ການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງພຽງ ແຂວງໄຊຍະບູລີ ຄັ້ງທີ IXໄດ້ສຳເລັດລົງໃນວັນທີ 15 ມັງກອນ 2025 ຢູ່ຫ້ອງປະຊຸມໃຫຍ່ຂອງເມືອງ, ພາຍໃຕ້ການເປັນປະທານຂອງສະຫາຍ ບຸດສະກອນ ອິນທະລັງສີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໆພຽງ
ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ບົນພື້ນຖານມາດຕະຖານ, ເງື່ອນໄຂທີ່ກຳນົດໄວ້ ເຊີ່ງມີຜູ້ອອກສະ ໝັກເລືອກຕັ້ງ 31 ສະຫາຍ, ຍິງ 7 ສະຫາຍ ແລະ ເລືອກໄດ້ 27 ສະຫາຍ, ຍິງ 6 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກເມືອງພຽງຊຸດໃໝ່ ໄດ້ເປັນເອກະສັນເລືອກຕັ້ງເອົາຄະນະປະຈຳພັກ, ເລຂາ, ຮອງເລຂາຄະນະພັກ ແລະ ປະທານ, ຮອງປະທານກວດກາພັກ ດັ່ງນີ້:
ເລືອກຄະນະປະຈໍາພັກຈໍານວນ 9 ສະຫາຍ, ເລືອກ ເອົາສະຫາຍ ບຸດສະກອນ ອິນທະລັງສີ ເປັນເລຂາຄະນະບໍລິຫານງານພັກເມືອງອີກໜຶ່ງສະໝ, ສະຫາຍ ຄຳພັນ ຄຳພູບົວ ແລະ ສະຫາຍ ນາງ ດາວັນ ພະວົງຈິດ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ. ເລືອກເອົາສະຫາຍ ທອງໄຊ ລີປະມາ ເປັນປະທານຄະນະກວດກາພັກເມືອງ, ສະຫາຍ ຄຳໝັ້ນ ສອນສຸພາບ ແລະ ສະຫາຍ ຄຳປ່ວນ ທອງພຸດ ເປັນຮອງປະທານຄະນະກວດກາພັກເມືອງ
ພ້ອມນີ້ ໄດ້ເລືອກເອົາຜູ້ແທນສົມບູນ,ສຳຮອງໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງໄຊຍະບູລີຕື່ມອີກ.
ຫລັງຈາກນັ້ນ, ສະຫາຍ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກຊຸດເກົ່າ ທີ່ໄດ້ນໍາພາ-ຊີ້ນຳ ສະມາຊິກພັກ, ພະນັກງານ, ປະຊາຊົນບັນດາເຜົ່າ ທີ່ໄດ້ສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ VIII ຍາດໄດ້ຜົນສຳເລັດຫຼາຍດ້ານພ້ອມທັງຮຽກຮ້ອງມາຍັງສະມາຊິກພັກ-ພະນັກງານ ແລະ ປະຊາ ຊົນບັນດາເຜົ່າ ຈົ່ງເຊີດຊູສະຕິ ແລະ ຍົກສູງຄວມຮັບຜິດຊອບການເມືອງຂອງຕົນ ເຮັດໃຫ້ວຽກງານມີຜົນສຳເລັດສູງ, ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າ, ເຮັດໃຫ້ພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນໃຫ້ສົມກັບວິໄສທັດການພັດທະນາຂອງເມືອງທີ່ວ່າສ້າງເມືອງພຽງ ໃຫ້ເປັນເມືອງຜະລິດສະບຽງອາຫານ ຕິດພັນກັບການປຸງແຕ່ງສົ່ງອອກ, ພັດທະນາການບໍລິການທາງຜ່ານ ແລະ ການທ່ອງ ທ່ຽວ ທີ່ເປັນມິດກັບສິ່ງແວດລ້ອມແລະພ້ອມກັນສືບທອດພາລະກິດຂອງພັກໃນຕໍ່ໜ້າໃຫ້ບຸນລຸຄາດໝາຍ.
ຂ່າວ-ພາບ: ແສງສຸດາ ກິ່ງສະຫວັດ






