ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດການອົບຮົມ – ຫັດແອບ ປະຈໍາປີ 2025 ທົ່ວກອງບັນຊາການທະຫານ ແຂວງຫຼວງພະບາງ

Jan 15, 2025

ພິທີເປີດອົບຮົມ – ຫັດແອບ ການທະຫານ, ການເມືອງ ພະລາທິການ, ເຕັກນິກ ປະຈໍາປີ 2025 ທົ່ວກອງບັນຊາການທະຫານ ແຂວງຫຼວງພະບາງ, ໄດ້ຈັດຂຶ້ນຕອນເຊົ້າວັນທີ 15 ມັງກອນ 2025, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວິລ່ຽມ ວົງທິສານ ຫົວໜ້າການທະຫານກອງບັນຊາການທະຫານແຂວງ, ເຂົ້າຮ່ວມມີສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີຄະນະພັກ – ຄະນະບັນຊາ, ມີອົງການ 6 ຫ້ອງ, ບັນດາກອງບັນຊາການທະຫານເມືອງ, ນະຄອນ ກອງພັນນ້ອຍ, ກອງຮ້ອຍເອກະລາດ ແລະພະນັກງານ – ນັກຮົບເຂົ້າຮ່ວມ.
ສະຫາຍ ພັນໂທ ຈັນເພັງ ໄຊອຸດົມ ຮອງຫົວໜ້າເສນາທິການທະຫານແຂວງ ຂຶ້ນຜ່ານຂໍ້ຕົກລົງ ກອງບັນຊາການທະຫານແຂວງຫຼວງພະບາງ ວ່າດ້ວຍການອະນຸມັດໃຫ້ພະແນກອົບຮົມຈັດຕັ້ງພິທີເປີດອົບຮົມ – ຫັດແອບການທະຫານ ການເມືອງ, ພະລາທິການ, ເຕັກນິກ ປະຈໍາປີ 2025, ຈາກນັ້ນ ສະຫາຍ ພັນເອກ ຄໍາສອນ ໂພທິວັນ ຫົວໜ້າຫ້ອງເສນາທິການທະຫານແຂວງ ຂຶ້ນຜ່ານແຜນການອົບຮົມ – ຫັດແອບ ເຊິ່ງໄດ້ກໍານົດເວລາ ແລະເນື້ອໃນໃຫ້ຮູ້ວ່າ: ການອົບຮົມຈະໃຊ້ເວລາ 180 ວັນ, ໃນນັ້ນອົບຮົມພາກຄວາມຮູ້ທົ່ວໄປ, ອົບຮົມການເມືອງ (ປະຕິບັດຕາມເນື້ອໃນຂອງກົມໃຫຍ່ການເມືອງກອງທັບກໍານົດໃຫ້), ອົບຮົມພະລາທິການ (ປະຕິບັດຕາມເນຶ້ອໃນຂອງໃຫຍ່ພະລາທິການກອງທັບກໍານົດໃຫ້), ອົບຮົມວຽກງານເຕັກນິກ (ເອກະພາບຕາມເນື້ອໃນຂອງກົມໃຫຍ່ເຕັກນິກກໍານົດໃຫ້), ອົບຮົມສິນລະປະຍຸດທະຫານຮາບ, ອົບຮົມຍຸດທະວິທີທະຫານຮາບ, ພ້ອມນີ້ຍັງຈະໄດ້ອົບຮົມຂໍ້ກໍານົດ, ລະບຽບຮູບແຖວ ແລະພິທີການ, ອົບຮົມກິລາການທະຫານ, ອົບຮົມວຽກງານເສນາ.
ພິທີໄດ້ຜ່ານບົດສະຫຼຸບຜົນການຈັດຕັ້ງແຂ່ງຂັນກິລາມວນຊົນ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກກອງບັນຊາການທະຫານ ແຂວງຫຼວງພະບາງ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 76 ປີ (20 ມັງກອນ 1949 – 20 ມັງກອນ 2025) ເຊິ່ງການແຂ່ງຂັນໄດ້ດໍາເນີນມາເປັນເວລາ 10 ວັນ, ຜ່ານການແຂ່ງຂັນປະກົດວ່າ: ປະເພດກິລາບານເຕະທີ I ຫ້ອງພະລາທິການ, ທີ່ II ຫ້ອງເສນາທິການ ແລະ ທີ່ III ຫ້ອງເຕັກນິກ. ກິລາບານສົງຊາຍທີ່ I ຫ້ອງເສນາທິການ, ທີ່ II ຫ້ອງພະລາທິການ ແລະ ທີ່ III ຫ້ອງເຕັກນິກ ສໍາລັບກິລາບານສົງຍິງທີ່ I ຫ້ອງການກອງບັນຊາການ, ທີ່ II ຫ້ອງເສນາທິການ ແລະທີ່ III ຫ້ອງພະລາທິການ. ປະເພດກິເປຕັງປະສົມຍິງ – ຊາຍທີ່ I ຫ້ອງເຕັກນິກ, ທີ່ II ຫ້ອງເສນາທິການ ແລະທີ່ III ຫ້ອງພະລາທິການທະຫານແຂວງ, ພິທີຄະນະພັກ – ຄະນະບັນຊາກອງບັນຊາການທະຫານແຂວງ ໄດ້ຜັດປ່ຽນກັນຂຶ້ນມອບຂອງຂວັນລາງວັນ ໃຫ້ນັກກິລາປະເພດຕ່າງໆຢ່າງສົມກຽດ.
ຂ່າວ: ສົມພອນ ສຸວັນທອນ;
ພາບ: ບຸນເພັງ ວົງແກ້ວມະນີ.