ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ກະຊວງສາທາລະນະສຸກ ສະໄໝທີ X ຈັດຂຶ້ນໃນວັນທີ 15 ມັງກອນ 2025 ເພື່ອຕີລາຄາຄືນການຈັດຕັ້ງປະຕິບັດ ວຽກງານຊາວໜຸ່ມໄລຍະ 2020-2024 ໂດຍມີ ສະຫາຍ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີ ສະຫາຍ ມອນໄຊ ລາວມົວຊົ່ງ ຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ນາງ ແສງຈັນ ຈັນທະສຸກ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງສາທາລະນະສຸກ ໄດ້ຍົກໃຫ້ເຫັນຜົນງານການຈັດຕັ້ງປະຕິບັດວຽກງານຊາວໜຸ່ມ ກະຊວງສາທາລະນະສຸກ ໃນໄລຍະຜ່ານມາ ເຊິ່ງຊາວໜຸ່ມແມ່ນບຸກຄະລາກອນທີ່ສໍາຄັນ ແລະ ເປັນຜູ້ທີ່ແບກຫາບ ວຽກຂອງທຸກກົມກອງເປັນສ່ວນໃຫຍ່ ໄດ້ຕິດຕາມຊຸກຍູ້ການປະຕິບັດວຽກງານຕາມນະໂຍບາຍ 5 ດີ 1 ພໍໃຈ, ຍົກສູງຄຸນນະພາບການບໍລິການດ້ານສາທາລະນະສຸກ, ຊາວໜຸ່ມຢູ່ແຕ່ລະສະຖານທີ່ບໍລິການ ໄດ້ມີການພັດທະນາດ້ານວຽກງານ ວິຊາສະເພາະຂອງຕົນ, ສາມາດກວດ ແລະ ປີ່ນປົວດ້ວຍເຕັກນິກຕ່າງໆ ນຳໃຊ້ເຄື່ອງມືການແພດທີ່ທັນສະໄໝ, ປະກອບສ່ວນຫັນໂຮງໝໍເປັນທັນສະໄໝ ແລະ ກຸ້ມຕົນເອງເທື່ອລະກ້າວ. ພ້ອມນີ້, ຍັງໄດ້ສົ່ງເສີມວິຊາຊີບຊາວໜຸ່ມ ຕັ້ງໜ້າປະກອບສ່ວນໜ້າທີ່ການເມືອງ ຕາມພາລະບົດບາດໜ້າທີ່ການບໍລິການສາທາລະນະສຸກ ໃຫ້ນັບມື້ນັບທົ່ວເຖິງ ແລະ ມີຄຸນນະພາບດີຂຶ້ນເປັນກ້າວໆ, ການພັດທະນາບຸກຄະລາກອນສາທາລະນະສຸກ ສ່ວນໃຫຍ່ແມ່ນສະມາຊິກຊາວໜຸ່ມ ທີ່ຢູ່ທຸກຂົງເຂດວຽກງານນັບແຕ່ສູນກາງຮອດທ້ອງຖິ່ນ ໄດ້ຮັບການກໍ່ສ້າງເປັນລະບົບຄົບຊຸດ ທັງຢູ່ພາຍໃນປະເທດ, ນອກຈາກວຽກງານໃນໂມງລັດຖະການແລ້ວ ໄດ້ຊຸກຍູ້ໃຫ້ສະມາຊິກຊາວໜຸ່ມຜູ້ມີເງື່ອນໄຂສ້າງອາຊີບເສີມ ນອກໂມງລັດຖະການ ຖືກຕ້ອງຕາມລະບຽບກົດໝາຍ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ເສດຖະກິດຂອງຄອບຄົວ; ຄະນະຊາວໜຸ່ມຖືວຽກງານກວດກາ ເປັນວຽກງານໜຶ່ງທີ່ສຳຄັນ ແລະ ຂາດບໍ່ໄດ້ຂອງການນໍາພາຂອງຄະນະຊາວໜຸ່ມ, ການກວດກາດ້ວຍການຕິດຕາມ ການປະຕິບັດກົດລະບຽບຂອງສະມາຊິກຊາວໜຸ່ມ, ກົດລະບຽບຂອງການຈັດຕັ້ງ, ການຕິດຕາມມະຫາຊົນກ້າວໜ້າຢູ່ຮາກຖານຂອງຕົນຂະຫຍາຍເຂົ້າພັກ, ຫາງສຽງສັງຄົມທາງສື່ຕ່າງໆ. ເຖິງຢ່າງໃດກໍຕາມ ຍັງມີບາງຂໍ້ຄົງຄາງທີ່ຕ້ອງປັບປຸງ ເຊັ່ນ: ການເຕົ້າໂຮມຊາວໜຸ່ມ ເພື່ອສຶກສາອົບຮົມການເມືອງ-ແນວຄິດ ສະເພາະຂອງຊາວໜຸ່ມ ຈັດຂຶ້ນເອງຍັງບໍ່ທັນກວ້າງຂວາງ-ເລິກເຊິ່ງ, ເນື້ອໃນ, ຮູບການ, ວິທີການສືກສາອົບຮົມ ຍັງບໍ່ທັນອຸດົມສົມບູນ; ຄະນະພັກ-ອຳນາດປົກຄອງບາງບ່ອນ ຍັງບໍ່ໄດ້ຕັ້ງໜ້ານຳພາ-ຊີ້ນຳ ແລະ ນໍາໃຊ້ກຳລັງແຮງຂອງຊາວໜຸ່ມເຂົ້າໃນການປະຕິບັດໜ້າທີ່ການເມືອງຂອງຕົນເທົ່າທີ່ຄວນ.
