ພິທີເປີດງານວາງສະເເດງຜະລິດຕະພັນທ່ອງທ່ຽວອາຊຽນ (TRAVEX) ຈັດຂຶ້ນໃນວັນທີ 15-20 ມັງກອນ 2025 ທີ່ ລັດຈໍຮໍ ບາຣູ ປະເທດມາເລເຊຍ ໂດຍມີ ທ່ານ ດາໂຕ ຊີ ຕຽງ ກິງ ຊິງ ລັດຖະມົນຕີ ກະຊວງທ່ອງທ່ຽວ, ສິລະປະ ແລະ ວັດທະນະທຳ ມາເລເຊຍ, ຜູ້ຕາງໜ້າລັດຈໍຮໍ ບາຣູ, ກອງເລຂາອາຊຽນ ເເລະ ປະເທດສະມາຊິກອາຊຽນ, ບັນດາຜູ້ປະກອບການທ່ອງທ່ຽວປະເທດອາຊຽນ ແລະ ສື່ມວນຊົນ ເຂົ້າຮ່ວມ.
ທ່ານ ດາໂຕ ຊີ ຕຽງ ກິງ ຊິງ ໄດ້ໃຫ້ຮູ້ວ່າ: ການຈັດງານໃນຄັ້ງນີ້, ເພື່ອສ້າງຄວາມເຂົ້າໃຈ ແລະ ການຮ່ວມມື ລະຫວ່າງ ປະເທດສະມາຊິກອາຊຽນ ຜ່ານເວທີມະຫາກຳທ່ອງທ່ຽວອາຊຽນ (ASEAN Tourim forum 2025) ເຊິ່ງທັງສອງງານນີ້ ຖືເປັນໂອກາດອັນດີໃນການສ້າງການເຊື່ອມໂຍງ ແລະ ເຊື່ອມຈອດການຮ່ວມມື ລະຫວ່າງ ບັນດາປະເທດອາຊຽນ ແລະ ພາກພື້ນ ເພື່ອໃຫ້ການທ່ອງທ່ຽວມີຄວາມຍືນຍົງໃນອະນາຄົດ, ງານໃນຄັ້ງນີ້ໄດ້ມີຜູ້ຂາຍ ຈຳນວນ 221 ຄົນ, ຜູ້ຊື້ ຈຳນວນ 323 ຄົນ ຈາກ 42 ປະເທດ ແລະ ສື່ມວນຊົນ 100 ຄົນ ຈາກ 35 ປະເທດເຂົ້າຮ່ວມ. ນອກຈາກການຮ່ວມມືທາງດ້ານການທ່ອງທ່ຽວແລ້ວ, ອີກຈຸດປະສົງໜຶ່ງກໍເພື່ອເປັນການຮ່ວມມື ສູ່ການສ້າງອຸດສາຫະກຳການທ່ອງທ່ຽວ ຂອງອາຊຽນ ທີ່ມີຄວາມເປັນໜຶ່ງດຽວ, ຮ່ວມກັນອະນຸຮັກວັດທະນະທຳ ແລະ ສົ່ງເສີມຊຸມຊົນໃຫ້ມີສ່ວນຮ່ວມເຂົ້າໃນອະນຸລັກການທ່ອງທ່ຽວ ໃຫ້ມີຄວາມຍືນຍົງ, ພ້ອມທັງຮ່ວມມືສ້າງນະວັດຕະກຳ ແລະ ປັບຕົວໃຫ້ທັນກັບຄວາມຕ້ອງການ ໃນການປ່ຽນແປງຂອງອຸດສາຫະກຳການທ່ອງທ່ຽວລະດັບໂລກ ເພື່ອໃຫ້ອາຊຽນສາມາດກ້າວຂຶ້ນເປັນຜູ້ນຳໃນອຸດສາຫະກຳການທ່ອງທ່ຽວໂລກ, ສົ່ງເສີມການຂະຫຍາຍຕົວທາງດ້ານເສດຖະກິດ ແລກປ່ຽນວັດທະນະທຳ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຄົມອາຊຽນ.
ໂອກາດນີ້, ທ່ານ ເກດຕະສອນ ສຸນດາຣາ ຫົວໜ້າພະແນກກິດຈະກຳການຕະຫລາດທ່ອງທ່ຽວ ກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: ກົມໂຄສະນາການທ່ອງທ່ຽວ ໃນນາມຕາງໜ້າກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດຫ້ອງວາງສະແດງຜະລິດຕະພັນທ່ອງທ່ຽວ ໃນງານ TRAVEX ເຊິ່ງໄດ້ນຳເອົາແຜ່ນພັບໂຄສະນາການທ່ອງທ່ຽວ ແລະ ໄດ້ນຳຜູ້ປະກອບທຸລະກິດທ່ອງທ່ຽວ ແລະ ໂຮງແຮມມາເຂົ້າຮ່ວມ ເພື່ອເປັນສົ່ງເສີມຂະຫຍາຍການຕະຫລາດການທ່ອງທ່ຽວ ລະຫວ່າງ ສປປ ລາວ, ປະເທດອາຊຽນ ແລະ ພາກພື້ນ.
ພາຍຫລັງສໍາເລັດງານດັ່ງກ່າວ, ບັນດາຄູ່ຊື້-ຂາຍ ແລະ ສື່ມວນຊົນ ຈະໄດ້ໄປທ່ອງທ່ຽວ ເພື່ອສໍາຜັດ ວັດທະນາທໍາ, ປະເພນີ ແລະ ການບໍລິການ ການທ່ອງທ່ຽວ ຢູ່ສະຖານທີ່ທ່ອງທ່ຽວ ທີ່ສໍາຄັນຕ່າງໆຂອງປະເທດມາເລເຊຍ ເຊັ່ນ: ປີນັງ ເຊລັງງໍ, ສະລາວັກ, ຊາບາ ແລະ ລັງກາວີ.
ຂ່າວ-ພາບ: ສຸກທະວີ







