ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານປະເທດ ຢ້ຽມຢາມໂຮງສີເຂົ້າທັນສະໄໝ ຢູ່ເມືອງສອງຄອນ

Jan 16, 2025

ໃນວັນທີ 15 ມັງກອນ 2025 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໄປຢ້ຽມຢາມໂຮງສີເຂົ້າທັນສະໄໝ ຢູ່ບ້ານນາຂາມນົນ ເມືອງສອງຄອນ ແຂວງສະຫວັນນະເຂດ, ໃຫ້ກຽດຕ້ອນຮັບໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາພັກ, ແຂວງເຈົ້າແຂວງ ສະຫວັນນະເຂດ, ພ້ອມດ້ວຍບັນດາຄະນະນໍາຂອງເຂົ້າເຂົ້າຮ່ວມ.
ໂຮງສີເຂົ້າທັນສະໄໜແຫ່ງນີ້, ແມ່ນໜຶ່ງໃນບັນດາກິດຈະກຳທີ່ຈັດຕັ້ງປະຕິບັດພາຍໃນຂອບເຂດ ເມືອງຈໍາ ນພອນ ແລະ ເມືອງສອງຄອນ ພາຍໃຕ້ໂຄງການຊົນລະກະເສດ ແລະ ຊົນນະບົດຮອບດ້ານຂອງແຂວງສະຫວັນນະເຂດ, ໂຮງສີເຂົ້າທັນສະໄໝແຫ່ງນີ້ ມີມູນຄ່າການກໍ່ສ້າງທັງໝົດ 8 ລ້ານໂດລາສະຫະລັດ, ມີກຳລັງການຜະລິດ (ສີເຂົ້າ) 5 ໂຕນ/ຊົ່ວໂມງ, ເຊິ່ງໄດ້ເປີດທົດລອງນໍາໃຊ້ແລ້ວ, ພ້ອມນັ້ນຍັງມີເຄື່ອງອົບເຂົ້າຈຳນວນ 4 ເຄື່ອງ, ສາມາດອົບເຂົ້າໄດ້ 120 ໂຕນຕໍ່ວັນ.
ໂຄງການຊົນລະກະເສດ ແລະ ຊົນນະບົດຮອບດ້ານ ໄດ້ຮັບທຶນກູ້ຢືມຈາກປະເທດ ສ ເກົາຫລີ ຈຳນວນ 46 ລ້ານໂດລາສະຫະລັດ ເຊິ່ງໄດ້ຖືກນຳໃຊ້ເຂົ້າໃນກິດຈະກຳຂອງໂຄງການ ຄື: ກໍ່ສ້າງລະບົບຊົນລະປະທານມູນຄ່າ 15,7 ລ້ານໂດລາສະຫະລັດ, ສ້ອມແປງປະຕູນໍ້າອ່າງສູຍ ມູນຄ່າ 32 ພັນໂດລາສະຫະລັດ, ປັບເນື້ອທີ່ນາໄຮ່ໃຫຍ່ ມູນຄ່າ 1,88 ລ້ານໂດລາສະຫະລັດ, ກໍ່ສ້າງເສັ້ນທາງຊົນນະບົດມູນຄ່າ 3 ແສນໂດລາສະຫະລັດ, ກໍ່ສ້າງສູນບໍລິການເຕັກນິກມູນຄ່າ 1 ລ້ານໂດລາສະຫະລັດ, ຈັດຊື້ກົນຈັກມູນຄ່າ 5 ແສນໂດລາສະຫະລັດ, ຄ່າບໍລິການທີ່ປຶກສາ 8,8 ລ້ານໂດລາສະຫະລັດ ແລະ ເງິນແຮ 4,7 ລ້ານໂດລາສະຫະລັດ.
ໃນໂອກາດນີ້, ທ່ານປະທານປະເທດ ພ້ອມຄະນະໄດ້ເຂົ້າໄປເບິ່ງສະພາບຕົວຈິງ ພາຍໃນໂຮງສີເຂົ້າ ແລະ ຮັບຟັງການອະທິບາຍກ່ຽວກັບລະບົບ ແລະ ຂັ້ນຕອນການຜະລິດດຕ່າງໆພາຍໃນໂຮງສີ ຕື່ມອີກ.