ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການຜະລິດເຂົ້າຢູ່ແຂວງໄຊຍະບູລີຂະຫຍາຍຕົວດີຂຶ້ນ

Jan 14, 2025

ໂດຍ: ວັນໄຊ ຕະວິນຍານ
ພາຍໃຕ້ການຊີ້ນໍາຂອງອົງຄະນະພັກແຂວງ ເພື່ອຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ – ສັງຄົມ ຂອງແຂວງໄຊຍະບູລີໃຫ້ມີຜົນສໍາເລັດ, ຕິດພັນກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ – ການເງິນ ໃຫ້ແທດເໝາະກັບເງື່ອນໄຂທ່າແຮງບົ່ມຊ້ອນທາງດ້ານຊັບພະຍາກອນທຳມະຊາດ. ໃນປີ 2024 ຜ່ານມາ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປຸກລະດົມປະຊາຊົນ, ສ້າງເງື່ອນໄຂ, ອໍານວຍຄວາມສະດວກ ແລະ ຕອບສະໜອງດ້ານວິຊາການ ໂດຍການນຳໃຊ້ເຕັກນິກ ວິທະຍາສາດທີ່ໄດ້ຮັບການຄົ້ນຄວ້າ ເພື່ອຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ ທັງສະໜອງອຸປະກອນອັນຈໍາເປັນໃຫ້ປະຊາຊົນທໍາການຜະລິດ ຈຶ່ງເຮັດໃຫ້ການຜະລິດກະສິກໍາພາຍໃນແຂວງໃນປີ 2024 ຜ່ານມາ, ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ.
ທ່ານ ພວງແກ້ວ ບຸນຍະວົງ ຫົວໜ້າພະແນກກະສິກໍາ-ປ່າໄມ້ ແຂວງໄຊຍະບູລີ ລາຍງານໃຫ້ຊາບວ່າ:ບັນຫາຕົ້ນຕໍ ແມ່ນເລັ່ງໃສ່ແຜນງານຄໍ້າປະກັນທາງດ້ານສະບຽງອາຫານ ແລະ ໂພຊະນາການ.
ການຜະລິດເຂົ້າ ປີ 2024 ເນື້ອທີ່ແຜນການວາງໄວ້ທັງໝົດ 48,724 ເຮັກຕາ, ຄາດຄະເນຜົນຜະລິດ 190,000 ໂຕນ ຜ່ານການຈັດຕັ້ງປະຕິບັດ ເນື້ອທີ່ເກັບກ່ຽວຕົວຈິງປະຕິບັດໄດ້ 48,394 ເຮັກຕາ ຜົນຜະລິດໄດ້ 197,500 ໂຕນ ທຽບໃສ່ມະຕິສະພາຮັບຮອງ ສາມາດປະຕິບັດໄດ້ 104%, ສະເພາະການຜະລິດເຂົ້ານາປີ ແຜນການວາງໄວ້ 36,824 ເຮັກຕາ, ສາມາດປະຕິບັດໄດ້ 37,008.56 ເຮັກຕາ ເທົ່າກັບ 101% ຂອງແຜນການ. ໃນນີ້ ເນື້ອທີ່ເກັບກ່ຽວຕົວຈິງ 36,106.49 ເຮັກຕາ ເສຍຫາຍ 902 ເຮັກຕາ, ສະເລ່ຍສະມັດຖະພາບ 4.63 ໂຕນ/ເຮັກຕາ, ຜົນຜະລິດໄດ້ 167,102 ໂຕນ ເທົ່າກັບ 107.71% ຂອງແຜນການ, ທຽບໃສ່ປີຜ່ານມາເນື້ອທີ່ເພີ່ມຂຶ້ນ 779.7 ເຮັກຕາ, ຜົນຜະລິດເພີ່ມຂຶ້ນ 1,912 ໂຕນ. ການປູກເຂົ້ານາແຊງ:ແຜນການວາງໄວ້ໃຫ້ໄດ້ໃນ ເນື້ອທີ່ 1,900 ເຮັກຕາ, ປະຕິບັດໄດ້ 1,881.09 ເຮັກຕາ, ເທົ່າກັບ 99% ຂອງແຜນການ, ສາມາດເກັບກູ້ເຂົ້ານາແຊງໄດ້ 1,881.09 ເຮັກຕາ, ສະມັດຖະພາບຜົນຜະລິດ 4.21 ໂຕນ/ເຮັກຕາ, ຜົນຜະລິດໄດ້ 7,924 ໂຕນ ເທົ່າກັບ 100.67% ຂອງແຜນການ ທຽບໃສ່ປີຜ່ານມາເນື້ອທີ່ຫຼຸດລົງ 51.81 ເຮັກຕາ, ຜົນຜະລິດຫຼຸດລົງ 1,162 ໂຕນ. ແຜນການປູກເຂົ້າໄຮ່ ເນື້ອທີ່ 10,000 ເຮັກຕາ, ປະຕິບັດໄດ້ 10,410.43 ເຮັກຕາເທົ່າກັບ 104.10% ຂອງແຜນການ. ໃນນີ້, ເນື້ອທີ່ເກັບກ່ຽວຕົວຈິງ 10,406.8 ເຮັກຕາ ເສຍຫາຍ 3.63 ເຮັກຕາ, ສະມັດຖະພາບສະເລ່ຍ 2.16 ໂຕນ/ເຮັກຕາ, ໄດ້ຜົນຜະລິດທັງໝົດ 22,474 ໂຕນ ເທົ່າກັບ 99.44% ຂອງແຜນການ, ທຽບໃສ່ປີຜ່ານມາເນື້ອທີ່ຫຼຸດລົງ 672.85 ເຮັກຕາ, ຜົນຜະລິດຫຼຸດລົງ 2,791 ໂຕນ.
