັງການໃຫ້ຄໍາຊີ້ແຈງ, ຕອບຄໍາຊັກຖາມ ຈາກພາກສ່ວນກ່ຽວຂ້ອງຈໍານວນໜຶ່ງ ຕໍ່ຄໍາຊັກຖາມ ຂອງບັນດາສະມາຊິກສະພາປະຊາຊົນແຂວງ ທີ່ມີຄວາມສົນໃຈຕໍ່ບັນຫາພົ້ນເດັ່ນ ຂອງສັງຄົມ.
ໃນໂອກາດນີ້, ທ່ານ ຄຳດີ ວົງລ້ອມ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ຈົ່ງໃຫ້ການຮ່ວມມື ແລະ ສະໜອງຂໍ້ມູນຕ່າງໆ ທີ່ຈະນຳເຂົ້າໃນການພິຈາລະນາ ແລະ ຮັບຮອງໃນກອງປະຊຸມຄັ້ງນີ້ ແລະ ຮຽກຮ້ອງມາຍັງບັນດາສະມາຊິກ ສະພາປະຊາຊົນແຂວງ ຊຸດທີ II ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບທາງການເມືອງ, ສຸມທຸກສະຕິປັນຍາ, ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການຄົ້ນຄວ້າ, ພິຈາລະນາ ປະກອບຄໍາເຫັນຢ່າງເລິກເຊິ່ງກົງໄປກົງມາ ແລະ ມີຈຸດສຸມ ເຂົ້າໃສ່ແຕ່ລະເນື້ອໃນ ທີ່ນໍາມາພິຈາລະນາ ໃຫ້ຮັບປະກັນຄວາມຖືກຕ້ອງສອດຄ່ອງ ກັບແນວທາງແຜນນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການຂອງລັດ ຢ່າງສ້າງສັນ, ພາວະວິໄສ ແລະ ຄົບຖ້ວນ ເພື່ອເຮັດໃຫ້ການພິຈາລະນາ, ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ ມີຄຸນນະພາບ, ມີປະສິດທິພາບສູງ ແລະ ບັນລຸຕາມຈຸດປະສົງທີ່ວາງໄວ້.
ກອງປະຊຸມຄັ້ງນີ້ຈະໄດ້ດຳເນີນເປັນເວລາ 2 ວັນຈິ່ງສຳເລັດ, ຕະຫລອດວາລະການດຳເນີນກອງປະຊຸມ ຍັງໄດ້ເປີດໂທລະສັບສາຍດ່ວນ ເພື່ອໃຫ້ມ່ວນຊົນທີ່ສົນໃຈບັນຫາຕ່າງໆ ໂທເຂົ້າສູ່ກອງປະຊຸມໂດຍບໍ່ໄດ້ເສຍຄ່າ ຕາມເລກໝາຍ 081 156.
ຂ່າວ: ຄຳພູສະຫວັນ ເພັນສະຫວັດ





