ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງ ອັດຕະປື ຊຸດທີ II ຈະຈັດຂື້ນຢ່າງເປັນທາງການໃນລະ ຫວ່າງວັນທີ 23-25 ມັງກອນ 2025 ທີ່ຫ້ອງປະຊຸມສະພາປະຊາົຊນແຂວງ,
ທ່ານ ນາງ ແສງອາລຸນ ວົງສາທິການ ເລຂາທິການສະພາປະຊາຊົນແຂວງອັດຕະປື ໄດ້ຖະແຫຼງຂ່າວໃນວັນທີ 15 ມັງກອນ 2025 ນີ້ວ່າ: ກອງປະຊຸມ ຈະພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງອັດຕະປື ດັ່ງນີ້:
ວຽກງານຂອງອົງການປົກຄອງແຂວງ: ຮັບຟັງບົດລາຍງານ ຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປີ 2024 ແລະ ທິດທາງແຜນການ ປີ 2025 ຂອງແຂວງ, ຕິດພັນກັບການຈັດຕັ້ປະຕິບັດ 2 ວາລະແຫ່ງຊາດວ່າດ້ວຍການແກ້ໄຂ ຄວາມຫຸ້ຍງຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ, ແຜນການລົງທືນ ຂອງລັດປະຈຳປີ 2025, ແຜນຈັດສັນງົບປະມານແຫ່ງລັດໃຫ້ບັນດາພະແນກການ ຂອງແຂວງ, ອົງການທຽບເທົ່າພະແນກຂັ້ນແຂວງ ປີ 2025, ສະເໜີ ຂໍດັດແກ້ງົບປະມານແຫ່ງລັດ ປີ 2024 ແລະ ການຈັດຕັ້ງປະຕິບັດງຽກງານ 3 ສ້າງ.
ວຽກງານຂອງອົງການກວດກາລັດແຂວງ: ລາຍງານກ່ຽວກັບການຊຸກຍູ້, ຕິດຕາມ, ກວດກາການແກ້ໄຂບັນຫາຂໍ້ຂັດແຍ່ງທີ່ດິນ, ການບຸກລຸກຊັບພະຍາກອນປ່າໄມ້ທີ່ຜິດກົດໝາຍ ແລະ ການ ແກ້ໄຂບັນຫາການສໍ້ລາດບັງຫຼວງໃນໄລຍະ 1 ປີ (2024) ແລະ ວິທີແກ້ໄຂໃນປີ 2025. ນອກຈາກນັ້ນ ຍັງຈະໄດ້ຮັບຟັງ ບົດລາຍງານ ຈາກພະແນກແຜນການ ແລະ ການລົງທຶນແຂວງ: ກ່ຽວກັບການຈັດຕັ້ງປະຕິບັດໂຄງການລົງທຶນ ຂອງລັດ ປີ 2024 ແລະ ແຜນການຈັດສັນໂຄງການລົງທຶນ ປີ 2025.
ພະແນກການເງິນແຂວງ: ກ່ຽວກັບການຈັດສັນງົບປະມານແຫ່ງລັດ ປີ 2025 ແລະ ການຫັນເປັນທັນສະໄໝໃນການຈັດເກັບລາຍຮັບມອບເຂົ້າງົບປະມານ, ການແບ່ງຂັ້ນຄຸ້ມຄອງໃຫ້ເມືອງ, ການແກ້ໄຂໜີ້ສິນ ແລະ ການທ້ອນໂຮມພາຫະນະນໍາພາກ ສ່ວນຕ່າງໆ ຕາມເປົ້າໝາຍ ໃນໄລຍະ 1 ປີ (2024) ແລະ ວິທີແກ້ໄຂໃນປີ 2025.
ພາກບົດລາຍງານອົງການກວດສອບປະຈໍາພາກໃຕ້ ແລະ ອົງການກວດກາລັດ: ບົດລາຍງານ ຂອງອົງການກວດສອບປະຈໍາພາກໃຕ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ທິດທາງແຜນການ ປີ 2025, ລາຍງານຜົນການກວດສອບຄືນການ ແກ້ໄຂຜົນການກວດສອບ ແລະ ຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານຂອງແຂວງ ປີ 2023, ບົດລາຍງານ ຂອງອົງການກວດກາລັດແຂວງ ກ່ຽວການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປີ 2024 ແລະ ທິດທາງແຜນການປີ 2025, ບົດລາຍງານຜົນການກວດກາຕາມຜົນການກວດສອບ ຮອດປີ 2022 ແລະ ວຽກງານຕ້ານການສໍ້ລາດບັງຫຼວງ.
ພາກບົດງານຂອງສານປະຊາຊົນ, ອົງການໄອຍະການປະຊາ ຊົນ ແຂວງ: ຮັບຟັງບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ທິດທາງແຜນການເຄື່ອນໄຫວວຽກ ງານ ປີ 2025 ຂອງສານປະຊາຊົນແຂວງ, ຮັບຟັງບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປີ 2024 ແລະ ແຜນການເຄື່ອນໄຫວວຽກງານ ປີ 2025 ຂອງອົງການໄອຍະການປະຊາຊົນແຂວງ.
ພາກວຽກງານຂອງສະພາປະຊາຊົນແຂວງ: ຮັບຟັງບົດລາຍ ງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປີ 2024 ແລະ ແຜນການເຄື່ອນໄຫວວຽກງານ ປີ 2025.
ທ່ານ ນາງ ແສງອາລຸນ ວົງສາທິການ ເລຂາທິການສະພາປະຊາ ຊົນແຂວງອັດຕະປື ໃຫ້ຮູ້ຕື່ມວ່າ: ໃນລະຫວ່າງການດຳເນີນກອງປະຊຸມ ຍັງຈະໄດ້ຮັບຟັງການຊີ້ແຈງເພີ້ມເຕີມຕໍ່ຄໍາຊັກຖາມຂອງຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນແຂວງ ທີ່ເປັນບັນຫາພົ້ນເດັ່ນ ຈາກພະແນກການອ້ອມຂ້າງ ແລະ ໃນໄລຍະດໍາເນີນກອງປະຊຸມ ຄະນະເລຂາທິການສະພາປະຊາຊົນແຂວງ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະ ສັບສາຍດ່ວນ 036 156 ເພື່ອຮັບເອົາຄໍາຄິດ, ຄໍາເຫັນ ແລະ ຄໍາສະເໜີໂດຍກົງຈາກປະຊາຊົນ ແລະ ຕິດຕາມການຖ່າຍທອດສົດສຽງ ຜ່ານລະບົບ FM 102.4 mhz ຂອງແຂວງ.
ຂ່າວ: ສິດຕິພອນ



