ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການ​ຂົນ​ສົ່ງ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ປີ​ນີນີເລີ່ມ​ຂຶ້ນ​ແລ້ວ

Jan 14, 2025

ການ​ຂົນ​ສົ່ງ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ປີ​ນີ້​ ໄດ້​ເລີ່ມ​ຂຶ້ນ​ແຕ່ວັນ​ທີ 14 ມັງ​ກອນ​ນີ້ ແລະ ຈະ​ແກ່​ຍາວຈົນ​ເຖິງວັນ​ທີ 22 ກຸມ​ພາ​ໜ້າ​ນີ້, ​ທັງ​ໝົດເປັນ 40 ວັນ. ພາກ​ສ່ວນ​ຄົມ​ມະ​ນາ​ຄົມ​ຈີນ​ຄາດ​ຄະ​ເນ​ວ່າ: ຈຳ​ນວນ​ຜູ້​ໂດຍ​ສານ​​ຈະເດີນທາງໄປ​-ມາ​ໃນ​ທົ່ວປະເທດຈີນ ຈະ​ມີ​ເຖິງ 9 ຕື້​ເທື່ອ​ຄົນ ເຊິ່ງ​ຈະສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ.
​ການ​ຂົນ​ສົ່ງ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ປີ​ນີ້, ລະ​ບົບ​ທາງ​ລົດ​ໄຟ​ຈີນ​ຈະ​ຂົນ​ສົ່ງ​ຜູ້​ໂດຍ​ສານຫຼາຍ​ວ່າ 510 ລ້ານ​ເທື່ອ​ຄົນ, ສະ​ເລ່ຍ​ແລ້ວ​ມີ​ 12,75 ລ້ານ​ເທື່ອ​ຄົນ​ຕໍ່​ມື້, ເພີ່ມ​ຂຶ້ນ 5,5% ເມື່ອ​ທຽບ​ໃສ່​ການ​ຂົນ​ສົ່ງ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ຂອງ​ປີ​ກາຍ. ພາກ​ສ່ວນ​ທາງ​ລົດ​ໄຟ​ຈະ​​ເປີດ​ໃຫ້​ບໍ​ລິ​ການ​ຂະ​ບວນ​ລົດ​ໄຟຫຼາຍກວ່າ 14.000 ຖ້ຽວ​ຕໍ່​ມື້.
ອົງ​ການ​ການ​ບິນ​ພົນ​ລະ​ເຮືອນ​ຈີນ​ຄາດ​ຄະ​ເນ​ວ່າ: ​ການ​ຂົນ​ສົ່ງ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ປີ​ນີ້ ຈະ​ຂົນ​ສົ່ງ​ຜູ້​ໂດຍ​ສານຫຼາຍກວ່າ 90 ລລ້ານເທື່ອ​ຄົນ, ​ຈະ​ເປີດ​ໃຫ້​ບໍ​ລິ​ການ​ຖ້ຽວ​ບິນ​ໃນ​ທົ່ວ​ປະ​ເທດ 18.500 ຖ້ຽວ​ຕໍ່​ມື້, ເພີ່ມ​ຂຶ້ນ 8,4% ເມື່ອ​ທຽບ​ໃສ່​ການ​ຂົນ​ສົ່ງ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ຂອງ​ປີ​ກາຍ.
ພາກ​ສ່ວນ​ຄົມ​ມະ​ນາ​ຄົມ​ຈີນ​ຄາດ​ຄະ​ເນ​ວ່າ: ​ການ​ຂົນ​ສົ່ງ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ປີ​ນີ້, ຜູ້​ຂັບ​ລົດອອກ​ເດີນ​ທາງ​ດ້ວຍ​ຕົນ​ເອງ​ຈະ​ມີ​ເຖິງ 7,2 ຕື້​ເທື່ອ​ຄົນ ເຊິ່ງ​ກວມ​ປະ​ມານ 80% ຂອງ​ຈຳ​ນວນ​ຜູ້​ໂດຍ​ສານ​ໃນ​ທົ່ວ​ສັງ​ຄົມ​ຈີນ.
ທີ່ມາ: CMG