ຄະນະຜູ້ແທນແຂວງຈຳປາສັກ, ນຳໂດຍ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ ປະທານສະມາຄົມມິດຕະພາບລາວ-ຫວຽດນາມແຂວງ ຈຳປາສັກ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນ ການນຳແຂວງກວ້າງບິ່ງ ສສ ຫວຽດນາມ, ໃນວັນທີ 13 ມັງກອນ 2025 ນີ້, ໃນໂອກາດບຸນປີໃໝ່ປະຈໍາຊາດຂອງຊາວຫວຽດນາມ ທີ່ຈະມາເຖິງໃນໝໍ່ໆນີ້, ໂດຍການຕ້ອນຮັບຂອງ ທ່ານ ດວ້ານ ງ໋ອກ ເລີມ ຮອງປະທານ ຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ກວ້າງບິ່ງ ແລະຄະນະ.
ໂອກາດນີ້, ທ່ານ ສົມບູນ ເຮືອງວົງສາ ໄດ້ສະແດງຄວາມຮູ້ສຶກເປັນກຽດທີ່ໄດ້ຕາງໜ້າອົງຄະນະພັກ-ອົງການປົກຄອງ, ສະພາປະຊາຊົນ, ແນວລາວສ້າງຊາດ, ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າຊາວແຂວງຈຳປາສັກ ນຳເອົາຄວາມຢ້ຽມຢາມຖາມຂ່າວ ແລະ ຄຳອວຍພອນອັນສຸດທີ່ປະເສີດມາຍັງບັນດາສະຫາຍອົງຄະນະພັກ, ອົງການການປົກຄອງ, ສະພາປະຊາຊົນ, ກຳລັງປະກອບອາວຸດ, ພະນັກງານ-ລັດຖະກອນ ແລະ ປະຊາຊົນຊາວແຂວງກວ້າງບິ່ງ ເນື່ອງໃນໂອກາດປີໃໝ່ປະເພນີຫວຽດນາມ 2025 ຊຶ່ງເປັນຮີດຄອງປະເພນີທີ່ສືບທອດມາແຕ່ດົນນານ, ເປັນປາງບຸນໃຫຍ່ ຂອງປວງຊົນຊາວຫວຽດນາມທັງຊາດ ທີ່ໄດ້ພ້ອມກັນສະເຫຼີມສະຫຼອງ ເພື່ອສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ຢ່າງຄຶກຄື້ນມ່ວນຊື່ນ.
ໃນໂອກາດດຽວກັນ, ທ່ານ ດວ້ານ ງ໋ອກ ເລີມ ກໍ່ໄດ້ສະແດງການຕ້ອນຮັບ ແລະ ດີໃຈທີ່ໄດ້ຕ້ອນຮັບ ຄະນະຜູ້ແທນແຂວງ ຈຳປາສັກ ທີ່ໄດ້ມາຢ້ຽມຢາມໃນເທື່ອນີ້, ເນື່ອງໃນໂອກາດປີໃໝ່ປະເພນີຫວຽດນາມ ຂໍອວຍພອນໄຊອັນປະເສີດມາຍັງສະຫາຍພ້ອມຄອບຄົວ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດ, ອວຍພອນແດ່ສາຍພົວພັນຄວາມມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະ ແຂວງກວ້າງບິ່ງ ກັບ ແຂວງຈໍາປາສັກ ຍາມໃດກໍຂຽວສົດງົດງາມ ແລະ ໝັ້ນຄົງຂະທະນົງແກ່ນຕະຫຼອດການລະນາ; ພ້ອມນັ້ນ, ສອງຝ່າຍຍັງ ໄດ້ຍົກໃຫ້ຮູ້ສະພາບການໂດຍລວມຂອງແຂວງ, ການພັດທະນາເສດຖະກິດ-ສັງຄົມ ແລະ ຕີລາຄາ ດ້ວຍນໍ້າໃຈມິດຕະພາບອັນບໍລິສຸດຜຸດຜ່ອງ, ການພົວພັນອັນສະໜິດສະໜົມຈິງໃຈ ຂອງສອງຊາດ ສອງທ້ອງຖິ່ນພວກເຮົາ, ຜ່ານມາ ແຂວງຈຳປາສັກ-ແຂວງກວ້າງບິ່ງ ໄດ້ຮ່ວມກັນຈັດຕັ້ງຜັນຂະຫຍາຍ ບັນດາເນື້ອໃນທີ່ໄດ້ຕົກລົງ ມີຜົນສໍາເລັດຢ່າງມີປະສິດທິພາບ ປະສິດທິຜົນຢ່າງໜ້າພາກພູມໃຈ; ໂດຍສະເພາະສອງແຂວງ ໄດ້ແລກປ່ຽນຄະນະຜູ້ແທນເຄື່ອນໄຫວຢ້ຽມຢາມຢ່າງເປັນປົກກະຕິ, ການກໍ່ສ້າງພັດທະນາຊັບພະຍາກອນມະນຸດ ເພື່ອແນໃສ່ເພີ່ມທະວີສາຍພົວພັນມິດຕະພາບອັນຫຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮ້ອບດ້ານໃຫ້ນັບມື້ນັບເຂົ້າສູ່ລວງເລິກ ລວມທັງວຽກງານ, ການຊ່ວຍເຫຼືອດ້ານການພັດທະນາຕ່າງໆ ກໍໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.
ຂ່າວ: ທັດຊະນະ





