ຕົວເລກຂໍ້ມູນຫຼ້າສຸດກ່ຽວກັບອຸດສາຫະກຳລົດປີ 2024 ທີ່ສະມາຄົມອຸດສາຫະກຳລົດຈີນເປີດເຜີຍສະແດງໃຫ້ເຫັນວ່າ: ປີ 2024, ປະລິມານການຜະລິດ ແລະ ຈຳໜ່າຍລົດໃຊ້ພະລັງງານໃໝ່ຂອງຈີນລ້ວນແຕ່ມີຫຼາຍກວ່າ 12 ລ້ານຄັນ ເຊິ່ງເປັນອັນດັບທີ 1 ຂອງໂລກເປັນ 10 ປີລຽນຕິດ.
ຕົວເລກຂໍ້ມູນຫຼ້າສຸດສະແດງໃຫ້ເຫັນວ່າ: ປີ 2024, ປະລິມານການຜະລິດ ແລະ ຈຳໜ່າຍລົດໃຊ້ພະລັງງານໃໝ່ຂອງຈີນຕ່າງໄດ້ບັນລຸເຖິງ 12,88 ລ້ານຄັນ ແລະ 12,86 ລ້ານຄັນຕາມລຳດັບ, ຕ່າງໄດ້ເພີ່ມຂຶ້ນ 34,4% ແລະ 35,5% ຕາມລຳດັບເມື່ອທຽບໃສ່ປີ 2023. ປະລິມານການຈຳໜ່າຍລົດໃຊ້ພະລັງງານໃໝ່ໄດ້ກວມ 40,9% ຂອງຍອດປະລິມານການຈຳໜ່າຍລົດໃໝ່ ແລະ ສືບຕໍ່ເປັນຈຸດເຕີບໂຕທີ່ສຳຄັນສຳລັບອຸດສາຫະກຳລົດຂອງຈີນ. ໃນຂະນະດຽວກັນ, ໃນປີ 2024, ຈີນໄດ້ສົ່ງອອກລົດໃຊ້ພະລັງງານໃໝ່ 1, 284 ລ້ານຄັນ, ເພີ່ມຂຶ້ນ 6,7% ເມື່ອທຽບໃສ່ປີ 2023 ແລະ ສືບຕໍ່ເປັນອັນດັບທີ 1 ຂອງໂລກ.



