ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີ​ 2024​ ແຂວງອັດຕະປື​ ເກັບລາຍຮັບເຂົ້າງົບປະມານລັດໄດ້ລື່ນແຜນ​ການ

Jan 15, 2025

ຕາມການລາຍງານ​ເມື່ອວັນທີ​ 13​ ມັງກອນ​ 2025​ ຂອງທ່ານ ນາງ​ ໄຍຄໍາ​ ສີຊານົນ ວ່າການ​ຫົວໜ້າ​ພະແນກການເງິນ ແຂວງອັດຕະປື​ ຕໍ່ກອງປະຊຸມອົງການປົກຄອງແຂວງ ປະຈໍາງວດ​ IV​ ຂອງປີ 2024​ ໃຫ້ຮູ້ວ່າ: ປີ 2024 ຜ່ານມາ ແຂວງອັດຕະປື​ ສາມາດຈັດເກັບລາຍຮັບໄດ້​ ທັງໝົດ​ 1,352 ກວ່າຕື້ກີບ​ ເທົ່າກັບ​ 192.18%
ຂອງແຜນການດັດແກ້,​ ຖ້າທຽບໃສ່ແຜນສູ້ຊົນຂອງແຂວງ ເທົ່າກັບ 180.36%,​ ໃນນັ້ນ: ລາຍຮັບພູດສູນກາງ​ 154 ຕື້ກວ່າ​ກີບ​ ເທົ່າກັບ​ 133.11% ຂອງ​ແຜນການ​ປີ, ລາຍຮັບທ້ອງຖິ່ນ 1,197 ກວ່າຕື້ກີບ ເທົ່າກັບ​ 203.89% ຂອງ​ແຜນການ​ປີ, ດຸ່ນດ່ຽງໃຫ້ສູນກາງມີ 174 ຕື້ກວ່າ​ກີບ​ ເທົ່າກັບ​ 100% ຂອງ​ແຜນການ. ໃນ​ຄະນະ​ດຽວກັນ​ ໃນປີ 2024​ ທົ່ວແຂວງປະຕິບັດລາຍຈ່າຍໄດ້​ທັງໝົດ​ 540 ຕື້ກວ່າກີບເທົ່າກັບ 98.81% ຂອງແຜນການປີ,​ ຕົ້ນຕໍແມ່ນຈ່າຍ ເງິນເດືອນ ແລະ ເງິນອຸດໜູນຕ່າງໆລວມມີ ​244 ຕື້ກວ່າ​ກີບ,​ ເທົ່າກັບ​ 99.96% ຂອງ​ແຜນການ​ປີ, ຈ່າຍເງິນນະໂຍບາຍ ແລະ ຊ່ວຍໜູນຕ່າງໆ​ 38 ຕື້ກວ່າກີບ​ ເທົ່າກັບ 98.11% ຂອງ​ແຜນການ​ປີ, ຈ່າຍເງິນບໍລິຫານ ປົກກະຕິ​ 41 ຕື້ກວ່າກີບ​ ເທົ່າກັບ 94.52% ຂອງແຜນການປີ,​ ຈ່າຍເງິນດັດສົມ-ສົ່ງເສີມ​ 13​ ຕື້ກວ່າກີບ​ ເທົ່າກັບ 100% ຂອງແຜນການປີ,​ ຈ່າຍເງິນແຮ ແລະ ເງິນອື່ນໆ​ 136 ຕື້ກວ່າກີບເທົ່າກັບ 100% ຂອງແຜນການປີ,​ ຈ່າຍເງິນຊື້ຊັບສົມບັດຄົງທີ່​ 580 ລ້ານກີບ​ ເທົ່າກັບ 100% ຂອງແຜນການປີ​ ແລະ​ ຈ່າຍເງິນລົງທຶນລັດມີ 65​ ຕື້ກວ່າກີບ​ ເທົ່າກັບ 95.28% ຂອງແຜນການປີ.
ທ່ານ​ ນາງ​ ໄຍຄໍາ​ ສີຊານົນ​ ວ່າການ​ຫົວໜ້າ​ພະແນກການເງິນ ແຂວງອັດຕະປື​ ໄດ້ລາຍງານໃຫ້ຮູ້ອີກວ່າ: ປີ 2025 ແຂວງອັດຕະປື​ ກໍຄື​ພະແນກການເງີນແຂວງ ຈະສູ້ຊົນຈັດເກັບລາຍຮັບງົບປະມານແຫ່ງລັດ ຕາມຖານທີ່ມີຢູ່ແລ້ວ ໃຫ້ຄົບຖ້ວນ, ຖືກຕ້ອງ ແລະ ທັນເວລາ ຕາມລະບຽບກົດໝາຍ ແລະ ສຸມໃສ່ວຽກງານຈຸດສຸມ ວຽກບູລິມະສິດ ຈຳເປັນຮີບດ່ວນຂອງແຂວງ ແລະ ຂອງຂະແໜງການໃຫ້ບັນລຸຕາມຕາມແຜນການທີ່ວາງໄວ້,​ ໃນນີ້​ ຕາມແຜນລາຍຮັບງົບປະມານແຫ່ງລັດ ປີ 2025 ຈະເກັບລາຍຮັບໃຫ້ໄດ້ 1,057 ຕື້ກວ່າກີບ,​ ທຽບໃສ່ແຜນປີ 2024 ເພີ່ມຂຶ້ນ 52.62%,​ ເຊິ່ງປະກອບມີ​ ລາຍຮັບພູດສູນກາງປະຕິບັດຢູ່ແຂວງ ຈໍານວນ 144 ຕື້ກວ່າກີບ,​ ທຽບໃສ່ແຜນປີ 2024 ເພີ່ມຂຶ້ນ 24.22%,​ ລາຍຮັບພູດທ້ອງຖິ່ນ ຈໍານວນ 913 ຕື້ກວ່າກີບ​ ທຽບໃສ່ແຜນປີ 2024 ເພີ່ມຂຶ້ນ 55.47%.​
ສ່ວນແຜນລາຍຈ່າຍງົບປະມານແຫ່ງລັດ ປີ 2025 ແມ່ນບໍໃຫ້ເກີນ 491 ຕື້ກວ່າກີບ,​ ເຊິ່ງປະກອບມີ ລາຍຈ່າຍ​ຂົງເຂດ​ ອົງການປົກຄອງ ມີຈໍານວນ 316 ຕື້ກວ່າກີບ,​ ຂົງເຂດສຶກສາ ມີຈໍານວນ 124 ຕື້ກວ່າກີບ​ ແລະ​ ຂົງເຂດສາທາ ຈໍານວນ 50​ ຕື້ກວ່າກີບ.
ຂ່າວ: ພອນປະເສີດ