ສຳລັບທິດທາງຕໍ່ໜ້າ ແຕ່ປີ 2025-2029 ຄະນະບໍລິຫານງານຊາວໜຸ່ມ ກະຊວງສາທາລະນະສຸກ ຈະເພີ່ມທະວິການສືກສາອົບຮົມການເມືອງ-ແນວຄິດ ໃຫ້ຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມດ້ວຍຫລາຍຮູບຫລາຍວິທີ, ມີເນື້ອອຸດົມສົມບູນແທດເໝາະກັບກຸ່ມເປົ່າໝາຍ; ປັບປຸງການຈັດຕັ້ງໃຫ້ເຂັ້ມແຂງ ແລະ ຄົບຊຸດ, ປັບປຸງກອງອາສາສະໝັກໃຫ້ເຂັ້ມແຂງ ແລະ ຍືນຍົງ ສາມາດປະກອບສ່ວນຢ່າງແຂງແຮງເຂົ້າໃນທຸກວຽກງານທີ່ການຈັດຕັ້ງ ກໍຄື ຂັ້ນເທິງຕ້ອງການ; ຈັດຕັ້ງ ແລະ ນຳພາຂະບວນການຂອງຊາວໜຸ່ມໃຫ້ຟົດຟື້ນ ປົກກະຕິ ແລະ ຕໍ່ເນື່ອງ, ຍູ້ຂະບວນການຂອງຊາວໜຸ່ມ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານວິຊາສະເພາະ ແລະ ວຽກງານວັດທະນະທຳ-ສັງຄົມ; ສູ້ຊົນຕ້ານ ແລະ ສະກັດກັ້ນປະກົດການຍໍ້ທໍ້ຖັນແຖວຊາວໜຸ່ມໃຫ້ໄດ້. ໃນນັ້ນ, ຕ້ອງສະກດກັ້ນບັນຫາສິ່ງເສບຕິດ, ການລະເມີດລະບຽບກົດໝາຍ, ອຸບັດເຫດການສັນຈອນ, ການຫລິ້ນກິນຟຸມເຟື່ອຍ ແລະ ບັນຫາໄພສັງຄົມ.
ກອງປະຊຸມ, ຍັງໄດ້ປ່ອນບັດຄັດເລືອກ ເອົາຄະນະບໍລິຫານງານຊາວໜຸ່ມຊຸດໃໝ່ ຈໍານວນ 21 ສະຫາຍ, ຍິງ 6 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະຊຸດໃໝ່ ໄດ້ເລືອກເອົາຄະນະປະຈໍາ 17 ສະຫາຍ, ຍິງ 4 ສະຫາຍ. ໃນນັ້ນ, ເລືອກເອົາ ສະຫາຍ ສະຫາຍ ນາງ ແສງຈັນ ຈັນທະສຸກ ເປັນເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງສາທາລະນະສຸກ, ສະຫາຍ ຫວັງນະຄອນ ດິດຕະພົງ, ສະຫາຍ ນາງ ໄພຄຳ ແກ້ວບູນໄຊ ແລະ ສະຫາຍ ຄຳຫລ້າ ພົນໄຊຍະລິນຄຳ ເປັນຮອງເລຂາ ຄະນະບໍລິຫານງານຊາວໜຸ່ມ ກະຊວງສາທາລະນະສຸກ.
ໃນກອງປະຊຸມ, ສະຫາຍ ບຸນແຝງ ພູມມະໄລສິດ ໄດ້ຕີລາຄາສູງຕໍ່ ຜົນສໍາເລັດຜ່ານມາ ຂອງຊາວໜຸ່ມສົມແລ້ວທີ່ເປັນກະດູກສັນຫລັງຂອງຊາດ, ສົມແລ້ວທີ່ເປັນ ນົກອິນຊີທີ່ບໍ່ຫວັນກົວຕໍ່ພາຍຸລົມແດງ, ສົມແລ້ວທີ່ໄດ້ຮັບສັນຍານາມວ່າ ເປັນນັກຮົບເສື້ອຂາວ ຫລື ແພດປະຕິວັດ, ໄລຍະມີການລະບາດຂອງພະຍາດໂຄວິດ-19, ພະຍາດໄຂ້ຍຸງລາຍ ແລະ ພະຍາດລະບາດຕາມລະດູການອື່ນໆ ສະມາຊິກຊາວໜຸ່ມ ຂອງຂະແໜງການສາທາລະນະສຸກ ໄດ້ເປັນກໍາລັງແຮງ ປະຈັນບານດ່ານໜ້າ, ໄດ້ມີໜ່ວຍຊາວໜຸ່ມຕະລຸມບອນ ທີ່ອາສາສະໝັກ ເຂົ້າຮ່ວມທຸກຂະບວນການຂອງວຽກງານ ໂດຍຍົກສູງຜົນປະໂຫຍດສ່ວນລວມສູງກວ່າສ່ວນຕົວ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ຈັບມືກັນແໜ້ນຜ່ານຜ່າທຸກອຸປະສັກ ພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະພັກແຕ່ລະຂັ້ນ ໄດ້ຮັບຜົນສໍາເລັດຢ່າງເພິ່ງພໍໃຈ ເຊິ່ງສະແດງອອກຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມ ກໍຄື ຮາກຖານຊາວໜຸ່ມ ໄດ້ຮັບນາມມະຍົດເປັນຊາວໜຸ່ມກະຊວງ 4 ບຸກ ແລະ ໄດ້ຮັບທຸງໄຊ ຈາກສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
ຂ່າວ: ກິດຕາ
ພາບ: ຂັນໄຊ
ຂປລ





