ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມາຮູ້ຈັກກັບລົດໄຟໃຫມ່ຫຼ້າສຸດລຸ້ນ CR450 ທີ່ແລ່ນໄດ້ຄວາມໄວສູງສຸດເຖິງ 450 ກິໂລແມັດຕໍ່ຊົ່ວໂມງ ຂອງ ສປ ຈີນ

Jan 14, 2025

ໃນວັນທີ 29 ທັນວາ 2024 ທີ່ຜ່ານມາ, ສປ ຈີນ ໄດ້ເປີດໂຕລົດໄຟລຸ້ນ CR450 ໂດຍຈະມີ 2 ແບບຄື CR450 AF ແລະ CR450 BF, ເປັນລົດໄຟຄວາມໄວສູງລຸ້ນໃໝ່ ທີ່ສາມາດແລ່ນໄດ້ຄວາມໄວສູງສຸດເຖິງ 450 ກິໂລແມັດຕໍ່ຊົ່ວໂມງ, ເຮັດໃຫ້ກາຍເປັນລົດໄຟທີ່ແລ່ນໄວທີ່ສຸດໃນໂລກ.
ລົດໄຟລຸ້ນ CR450 ເປັນລົດໄຟທີ່ແລ່ນດ້ວຍຄວາມໄວສູງ, ໃນຊ່ວງໃຫ້ບໍລິການອາດຈະແລ່ນຢູ່ທີ່ 400 ກິໂລແມັດຕໍ່ຊົ່ວໂມງ, ນອກຈາກນັ້ນແລ້ວ ຍັງເປັນລົດໄຟທີ່ປະຢັດພະລັງງານ, ຫຼຸດຜ່ອນສຽງລົບກວນ, ມີໄລຍະການເບກທີ່ສັ້ນລົງ ແລະ ອັດສະລິຍະກວ່າເກົ່າ. ລົດໄຟລຸ້ນ CR450 ເປັນການກ້າວກະໂດດອັນສໍາຄັນທາງດ້ານວິທະຍາສາດການລົດໄຟຂອງ ສປ ຈີນ ເຊິ່ງຈະຍົກສູງລະດັບນະວັດຕະກຳວິທະຍາສາດເຕັກໂນໂລຊີທາງລົດໄຟຂອງຈີນ, ຄວາມເປັນເອກະລາດດ້ານວິທະຍາສາດ , ການເພິ່ງພາຕົນເອງ ແລະ ເປັນຜູ້ນໍາດ້ານວິທະຍາສາດການລົດໄຟ.
ຈຸດເດັ່ນຂອງລົດໄຟລຸ້ນ CR450 ແມ່ນສາມາດຫຼຸດແຮງຕ້ານລົມລົງ ດ້ວຍເຕັກນິກໃໝ່ ແລະ ວັດສະດຸໃໝ່ ເຊິ່ງຮູບຮ່າງຂອງຫົວລົດໄຟ ແລະ ຄວາມຍາວຂອງຫົວລົດໄຟຈະຍາວກວ່າເກົ່າ, ນຳໃຊ້ແຂນຮັບໄຟຟ້າແຮງສູງ(pantograph) ທີ່ມີແຮງຕ້ານຕ່ຳ, ມີລະບົບໂບກີ້(bogie)ທີ່ກວມຫຸ້ມເພື່ອຫຼຸດແຮງຕ້ານ,ມີຢາງປົກຫຸ້ມຈຸດເຊື່ອມຕູ້ລົດໄຟ(vestibule diaphragm)ຢ່າງແໜ້ນໜາ.
ການອອກແບບພາຍໃນຕົວລົດຈະມີການເພີ່ມຫ້ອງສ່ວນຕົວແບບອະເນກປະສົງຫຼາຍແບບຄື: ຫ້ອງສ່ວນຕົວແບບຄົນດຽວ, ຫ້ອງສ່ວນຕົວແບບ 4 ຄົນ ແລະ ຫ້ອງສ່ວນຕົວແບບອາເນກປະສົງ, ພາຍໃນຈະມີສິ່ງອຳນວຍຄວາມສະດວກຄົບ, ເຂົ້າອອກດ້ວຍລະຫັດຜ່ານ. ໃນລົດຍັງມີພື້ນທີ່ຈັດເກັບເຄື່ອງທີ່ຫຼາກຫຼາຍ ແລະ ການອອກແບບທີ່ທັນສະໄຫມ ຄວບຄຸມດ້ວຍລະບົບອັດສະລິຍະ.
ທີ່ມາ: CMG
May be an image of aircraft and text
May be an image of aircraft and text
May be an image of aircraft and text
May be an image of text
May be an image of text
May be an image of text
May be an image of text
May be an image of text
May be an image of text