ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີຜ່ານມາ ໄພພິບັດສ້າງຄວາມເສຍຫາຍແກ່ແຂວງໄຊສົມບູນ 22 ຕື້ກວ່າກີບ

Jan 15, 2025

ຄະນະກຳມະການຄຸ້ມຄອງໄພພິບັດ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບວຽກງານຄຸ້ມຄອງໄພພິບັດ ແລະ ກອງທຶນສັງຄົມສົງເຄາະ ປະຈໍາປີ 2024 ແລະ ແຜນການປີ 2025 ໃນຕອນເຊົ້າຂອງວັນທີ່ 13 ມັງກອນ 2025 ນີ້ ທີ່ຫ້ອງປະຊຸມພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໂດຍການເປັນປະທານຂອງທ່ານ ຕົ່ງມົວ ຊົວໂກ້, ຮອງເຈົ້າແຂວງໄຊສົມບູນ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ.
ທ່ານ ຂັນໄຊ ນາມມີໄຊ ຮອງຫົວໜ້າຂະແໜງສັງຄົມສົງເຄາະ ໄດ້ຜ່ານບົດສະຫຼຸບຕໍ່ກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນວ່າ:ໃນໄລຍະ 1 ປີຜ່ານມາ ໄດ້ເກີດອັກຄີໄພໄຟໄໝ້ເຮືອນປະຊາຊົນຢູ່ເມືອງອະນຸວົງ, ເມືອງທ່າໂທມ, ເມືອງລ້ອງຊານ ຈໍານວນ 4 ຄັ້ງ ລວມມູນຄ່າຄວາມເສຍຫາຍທັງໝົດ 224 ລ້ານກວ່າກີບ, ເກີດເຫດການລົມພາຍຸພັດເຮືອນປະຊາຊົນ, ໂຮງຮຽນ 2 ແຫ່ງ ແລະ 1 ຫ້ອງການບ້ານ ຢູ່ເມືອງອະນຸວົງ, ເມືອງທ່າໂທມ ແລະ ເມືອງຮົ່ມ, ເມືອງລ້ອງແຈ້ງ ແລະ ເມືອງລ້ອງຊານ ຈໍານວນ 6 ຄັ້ງ ມູນຄ່າຄວາມເສຍຫາຍທັງໝົດ 1.186 ລ້ານກ່ວາກີບ, ຜົນກະທົບຈາກໄພພິບັດທຳມະຊາດນ້ຳປ່າໄຫຼຊຸໂຄງການຊົນລະປະທານ ຈຳນວນ 9 ແຫ່ງ ຢູ່ເມືອງອະນຸວົງ, ເມືອງທ່າໂທມ, ເມືອງລ້ອງແຈ້ງ ລວມມູນຄ່າຜົນເສຍຫາຍ 22 ຕື້ກວ່າກີບ.
ໃນປີ 2024 ນີ້ ໄດ້ໃຫ້ການຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກໄພທຳມະຊາດ ໃນນັ້ນ ຊ່ວຍເຫຼືອເປັນເຂົ້າສານ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດ ເພື່ອບັນເທົາທຸກສຸກເສີນໄຫ້ແກ່ຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງ, ຜົນກະທົບຈາກອັກຄີໄພໄໝ້ເຮືອນ ແລະ ພາຍຸລົມພັດ ຈຳນວນ 68 ຄອບຄົວ ລວມມູນຄ່າທັງໝົດ 368 ລ້ານກວ່າກີບ.
ຈາກນັ້ນ ຄະນະກຳມະການຂັ້ນແຂວງ ແລະ ເມືອງ ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນຕໍ່ຮ່າງບົດສະຫຼຸບ ເປັນຕົ້ນແມ່ນ ຕໍ່ກັບບັນຫາຄວາມຫຍຸ້ງຍາກຕ່າງໆ ໃນການຈັດຕັ້ງປະຕິບັດວຽກງານ, ການປະສານງານກັບພາກສ່ວນທີ່ກຽວຂ້ອງ, ການສ້າງ ແລະ ນໍາໃຊ້ກອງທຶນ ຫຼື ງົບປະມານ ເພື່ອຕອບໂຕ້ໄຟພິບັດທັນການ, ກະກຽມຄວາມພ້ອມໃນການຮັບມື ແລະ ການລະດົມທຶນຈາກພາກສ່ວນຕ່າງໆ.
ພາບ-ຂ່າວ: ຟອງ ນໍ່ນິນທາ