ວັນທີ 13 ມັງກອນ 2025, ພະແນກສືບສວນ-ສອບສວນ ຫ້ອງຕຳຫຼວດປ້ອງກັນຄວາມສະຫງົບ (ປກສ) ແຂວງຫົວພັນ ໄດ້ນຳເອົາ ທ້າວ ນາງ ມາທົດສະກຳຄືນຄະດີຄາດຕະກຳເມຍຕົນ ເອງ ເພື່ອປະ ກອບຂໍ້ມູນຄຳຮັບສາລະພາບຂອງຜູ້ກ່ຽວ.
ເຫດການດັ່ງກ່າວເກີດຂື້ນໃນເວລາປະມານ 10 ໂມງຂອງວັນທີ 12 ພະຈິກ 2024 ເຈົ້າໜ້າທີ່ ປກສ ເມືອງຊ່ອນ ໄດ້ຮັບແຈ້ງທາງໂທລະສັບຈາກອົງການປົກຄອງບ້ານວັດ, ເມືອງຊ່ອນ ວ່າ: ໄດ້ມີເຫດການຄາດຕະກໍາຢູ່ສະນໍາໄຮ່ຫ້ວຍປວກຂອບເຂດບ້ານວັດ, ເມືອງຊ່ອນ, ຫຼັງຈາກໄດ້ຮັບແຈ້ງ ເຈົ້າໜ້າທີ່ ປກສ ເມືອງຊ່ອນ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງພ້ອມກັນລົງກວດກາຈຸດເກີດເຫດ ແລະ ຊັນນະສູດຊາກສົບຈິ່ງຮູ້ໄດ້ຜູ້ກະທໍາຜິດຊື່ ທ້າວນາງ ອາຍຸ 24 ປີ ຢູ່ບ້ານວັດ, ເມືອງຊ່ອນ, ແຂວງຫົວພັນ, ຈາກນັ້ນເຈົ້າໜ້າທີ່ໄດ້ກັກຕົວຜູ້ກ່ຽວມາດໍາເນີນການສືບ ສວນ-ສອບ ສວນຕາມຂັ້ນຕອນກົດໝາຍ.
ຜ່ານການສືບສວນ-ສອບສວນ, ທ້າວນາງ ໄດ້ສາລະພາບວ່າ ປີ 2020 ໄດ້ແຕ່ງງານກັບ ນາງ ເມັນ ອາຍຸ 22 ປີ ຄົນບ້ານດຽວ ກັນ, ຢູ່ກິນນຳກັນມີລູກ 2 ຄົນ. ໃນໄລຍະຜ່ານມາທັງສອງໄດ້ຜິດ ຖຽງກັນຫຼາຍຄັ້ງ, ວັນທີ 8 ພະຈິກ 2024 ທ້າວນາງ ໄດ້ພາຄອບ ຄົວໄປນອນຢູ່ສະນໍາໄຮ່ຫ້ວຍປວກຂອບເຂດບ້ານວັດ, ເມືອງຊ່ອນ, ຫ່າງຈາກບ້ານວັດ ປະມານ 5 ກິໂລແມັດ ເພື່ອປູກຝັງ-ລ້ຽງ ສັດຕາມລະດູການ. ເວລາປະມານ 7 ໂມງເຊົ້າຂອງວັນທີ 12 ພະືຈິກ 2024 ທ້າວນາງ ຕື່ນນອນແລ້ວຈະໄປຢາມກັບເຫຼັກທີ່ຕົນ ເອງໄດ້ກາງໄວ້ມື້ກ່ອນນັ້ນ, ທ້າວນາງ ຈັບເອົາປືນແກັບທີ່ເກາະໄວ້ຝາສະນຳເທີງຫົວບ່ອນນອນ ແຕ່ ນາງເມັນ ຜູ້ເປັນເມຍໄດ້ເວົ້າວ່າ ບໍ່ໃຫ້ໄປ ມື້ນີ້ຕັດໄມ້ມາແປງສະນໍາກ່ອນ, ທ້າວນາງ ໄດ້ຕອບວ່າ: ບໍ່ມີພ້າໃຫ່ຍ, ພ້ານ້ອຍຟັນບໍ່ໄດ້ ຫຼັງຈາກນັ້ນ ທ້າວນາງ ຈິ່ງຈັບເອົາປືນແກັບທີ່ເກາະໄວ້ຫົວບ່ອນນອນ, ຜູ້ເປັນເມຍເຫັນວ່າຜູ້ເປັນຜົວບໍ່ຟັງຄວາມຕົນເອງບອກ ໄດ້ໃຊ້ຄຳເວົ້າຮ້າຍດ່າຜົວ ພ້ອມທັງຂູ່ວ່າຊິຂ້າຜົວໃຫ້ຕາຍແລ້ວໄປເອົາຜົວໃໝ່.
ຫຼັງຈາກນັ້ນ ນາງເມັນ ຜູ້ເປັນເມຍ ໄດ້ເຂົ້າໄປຍາດເອົາປືນ ແກັບຈາກມື ທ້າວນາງ ຜູ້ເປັນຜົວ ເພື່ອຈະຍິງຜົວ ແຕ່ຜູ້ເປັນຜົວໄດ້ຍາດເອົາຄືນ, ຜູ້ເປັນເມຍພັດບໍ່ຍອມເຊົາ ພ້ອມກັນຍາດກັນໄປມາ ຜູ້ເປັນເມຍໄດ້ຈັບປາຍປືນມາຈ້ຳໃສ່ຫົວເບື້ອງຊ້າຍຂອງຕົນ ເອງ ພ້ອມທັງເວົ້າໃຫ້ຜົວວ່າ: ຖ້າເກັ່ງລະຍິງແມ້ພ້ອມທັງໄດ້ໃຊ້ຕີນເຕະຜົວ, ໃນຂະນະນັ້ນ ທ້າວນາງ ຜູ້ເປັນຜົວ ເກີດຄວາມໂມໂຫ ແລະ ຄິດວ່າຖ້າຜູ້ກ່ຽວບໍ່ຍິງເມຍ ເທື່ອໜ້າເມຍກໍຈະຍິງຕົນເອງ ຈິ່ງຕັດສິນໃຈເກາະໄກປືນເຮັດໃຫ້ ນາງເມັນ ຜູ້ເປັນເມຍ ເສຍຊິວິດຄາທີ່.
ຫຼັງຈາກເຫັນວ່າເມຍເສຍຊີວິດແລ້ວ ທ້າວ ນາງ ໄດ້ນາບປືນ ແກັບ (ໃສ່ລູກ) ຄິດວ່າຈະຍິງຕົວເອງເພື່ອລົບຫລີກຄະດີ ແຕ່ໃຈບໍ່ກ້າຈິງຕັດສິນໃຈມາລາຍງານເຫດການນຳ ປກສ ບ້ານ. ປະຈຸບັນ ຄະດີດັ່ງກ່າວ ພວມດຳເນີນຕາມຂັ້ນຕອນຂອງກົດໝາຍ.
ຂ່າວ: ປກສ ແຂວງຫົວພັນ





