ພິທີປະກາດຮັບຮອງເອົາບ້ານ ຫາດພິລາ ເມືອງສະໜາມໄຊ ແຂວງອັດຕະປື ເປັນບ້ານວັດທະນະທໍາໃໝ່ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 15 ມັງກອນ 2025 ທີ່ບ້ານດັ່ງກ່າວ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ພູດອນ ຈູມມະລີ ຮອງເຈົ້າເມືອງ ສະໜາມໄຊ, ມີທ່ານ ທອງທັດ ແກ້ວບຸນໄຊ ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ມີພະແນກການທີ່ກ່ຽວຂ້ອງຂອງແຂວງ, ເມືອງ ຕະຫຼອດຮອດອໍານາດການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມ.
ພິທີເລີ່ມຕົ້ນດ້ວຍການຮັບຊົມການສະແດງ ຈາກໜ່ວຍສິນລະປະວັນນະຄະດີຂອງບ້ານ ຕາມດ້ວຍຂະບວນການແຮ່ກ້ອນກໍາລັງຕ່າງໆ ເຂົ້າສູ່ພິທີ. ໂອກາດດັ່ງກ່າວ ທ່ານ ຄຳຄ່ອງ ໂລຍພູວົງ ເລຂາພັກບ້ານ-ນາຍບ້ານ ຫາດພິລາ ໄດ້ລາຍງານໃຫ້ຮູ້ວ່າ: ບ້ານຫາດພິລາ ເປັນບ້ານໜຶ່ງ ທີ່ມູນເຊື້ອຫຼາກຫຼາຍທາງດ້ານວັດທະນະທໍາ, ມີ 2 ຊົນເຜົ່າຢູ່ຮ່ວມກັນ 2 ຄື: ເຜົ່າລາວລຸ່ມ ກວມເອົາ 24 ກວ່າ%, ເຜົ່າເບຮົາ ກວມເອົາ 63 ກວ່າ% ແລະ ເຜົ່າອື່ນໆອີກຈໍານວນໜຶ່ງ, ປະຊາຊົນ ພາຍໃນບ້ານ ມີຄວາມສາມັກຄີ ເປັນອັນໜຶ່ງອັນດຽວກັນ, ເຄີຍມີມູນເຊື້ອຕໍ່ສູ້ພິລະອາດຫານ, ມາຮອດໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ ບ້ານຫາດພິລາ, ເປັນບ້ານໜຶ່ງທີ່ຂຶ້ນກັບເຂດປຸຍ-ອຸດົມສຸກ, ເມືອງສະໜາມໄຊ, ມີຄອບຄົວທັງໝົດ 155 ຄອບຄົວ, ມີພົນລະເມືອງ 684 ຄົນ, ຍິງ 384 ຄົນ, ປະຊາຊົນ 85% ແມ່ນຖືອາຊີບເຮັດນາ ແລະ ສ່ວນໃຫຍ່ເຊື່ອຖືສາດສະໜາພຸດ.
ຜ່ານການເຄື່ອນໄຫວ ຈັດຕັ່ງປະຕິບັດການສ້າງຄອບຄົວ ແລະ ບ້ານວັດທະນະທຳໃໝ່ ຄະນະກໍາມະການສ້າງຄອບຄົວ ແລະ ບ້ານວັດທະນະທໍາຂອງເມືອງ ໄດ້ສົມທົບກັບອໍານນາດການປົກຄອງບ້ານ ໄດ້ເຮັດວຽກງານສຶກສາອົບຮົມດ້ານການເມືອງແນວຄິດ ໃຫ້ແກ່ພໍ່ແມ່ປະຊາຊົນ ໄດ້ຮັບຮູ້ເຂົ້າໃຈຕໍ່ ແນວທາງຂອງພັກ, ລະບຽບກົດໝານຂອງລັດ ໂດຍສຸມໃສ່ການເຜີຍແຜ່ ເຊື່ອມຊືມ ດຳລັດຂອງລັດຖະບານ ແລະ ບົດແນະນໍາ ຂອງພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວຂອງ ວ່າດ້ວຍການສ້າງຄອບຄົວ ແລະ ບ້ານວັດທະນະທຳໃໝ່, ຜ່ານການປະເມີນຂອງຄະນະກໍາມະການ ປະຈຸບັນພາຍໃນບ້ານ ຫາດພິລາ ມີ 146 ຄອບຄົວ ທີ່ກາຍເປັນຄອບຄົວວັດທະນະທໍາ ຄົບຖ້ວນຕາມມາດຖານເງື່ອນໄຂ ແລະ ກໍ່ກວມເອົາສ່ວນໃຫຍ່ຂອງຄອບຄົວທັງໝົດພາຍໃນບ້ານ.
ໃນພິທີ ຍັງໄດ້ຜ່ານຂໍ້ຕົກລົງຂອງເຈົ້າເມືອງ ວ່າດ້ວຍການອະນຸມັດຮັບຮອງເອົາຄອບຄົວວັດທະນະທໍາໃໝ່ ແລະ ຜ່ານຂໍ້ຕົກລົງຂອງເຈົ້່ແຂວງ ວ່າດ້ວຍການອະນຸມັດຮັບຮອງເອົາບ້ານວັດທະນະທໍາໃໝ່. ຈາກນັ້ນຄະນະປະທານ ແລະ ແຂກທີ່ເຂົ້າຮ່ວມ ກໍ່ໄດ້ຮ່ວມກັນເປີດປ້າຍ ພ້ອມລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນຂອງການປະກາດຮັບຮອງເອົາບ້ານ ຫາດພິລາ ເປັນບ້ານວັດທະນະທໍາໃໝ່ ບ້ານທີ 22 ເມືອງ ສະໜາມໄຊ ແລະ ບ້ານທີ 112 ຂອງແຂວງອັດຕະປື ຢ່າງເປັນທາງການ.
ຂ່າວ: ລິດພະສອນ







