ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະກາດບ້ານ ນາຄຳ ເມືອງ ທ່າພະບາດ ເປັນບ້ານໂພຊະນາການຕົວແບບ

Jan 15, 2025

ພິທີປະກາດບ້ານ ນາຄຳ ເມືອງ ທ່າພະບາດ ແຂວງ ບໍລິຄຳໄຊ ເປັນບ້ານໂພຊະນາການຕົວແບບ ໄດ້ຈັດຂຶ້ນໃນວັນທີ 14 ມັງກອນ 2025 ນີ້, ທີ່ເດີ່ນໂຮງຮຽນ ມ ຕົ້ນ ນາຄຳ ໂດຍການເປັນປະທານຮ່ວມ ຂອງ ທ່ານ ສົມສົດ ແສງອາພອນ ເຈົ້າເມືອງ ທ່າພະບາດ, ທ່ານ ດຣ ບຸນຍອດ ມູນຄະລັກ ຮອງຫົວຫນ້າສູນໂພຊະນາການແຫ່ງຊາດ, ທ່ານ ດຣ ຈັນທອນ ຄູຫາເທບ ຮອງຫົວຫນ້າພະແນກສາທາລະນະສຸກແຂວງ ບໍລິຄຳໄຊ, ທ່ານ ບຸນປອນ ຈັນທະວົງສາ ຫົວຫນ້າຫ້ອງການສາທາລະນະສຸກເມືອງ ທ່າພະບາດ, ທ່ານ ສົມ ພິມມະສອນ ນາຍບ້ານ ນາຄຳ, ມີບັນດາຂະແຫນງການທີ່ກ່ຽວຂ້ອງຂັ້ນແຂວງ – ຂັ້ນເມືອງ, ຫົວຫນ້າຫ້ອງການອ້ອມຂາງເມືອງ, ແຂກຖືກເຊີນ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມ. ບ້ານ ນາຄຳ ເປັນບ້ານໜຶ່ງທີ່ຂື້ນກັບເມືອງ ທ່າພະບາດ, ມີເນື້ອທີ່ທັງໝົດ 1,050 ເຮັກຕາ ມີປະຊາກອນທັງໝົດ 1,314 ຄົນ, ຍິງ 658 ຄົນ, ມີຈໍານວນ 194 ຫຼັງຄາເຮືອນ, ມີຄອບຄົວ ທັງໝົດ 201 ຄອບຄົວ; ການປະເມີນຕົວຊີ້ບອກທີ່ຕິດພັນກັບຂະແໜງການຕ່າງໆ ທີ່ສາມາດຢັ້ງຢືນເຖິງຜົນສໍາເລັດໃນການສ້າງບ້ານໂພຊະນາການໂຕແບບ ມີທັງໝົດ 25 ໂຕຊີ້ບອກ ໃນນັ້ນ ຂະແໜງແຜນການ 3 ໂຕຊີ້ບອກ, ກະສິກໍາ 5 ໂຕຊີ້ບອກ, ສຶກສາ 7 ໂຕຊີ້ບອກ ແລະ ຂະແໜງສາທາລະນະສຸກ 10 ໂຕຊີ້ບອກ; ເຊິ່ງມັນໄດ້ຊີ້ໃຫ້ເຫັນກິດຈະກໍາຕ່າງໆທີ່ຕິດພັນກັບແຕ່ລະຂະແໜງການຄື: ທີມງານໂພສະນາການຫ້ອງການສາທາລະນະສຸກເມືອງ ໄດ້ສົມທົບກັບສຸກສາລາຂອງບ້ານເປົ້າໝາຍ ລົງສຸຂະສຶກສາໃຫ້ແກ່ກຸ່ມເປົ້າໝາຍພາຍໃນບ້ານ ໃນຫົວຂໍ້: ການຮັກສາສຸຂະພາບໃນຊ່ວງຖືພາ ແລະ ແມ່ລູກອ່ອນໂດຍເໜັ້ນໜັກການກິນອາຫານ ໃຫ້ຖືກຕາມຫຼັກໂພຊະນາການ, ການຝາກທ້ອງ, ການເກີດລູກດ້ວຍແພດທີ່ຊຳນານໂດຍຖືເອົາຄໍາຂວັນ” ລູກເກີດລອດ ແມ່ປອດໄພ” ເປັນສິ່ງສໍາຄັນ, ການລ້ຽງລູກດ້ວຍນົມແມ່, ການປຸງແຕ່ງອາຫານເສີມໃຫ້ເດັກຕາມໄວ, ການຮັກສາສຸຂະອະນາໄມໃນຄົວເຮືອນໄດ້ລົງເຮັດກິດຈະກຳເສື່ອມສານ: ແຈກຢາຍຢາອາຊິດໂຟລິກ, ຢາວິຕາມິນອາ, ຢາຂ້າແມ້ ທ້ອງໃຫ້ກຸ່ມເປົ້າໝາຍເດັກລຸ່ມ 5 ປີ, ຕິດຕາມການຈະເລີນເຕີບໂຕ ແລະ ປະເມີນສະພາບ ໂພຊະນາການຂອງເດັກໃນທຸກ 3 ເດືອນ. ຈາກນັ້ນທາງຄະນະຮັບຜິດຊອບໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ສະບັບ ເລກທີ 54/ມທບ, ລົງວັນທີ 10 ມັງກອນ 2025 ວ່າດ້ວຍການຮັບຮອງເອົາບ້ານ ນາຄຳ ເປັນບ້ານໂພຊະນາການຕົວແບບຂອງເມືອງ ທ່າພະບາດ. ເຊິ່ງເປັນບ້ານທຳອິດຂອງເມືອງ, ເປັນບ້ານທີສອງຂອງແຂວງ ແລະ ບ້ານທີຫົກຂອງປະເທດ. ພ້ອມນັ້ນ ປະທານ, ຄະນະປະທານ ແລະ ຜູ້ເຂົ້າຮ່ວມໄດ້ອອກໄປເປີດແຜ່ນປ້າຍ, ລັ່ນຄ້ອງ 9 ບາດ ເພື່ອປະກາດບ້ານ ນາຄຳ ເມືອງ ທ່າພະບາດ ເປັນບ້ານໂພຊະນາການຕົວແບບ ຢ່າງເປັນທາງການ.
ໂອກາດດຽວກັນນັ້ນ, ປະທານ, ຄະນະປະທານ ຍັງໄດ້ລົງຢ້ຽມຢາມເບິ່ງໂຮງໝໍນ້ອຍ ນາຄຳ ແລະ ຄອບຄົວຕົວແບບທາງດ້ານກະສິກຳປູກຝັງຕື່ມອີກ.
ທີ່ມາ: ໜັງສືພິມບໍລິຄຳໄຊ