ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

3 ພາກສ່ວນຮ່ວມຊຸກຍູ້ຂະແໜງການທ່ອງທ່ຽວຢູ່ລາວ

Jan 16, 2025

ສະຖາບັນສື່ ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ (ສສວທ) ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ (ຖວທ) ກັບ ບໍລິສັດພັດທະນາເສດຖະກິດສາກົນແພນ-ແມ່ນ້ຳຂອງ (ລາວ) ຈຳກັດຜູ້ດຽວ ແລະ ວິທະຍາໄລວິຊາຊີບເຕັກໂນໂລຊີຂໍ້ມູນຂ່າວສານ ຈຽງຊູ ສປ ຈີນ ໄດ້ຮ່ວມ
ກັນລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການຝຶກອົບຮົມການທ່ອງທ່ຽວຢູ່ລາວ ໃນວັນທີ 15 ມັງກອນ 2025 ທີ່ນະຄອນຫລວງວຽງຈັນ.
ຮ່ວມລົງນາມໃນຄັ້ງນີ້ ມີ ທ່ານ ຄຳຫລ້າ ຍອຍສາຍຄຳ ຫົວໜ້າ ສສວທ ກັບ ທ່ານ ຈາງຊືຊາຍ ຜູ້ອຳນວຍການວິທະຍາໄລວິຊາຊີບເຕັກໂນໂລຊີຂໍ້ມູນຂ່າວສານ ຈຽງຊູ ສປ ຈີນ ແລະ ທ່ານ ນາງ ຕົງຊານຊານ ຜູ້ອຳນວຍການບໍລິສັດພັດທະນາເສດຖະກິດສາກົນແພນ-ແມ່ນ້ຳຂອງ (ລາວ) ໂດຍມີ ທ່ານ ວັນສີ ກົວມົວ ຮອງລັດ ຖະມົນຕີກະຊວງ ຖວທ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ຂອງທັງສາມຝ່າຍ ເຂົ້າຮ່ວມ ເປັນສັກຂີພິຍານ.
ໂອກາດດັ່ງກ່າວ, ທ່ານ ຄຳຫລ້າ ຍອຍສາຍຄຳ ໃຫ້ຮູ້ວ່າ: ການເຊັນບົດບັນທຶກ ຮ່ວມມືສາມຝ່າຍ ໃນຄັ້ງນີ້, ແມ່ນຢູ່ພາຍໃຕ້ຂອບການຮ່ວມມື ເພີ່ມທະວີໃນການຍົກສູງການຮ່ວມມືດ້ານວັດທະນະ ທໍາ ແລະ ການທ່ອງທ່ຽວ ລະຫວ່າງ ກະຊວງ ຖວທ ແຫ່ງ ສປປ ລາວ ແລະ ກະຊວງວັດທະນະທຳ ແລະ ທ່ອງທ່ຽວ ສປ ຈີນ ໂດຍເນັ້ນໃສ່ການຮ່ວມມືດ້ານການຍົກລະດັບຄຸນນະພາບການບໍລິການໃນຂະແໜງການ ທ່ອງທ່ຽວ ຢູ່ ສປປ ລາວ.
