ສູນກາງສະຫະພັນກໍາມະບານລາວ ຮ່ວມກັບສູນເລືອດແຫ່ງຊາດ ອົງການກາແດງລາວ ໄດ້ຈັດກິດຈະກໍາບໍລິຈາກເລືອດຊ່ວຍເຫຼືອສັງຄົມເນື່ອງໃນໂອກາດຂໍ່ານັບຊົມເຊີຍຮັບວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 69 ປີ ( 1 ກຸມພາ 1956-1 ກຸມພາ 2025) ຢູ່ທີ່ສໍານັກງານສູນກາງສະຫະພັນກໍາມະບານລາວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພອນສານ ວິໄລເມັ້ງ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ອົງການກາແດງລາວ, ມີຫົວໜ້າກົມ, ຫ້ອງການ, ສະຖາບັນພັດທະນາກໍາມະບານລາວ, ຄະນະພະແນກ ພ້ອມດ້ວຍພະນັກງານສະມາຊິກກໍາມະບານພາຍໃນສູນກາງສະຫະພັນກໍາມະບານລາວ, ສະມາຊິກກໍາມະບານຈາກກະຊວງ-ອົງການ, ກໍາມະບານຮາກຖານ, ສະຖາບັນ, ທະນາຄານ ເຂົ້າຮ່ວມບໍລິຈາກເລືອດຢ່າງເປັນຂະບວນຟົດຟື້ນ.






