ໃນໂອກາດຂຶ້ນຜ່ານບົດລາຍງານກ່ຽວກັບການຈັດຕັົ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ ປະຈໍາປີ 2024 ແລະ ແຜນການປະຈໍາປີ 2025 ຕິດ ພັນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ- ການເງິນ ຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນ ແຂວງອຸດົມໄຊ ຊຸດທີ II ໃນຕອນເຊົ້າວັນທີ 14 ມັງກອນ 2025 ທີ່ສະໂມສອນແຂວງອຸດົມໄຊ.
ທ່ານ ບຸນຄົງ ຫຼ້າຈຽມພອນ, ເຈົ້າແຂວງອຸດົມໄຊ ໃຫ້ຮູ້ວ່າ: ໃນປີ 2024 ຜ່ານມາເສດຖະກິດຂອງແຂວງອຸດົມໄຊໂດຍລວມ ມີ ການຂະຫຍາຍຕົວຢ່າງຕໍ່ເນື່ອງ, ລວມຍອດຜະລິດຕະພັນ ພາຍ ໃນ (GDP) ຂະຫຍາຍຕົວໃນລະດັບ 4,75% (ມະຕິສະພາ 4,73%), ມູນຄ່າລາຄາປີປະຈຸບັນ ບັນລຸ 10,631.05 ຕື້ກີບ ລື່ນແຜນການ 12,8% (ມະຕິສະພາ 9,422.24 ຕື້ກີບ), ລວມຍອດຜະລິດຕະພັນ (GDP) ຕໍ່ຫົວຄົນ 1,351.00 ໂດລາສະ ຫະລັດ (ມະຕິສະພາ 1,377 ໂດລາສະຫະລັດ) ໃນນີ້, ຂະແໜງກະ ສິກຳ ຂະຫຍາຍຕົວ 7,13%, ກວມເອົາ 34,99% ຂອງ GDP; ຂະແໜງອຸດສາຫະກຳ ຂະຫຍາຍຕົວ 6,59%, ກວມເອົາ 11,25% GDP; ຂະແໜງບໍລິການ ຂະຫຍາຍຕົວ 2,08%, ກວມເອົາ 52.55% GDP); ພາສີ, ອາກອນຜະລິດຕະພັນ ແລະ ຂາເຂົ້າ ຂະຫຍາຍຕົວ 2,18% ກວມເອົາ 1,20% GDP. ມູນຄ່າການຄ້າກັບຕ່າງປະເທດ ແຂວງອຸດົມໄຊ ເປັນແຂວງທີ່ມີການຂາດດຸນການຄ້າກັບ ຕ່າງປະເທດ, ມູນຄ່າການຄ້າກັບຕ່າງປະເທດ ບັນ ລຸໄດ້ 2,705 21 ຕື້ກີບ ເທົ່າກັບ 73% ຂອງແຜນການ ໃນນີ້: ການສົ່ງອອກ ປະຕິບັດໄດ້ 2,576.40 ຕື້ກີບ ເທົ່າກັບ 72,2% ຂອງແຜນການ, ສິນຄ້າທີ່ສົ່ງອອກ ຕົ້ນຕໍແມ່ນ ຢາງພາລາ, ແປ້ງມັນຕົ້ນ, ເຄື່ອງປ່າຂອງດົງ, ຊີມັງ, ຜົນຜະລິດກະສິກຳ ແລະ ແຮ່ທາດ, ການນໍາເຂົ້າ ປະຕິບັດໄດ້ 259.50 ຕື້ກີບ ປະຕິບັດໄດ້ລື່ນແຜນການ 13,9%; ສິນຄ້າທີ່ນໍາເຂົ້າຕົ້ນຕໍແມ່ນປັດໄຈການຜະ ລິດ, ສີນຄ້າອຸປະໂພກ-ບໍລິໂພກ.
ສ່ວນດ້ານການລົງທຶນ ສາມາດລະດົມທຶນເຂົ້າໃສ່ການພັດ ທະນາໄດ້ 5,956.81 ຕື້ກີບ, ປະຕິບັດໄດ້ລື່ນ ແຜນການ 118% ທຽບກັບປີຜ່ານມາ ເພີ່ມຂຶ້ນ 73,5% ໃນນີ້: ການລົງທຶນຂອງລັດ ປະຕິບັດໄດ້ 83.42 ຕື້ກີບ ເທົ່າກັບ 100%; ການ ຊ່ວຍ ເຫຼືອທາງການເພື່ອການພັດທະນາປະຕິບັດໄດ້ 294.27 ຕື້ກີບ ປະຕິບັດ ໄດ້ລື່ນແຜນການ 116%; ການລົງທຶນຂອງພາກເອກະ ຊົນພາຍໃນ ແລະ ຕ່າງປະເທດ ປະຕິບັດ ໄດ້ 221 ໂຄງການ, ມູນຄ່າ 5,008.68 ຕື້ກີບ ຫຼື 229.47 ລ້ານໂດລາສະຫະລັດ ປະຕິບັດໄດ້ລື່ນແຜນ 230%; ການ ສະໜອງສິນເຊື່ອຂອງທະ ນາຄານ ບັນລຸໄດ້ 570.44 ຕື້ກີບ ເທົ່າກັບ 85,9% ຂອງແຜນ ການທີ່ວາງໄວ້.