ການເຊັນບົດບັນທຶກຮ່ວມມືໃນຄັ້ງນີ້, ສາມຝ່າຍ ໄດ້ກຳນົດຂອບເຂດການຮ່ວມມື ໃນຫລາຍດ້ານ ເປັນຕົ້ນ ຊຸກຍູ້ການຮ່ວມມືດ້ານການສຶກສາ ແລະ ທ່ອງທ່ຽວ ລະຫວ່າງ ສປ ຈີນ ກັບ ສປປ ລາວ, ພັດທະນາ ແລະ ຍົກລະ ດັບ ຄຸນນະພາບການບໍລິ ການ ໃນຂະແໜງການທ່ອງທ່ຽວ ຢູ່ ສປປ ລາວ ແລະ ການຮ່ວມມື ເພື່ອຜົນປະໂຫຍດຮ່ວມກັນຂອງທັງສາມຝ່າຍ. ພ້ອມນີ້, ຍັງຈະຊຸກຍູ້ການຮ່ວມມືສາມຝ່າຍ ເພື່ອຈັດຕັ້ງປະຕິບັດໂຄງການຮ່ວມມືພັດ ທະນາບຸກຄະລາກອນ ໃນຂະແໜງການທ່ອງທ່ຽວ ຂອງ ສປປ ລາວ ໃຫ້ດີຂຶ້ນ ແລະ ພັດທະນາຄວາມຫລາກຫລາຍຂອງຜະລິດຕະພັນການທ່ອງທ່ຽວ ທີ່ມີຄຸນນະພາບສູງຂອງ ສປປ ລາວ; ສະໜອງການບໍລິການທີ່ຄົບວົງຈອນໃຫ້ແກ່ຕະຫລາດນັກທ່ອງທ່ຽວ ສປ ຈີນ ໃນ ສປປ ລາວ ທີ່ເຕີບໃຫຍ່ຂະຫຍາຍຕົວ ແລະ ສົ່ງເສີມດ້ານວິຊາຊີບທ່ອງທ່ຽວ ຂອງ ສປປ ລາວ ໃຫ້ມີຄຸນນະພາບດີຂຶ້ນກວ່າເກົ່າ ເພື່ອຕອບສະໜອງໃຫ້ແກ່ອຸດ ສາຫະກຳການທ່ອງທ່ຽວຂອງ ສປປ ລາວ; ເພີ່ມທະວີການຮ່ວມມືແລກປ່ຽນ ແລະ ການທັດສະນະຢ້ຽມຢາມທາງການ ເພື່ອແລກປ່ຽນບົດ ຮຽນ, ຂໍ້ມູນຂ່າວສານດ້ານການທ່ອງທ່ຽວ ລະຫວ່າງສາມຝ່າຍ.
ສຳລັບ ຮູບແບບການຈັດຕັ້ງປະຕິບັດ ທັງສາມຝ່າຍ ຈະຮ່ວມ ມືກັນຈັດສຳມະນາ, ຝຶກອົບຮົມ ແລະ ການອອກຢັ້ງຢືນ ເປັນຕົ້ນ ຈັດຝຶກອົບຮົມເຕັກນິກການນໍາທ່ຽວພາສາຈີນ, ຝຶກອົບຮົມຍົກ ລະດັບຄຸນນະພາບການບໍລິການຂອງພະນັກງານນໍາທ່ຽວລະດັບຊາດ ກ່ຽວກັບທັກສະການສື່ສານພາສາຈີນ; ຈັດຝຶກອົບຮົມປະ ສົບການດ້ານການບໍລິການ ແລະ ບຳລຸງພາສາຈີນ ເພື່ອສ້າງຄວາມ ເຂັ້ມແຂງໃຫ້ແກ່ຜູ້ປະກອບການທຸລະກິດ ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ ເພື່ອໃຫ້ມີຄວາມເຂົ້າໃຈຕໍ່ຄຸນລັກສະນະພິເສດ ຂອງນັກທ່ອງທ່ຽວຈີນ ໃຫ້ຫລາຍຂຶ້ນ ເພື່ອປັບປຸງຂອດການບໍລິການໃຫ້ແທດເໝາະກັບຄວາມຕ້ອງການ ຂອງນັກທ່ອງທ່ຽວ ສປ ຈີນ.
ການຮ່ວມມືດັ່ງກ່າວ, ໃນໄລຍະຜ່ານໄດ້ແບ່ງອອກເປັນ 3 ໄລຍະ ຄື: ໄລຍະທີ 1 ໃນປີ 2019, ໄລຍະທີ 2 ໃນປີ 2023 ແລະ ໄລ ຍະທີ 3 ເລີ່ມແຕ່ປີ 2024 ສືບຕໍ່ ຮອດປັດຈຸບັນ ກໍຄື ປີ 2025.
ຂ່າວ: ທະນູທອງ
ພາບ: ເກດສະໜາ
May be an image of 12 people, dais and text