ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມທາບທາມຄໍາເຫັນໃສ່ຮ່າງລັດຖະທໍາມະນູນສະບັບປັບປຸງປີ 2025 ສໍາລັບແຂວງສະຫວັນນະເຂດ, ຄໍາມ່ວນ ແລະ ແຂວງຈໍາປາສັກ.

Jan 16, 2025

ໃນວັນທີ 16 ມັງກອນ 2025 ຢູ່ທີ່ຫ້ອງປະຊຸມຂອງສະພາປະຊາຊົນ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມ ທາບທາມຄໍາເຫັນໃສ່ຮ່າງລັດຖະທໍາມະນູນສະບັບປັບປຸງ ສະບັບປັບປຸງປີ 2025 ສໍາລັບແຂວງສະຫວັນນະເຂດ, ຄໍາມ່ວນ ແລະ ແຂວງຈໍາປາສັກ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ລາວປ່າວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ຄະນະກໍາມະການລະດັບຊາດ ປັບປຸງລັດຖະທໍາມະນູນ, ທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງສະຫວັນນະເຂດ, ມີບັນດາທ່ານຄະນະກໍາມະການລະດັບຊາດ ປັບປຸງລັດຖະທໍາມະນູນ ແລະ ຄະນະຮັບຜິດຊອບກອງປະຊຸມທີ່ມາຈາກສູນກາງ, ບັນດາທ່ານຕາງໜ້າໃຫ້ຄະນະປະຈໍາສະພາປະຊາຊົນແຂວງ ສະຫວັນນະເຂດ, ແຂວງຄໍາມ່ວນ, ແຂວງຈໍາປາສັກ ແລະ ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 13 ເຂົ້າຮ່ວມ .
ທ່ານ ລາວປ່າວຊົ່ງ ນະວົງໄຊ ກ່າວວ່າ: ຈຸດປະສົງ ແລະ ລະດັບຄາດໝາຍຕົ້ນຕໍຂອງກອງປະຊຸມທາບທາມຄຳເຫັນ ໃສ່ຮ່າງລັດຖະທຳມະນູນ ສະບັບປັບປຸງ ຄັ້ງນີ້ ແມ່ນແນໃສ່ເພື່ອປະກອບຄຳເຫັນ ເຂົ້າໃສ່ເນື້ອໃນຮ່າງລັດຖະທຳມະນູນ ສະບັບປັບປຸງ ທີ່ຄະນະກຳມະການລະດັບຊາດ ໄດ້ນຳມາທາບທາມຄຳເຫັນໃນຄັ້ງນີ້ ໃຫ້ມີຄວາມຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບໂຄງການການເມືອງ ສະບັບທີ 3 ແລະ ລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ເຮັດໃຫ້ຮ່າງລັດຖະທຳມະນູນກາຍເປັນສະບັບສົມບູນ, ເພື່ອເປັນການເຊື່ອມຊຶມ ແລະ ສ້າງຄວາມຮັບຮູ້ ເຂົ້າໃຈ ທີ່ຖືກຕ້ອງ ຕໍ່ຮ່າງລັດຖະທຳມະນູນ ສະບັບປັບປຸງ, ສືບຕໍ່ຍົກສູງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ໃນທົ່ວສັງຄົມ ໃຫ້ດີກວ່າເກົ່າ, ຮັບປະກັນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ໃຫ້ມີປະສິດທິພາບ, ປະສິດທິຜົນ;ເປັນການປະກອບສ່ວນຍູ້ແຮງຂະບວນການແຂ່ງຂັນ ສ້າງຜົນງານຂໍ່ານັບຮັບຕ້ອນການດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ແລະ ຂ່ຳນັບຮັບຕ້ອນ 3 ວັນປະຫວັດສາດ ທີ່ສຳຄັນຂອງຊາດ ໃນປີ 2025. ເພື່ອບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍດັ່ງກ່າວ, ກອງປະຊຸມຂອງພວກເຮົາ ຈະໄດ້ຮັບຟັງການສະເໜີບົດອະທິບາຍຕໍ່ການປັບປຸງເນື້ອໃນຂອງຮ່າງລັດຖະທຳມະນູນ, ຫຼັງຈາກນັ້ນ ກອງປະຊຸມ ຈະໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄຳເຫັນ ຕໍ່ເນື້ອໃນຮ່າງລັດຖະທຳມະນູນ ສະບັບປັບປຸງ,
ກອງປະຊຸມຂອງພວກເຮົາ ມີເນື້ອໃນຄວາມໝາຍສຳຄັນຢ່າງເລິກເຊິ່ງ, ເພາະວ່າພວກເຮົາຈະໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄຳເຫັນ ຕໍ່ນິຕິກຳສູງສຸດຂອງລັດ ທີ່ເປັນກົດໝາຍພື້ນຖານຂອງຊາດເຮົາ ຢູ່ໃນທ່າມກາງ ທີ່ສະພາບການຂອງໂລກ, ພາກພື້ນ ແລະ ພາຍໃນປະເທດ ມີທັງຂໍ້ສະດວກ ແລະ ສິ່ງທ້າທາຍ ຊຶ່ງເລັ່ງທວງໃຫ້ພວກເຮົາ ຕ້ອງໄດ້ເດັດດ່ຽວໜຽວແໜ້ນ ປົກປັກຮັກສາປະເທດຊາດ ໄວ້ໃຫ້ໝັ້ນຄົງ ແລະ ສືບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນ ໄປຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ ທີ່ພັກເຮົາໄດ້ກຳນົດໄວ້.
ໂອກາດນີ້ທ່ານ ອຳໄພ ຈິດມານົນ ຮອງປະທານກຳມາທິການກົດໝາຍ ກໍໄດ້ສະເໜີບົດອະທິບາຍການປັບປຸງ ບາງເນື້ອໃນລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2015 ຕໍ່ກອງປະຊຸມທາບທາມຮ່າງລັດຖະທໍາມະນູນ(ສະບັບປັບປຸງ)
ຈາກນັ້ນບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ສຸມສະຕິປັນຍາເພື່ອຄົ້ນຄວ້າປະກອບຄຳເຫັນຕໍ່ແຕ່ລະເນື້ອຂອງລັດຖະທຳມະນູນ ຢ່າງມີຈຸດສຸມ ເຊິ່ງຈະເປັນຂໍ້ມູນສຳຄັນໃຫ້ແກ່ຄະນະຮັບຜິດຊອບ ນຳໄປຄົ້ນຄວ້າ, ວິເຄາະວິໄຈ ປັບປຸງຄືນ ເພື່ອເຮັດໃຫ້ລັດຖະທຳມະນູນດັ່ງກ່າວ ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ດ້ວຍຄຸນນະພາບ, ມີຄວາມສັກສິດສູງຂຶ້ນ, ສັງຄົມມີຄວາມສະຫງົບ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.