ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດບັ້ນແຂ່ງຂັນເພື່ອຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກຜທ

Jan 16, 2025

ກະຊວງແຜນການ ແລະ ການລົງທຶນ (ກຜທ) ໄດ້ເປີດບັ້ນຂະບວນການແຂ່ງຂັນເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງແຜນການ ແລະ ການລົງທຶນ ໃນວັນທີ 15 ມັງກອນ 2025 ທີ່ ສະໂມສອນຂອງກະຊວງດັ່ງກ່າວ ໂດຍໃຫ້ກຽດເປັນປະທານ ຂອງທ່ານ ເພັດ ພົມພິພັກ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ.
ຈຸດປະສົງຂອງການເປີດບັ້ນຂະບວນການດັ່ງກ່າວ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍ ແຜນການຂອງຄະນະປະຈຳ ກະຊວງແຜນການ ແລະ ການລົງທຶນ ກ່ຽວກັບການກະກຽມການດຳເນີນ ກອງປະຊຸມໃຫຍ່ຂັ້ນຮາກຖານພັກ, ຄະນະພັກຮາກຖານ ແລະ ກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກ ກະຊວງແຜນການ ແລະ ການລົງທຶນ ແລະ ເປັນການປຸກລະດົມສະມາຊິກພັກ-ພະນັກງານໃຫ້ເຂົ້າຮ່ວມຂະບວນການ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກຜທ ທັງເປັນການສ້າງຂະບວນການ ເພື່ອທົບຫວນຄືນມູນເຊື້ອໂອກາດວັນປະຫວັດສາດສຳຄັນຕ່າງໆ ຂອງພັກ-ລັດ ແລະ ຊຸກຍູ້ຂະບວນການວຽກງານຮອບດ້ານ ແລະ ສ້າງເງື່ອນໄຂ ໃຫ້ແກ່ການດໍາເນີນກອງປະຊຸມໃຫ້ໄດ້ຮັບຜົນດີ, ສ້າງຂະບວນການແຂ່ງຂັນກິລາ ແລະ ສິລະປະວັນນະຄະດີແບບມວນຊົນ ໃຫ້ມີບັນຍາກາດຟົດຟື້ນ, ມ່ວນຊື່ນ ໃຫ້ກາຍເປັນຂະບວນການຂອງມະຫາຊົນຢ່າງກວ້າງຂວາງ, ໄປຄຽງຄູ່ກັບການອອກແຮງງານ, ອະນາໄມ ແລະ ປະດັບປະດາສະຖານທີ່ໃຫ້ມີຄວາມສະອາດ, ຈົບງາມ ບົນພື້ນຖານປະຕິບັດຕາມນະໂຍບາຍປະຢັດ; ສ້າງຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ປະຕິບັດບັນດາຄຳຂວັນ, ຂໍ້ແຂ່ງຂັນ ຂອງບັນດາໜ່ວຍພັກກະຊວງແຜນການ ແລະ ການລົງທຶນ ແລະ ບັນດາ 3 ອົງການຈັດຕັ້ງມະຫາຊົນ; ສ້າງຄວາມສາມັກຄີພາຍໃນກົມກອງ ກຜທ, ສົ່ງເສີມຄວາມຄິດສ້າງສັນ ແລະ ນະວັດຕະກໍາພາຍໃນກະຊວງ ຕາມແນວທາງການປ່ຽນແປງໃໝ່ຂອງພັກ, ປຸກລະດົມສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວ ກຜທ ເປັນເຈົ້າການໃນການປະຕິບັດພາລະບົດບາດຂອງຕົນ, ປະຕິບັດລະບຽບ-ກົດໝາຍໃຫ້ມີຄວາມເຂັ້ມງວດ ແລະ ມີຜົນສໍາເລັດ ທັງເປັນບ່ອນອີງອັນໜັກແໜ້ນ ໃຫ້ແກ່ບັນດາໜ່ວຍພັກຮາກຖານ, ຄະນະພັກຮາກຖານ ແລະ 3 ອົງການຈັດຕັ້ງມະຫາຊົນ ໄດ້ສືບຕໍ່ນຳພາການກະກຽມກອງປະຊຸມໃຫຍ່ ໃນໜ່ວຍພັກຂັ້ນຕົນ ໃຫ້ໄດ້ຮັບຜົນສຳເລັດອັນຈົບງາມ ແລະ ທັງສະແດງໃຫ້ເຫັນເຖິງການປະກອບສ່ວນອັນສໍາຄັນ ຕັ້ງໜ້າຂອງຄະນະພັກ-ຄະນະນໍາຕະຫຼອດຮອດ ພະນັກງານ-ລັດຖະກອນ ໃນ ກຜທ ສືບຕໍ່ເສີມຂະຫຍາຍ ແລະ ເຊີດຊູມານະຈິດປະຕິວັດ ຂອງພະນັກງານຮຸ່ນສືບທອດໃຫ້ສູງຂຶ້ນ, ເຮັດໃຫ້ຂະແໜງ ຜທ ສືບຕໍ່ມີຄວາມເຂັ້ມແຂງ ແລະ ກ້າວໄປຢ່າງບໍ່ຢຸດຢັ້ງ, ພ້ອມກັນຜ່ານຜ່າສິ່ງທ້າທາຍທົດສອບນາໆປະການ ກ້າວໄປສູ່ຈຸດໝາຍທີ່ພັກເຮົາໄດ້ກໍານົດໄວ້.
ຂ່າວ: ກຜທ, ພາບ: ແສງຈັນ