ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການສຶກສາສໍາຫລວດຄວາມເປັນໄປໄດ້ໃນການລົງທຶນສຳປະທານ ເນື້ອທີ່ດິນ 124 ເຮັກຕາ ເພື່ອປູກໄມ້ໃຫ້ໝາກ (ຖົ່ວລຽນ) ແລະ ພືດລົ້ມລູກ (ຕະກຸນຖົ່ວ), ຢູ່ບ້ານເວີນແຄນ ແລະ ບ້ານລວງໂຊກ, ເມືອງມຸນລະປາໂມກ, ແຂວງຈໍາປາສັກ ລະຫວ່າງ ແຂວງຈໍາປາສັກຕາງໜ້າໂດຍພະແນກແຜນການ ແລະ ການລົງທຶນແຂວງ ກັບ ບໍລິສັດ ຈູຢວນ ຈໍາກັດຜູ້ດຽວ ຈັດຂຶ້ນໃນວັນທີ 14 ມັງກອນ 2025 ຢູ່ທີ່ພະແນກແຜນການ ແລະ ການລົງທຶນ, ໂດຍການເຂົ້າຮ່ວມຂອງທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈໍາປາສັກ.
ຮ່ວມລົງນາມໃນຄັ້ງນີ້, ຝ່າຍອົງການປົກຄອງແຂວງຈໍາປາສັກ ປະກອບມີ: ທ່ານ ສຸກສະຫວັນ ວິໄລວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ທ່ານ ວັນນະສັກ ຊາດຕະກຸນ ເຈົ້າເມືອງມຸນລະປາໂມກ ແລະ ທ່ານ ສຸລະພົນ ກໍມະນີ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ. ສ່ວນຝ່າຍບໍລິສັດ ມີ: ທ່ານ ຄາວ ໝິງ ຊິງ ອໍານວຍການບໍລິສັດ ຈຸຢວນ ຈຳກັດຜູ້ດຽວ ແລະ ທ່ານ ຫຼີ່ ກາງ ຜູ້ຈັດການບໍລິ ສັດ.
ຂ່າວ-ພາບ: ຈັນທະວີສັກ ເຊັນສຸດໃຈ