ສາເຫດທີ່ເຮັດໃຫ້ການຜະລິດເຂົ້າລື່ນແຜນການແມ່ນຍ້ອນການສົ່ງເສີມປູກພືດລະດູແລ້ງໝູນວຽນໃນນາເຂົ້າເປັນສິນຄ້າ ໂດຍສະເພາະແມ່ນ ຖົ່ວເຫຼືອງ, ຜັກສົດ, ໝາກໂມ, ຖົ່ວດິນ ແລະ ພືດອື່ນໆ ຫຼາຍກວ່າ 2.500 ເຮັກຕາ ຊຶ່ງຜົນການວິໄຈເຫັນວ່າ: ການປູກພືດຕະກຸນຖົ່ວສາມາດປັບປຸງດິນ ແລະ ການລົງທຶນປູກພືດເປັນສິນຄ້າໃນນາເຂົ້າ ປະລິມານຝຸ່ນທີ່ສະສົມສົ່ງຜົນຕໍ່ການນຳໃຊ້ ແລະ ເພີ່ມສະມັດຖະພາບຜົນຜະລິດຂອງເຂົ້ານາປີ; ຍ້ອນການນຳໃຊ້ແນວພັນປັບປຸງຮຸ່ນສາມທີ່ຫຼາກຫຼາຍ ແລະ ມີຄຸນນະພາບ ເຊັ່ນ: ເຂົ້າຖິ່ນແກ້ວ 17, ທ່າສະໂນ, ນໍ້າຕານ, ເຊບັ້ງໄຟ, ທ່າດອກຄຳ ແລະ ອື່ນໆ ບວກກັບສະພາບດິນຟ້າອາກາດລະດູຝົນປີນີ້ເໝາະສົມ ເຮັດໃຫ້ການຜະລິດເຂົ້ານາປີໄດ້ຮັບຜົນດີ; ລາຄາເຂົ້າປີນີ້ສູງກວ່າປີຜ່ານມາ ສ້າງແຮງຈູງໃຈໃຫ້ຊາວກະສິກອນ ຂະຫຍາຍພື້ນທີ່ປູກໃນເຂດນາເຮື້ອ ໂດຍສະເພາະເຂດເມືອງໄຊຍະບູລີ, ເມືອງຫົງສາ, ເມືອງຊຽງຮ່ອນ ແລະ ເມືອງທົ່ງມີໄຊ.
ທ່ານ ພວງແກ້ວ ບຸນຍະວົງ ກ່າວຕື່ມວ່າ: ຕະຫຼອດໄລຍະ 1 ປີຜ່ານມາ ການປູກເຂົ້າພາຍໃນແຂວງຍັງພົບບັນຫາ ແລະ ມີສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນແມ່ນຕົ້ນທຶນການຜະລິດເຂົ້າເພີ່ມຂຶ້ນ ໂດຍສະເລ່ຍປະມານ 14-16 ລ້ານ/ເຮັກຕາ ຍ້ອນພາວະເງິນເຟີ້ ໂດຍສະເພາະຄ່າໃຊ້ຈ່າຍໃນການກະກຽມດິນ, ແຮງງານ, ແນວພັນ, ຝຸ່ນ ແລະ ຢາປາບສັດຕູພືດ ເຮັດໃຫ້ຊາວກະສິກອນຜູ້ຜະລິດເຂົ້າເປັນສິນຄ້າໄດ້ຮັບຜົນຕອບແທນໜ້ອຍ ຖ້າສົມທຽບໃສ່ການຜະລິດພືດອື່ນເປັນສິນຄ້າ; ນາບາງບ່ອນ, ບາງເມືອງ ຖືກນໍ້າຖ້ວມ ເນື້ອທີ່ໄດ້ຮັບຜົນກະທົບ 1,500.19 ເຮັກຕາ, ເສຍຫາຍ 614.45 ເຮັກຕາ; ນໍ້າປ່າໄຫຼຊຸເຂົ້າໄຮ່ ເນື້ອທີ່ໄດ້ຮັບຜົນກະທົບ 3.63 ເຮັກຕາ, ເສຍຫາຍ 3.63 ເຮັກຕາ; ເກີດພະຍາດ-ແມງໄມ້ສັດຕູພືດລະບາດ ໃນນາເຂົ້າ ໄດ້ຮັບຜົນກະທົບ 342.16 ເຮັກຕາ, ເສຍຫາຍ 287.86 ເຮັກຕາ; ການປູກເຂົ້ານາແຊງ ບໍ່ບັນລຸເປົ້າໝາຍທີ່ກຳນົດໄວ້ ຍ້ອນການໄດ້ຫັນພື້ນທີ່ນາແຊງ ໄປປູກພືດຊະນິດອື່ນເປັນຕົ້ນແມ່ນການປູກຖົ່ວເຫຼືອງຝັກສົດ, ໝາກໂມ, ຖົ່ວດິນ, ໝາກເຜັດ, ຢາສູບ, ພືດຜັກ ແລະ ພືດອື່ນໆ.