ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຕ້ອນຮັບການເຂົ້າຢ້ຽມພົບປະ ຄະນະຜູ້ແທນ ສປ ຈີນ

Jan 16, 2025

ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ປະທານສະພາທິດສະດີສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະ ຂອງທ່ານ ກ້າວ ອັ່ນມິງ (Gao Anming ) ບັນນາທິການໃຫຍ່ອົງການພາສາຕ່າງປະເທດແຫ່ງຊາດຈີນ, ພ້ອມດ້ວຍຄະນະ ໃນວັນທີ 16 ມັງກອນ 2025 ທີ່ ຫ້ອງຮັບແຂກ ຄອສພ, ໃນໂອກາດທີ່ເດີນທາງເຂົ້າຮ່ວມ ເປີດກິດຈະກຳວັດທະນະທຳບຸນກຸດຈີນເຂົ້າສູ່ປະເທດລາວພາຍໃຕ້ຫົວຂໍ້: ດື່ມນໍ້າສາຍດຽວ ກົມກຽວດັ່ງຄອບຄົວດຽວກັນ ປີ 2025; ກອງປະຊຸມສົນທະນາເສັ້ນທາງແຫ່ງວັດທະນະທຳລາວ-ຈີນ ແລະ ພິທີເປີດວາລະສານສະບັບພິເສດ ປີ 2025 ໃນລະຫວ່າງວັນທີ 14-16 ມັງກອນ 2025 ນີ້.
ໂອກາດນີ້, ທ່ານ ຄໍາພັນ ເຜີຍຍະວົງ ໄດ້ສະແດງການຕ້ອນຮັບ ຕີລາຄາສູງ, ສະແດງຄວາມຍ້ອງຍໍຊົມເຊີຍຜົນສໍາເລັດໃນການເຂົ້າຮ່ວມເປີດຈັດກິດຈະກຳໃນຄັ້ງນີ້, ກິດຈະກຳດັ່ງກ່າວນີ້, ແມ່ນມີຄວາມໝາຍສໍາຄັນຫຼາຍ ຊຶ່ງເຮັດໃຫ້ເປັນການໂຄສະນາເຜີຍແຜ່ວັດທະນະທໍາບຸນກຸດຈີນ ໃຫ້ສັງຄົມລາວ, ປະຊາຊົນລາວ ໄດ້ເຂົ້າໃຈ ແລະ ຮັບຮູ້ຢ່າງກວ້າງຂວາງ ແລະ ເຊື່ອແນ່ວ່າໃນແຕ່ລະປີຈະຈັດໃຫ້ມີກິດຈະກໍາ ທີ່ມີຄວາມໝາຍສໍາຄັນເຊັ່ນນີ້ເກີດຂຶ້ນຕື່ມອີກ ໃນ ສປປ ລາວ. ພ້ອມຍິນດີຈະສືບຕໍ່ໃຫ້ການສະໜັບສະໜູນ, ຮ່ວມມື ກັບແຂວງຢຸນນານ ກໍຄື ສປ ຈີນ ໃຫ້ເລິກເຊິ່ງຂຶ້ນເລື້ອຍໆ.
ການເຂົ້າຢ້ຽມຢາມພົບປະໃນຄັ້ງນີ້, ທັງສອງຝ່າຍ ຍັງໄດ້ໄດ້ທົບທວນຄືນການພົວພັນຮ່ວມມືໃນວຽກງານຕ່າງໆຮ່ວມກັນໃນໄລຍະຜ່ານມາ. ຜ່ານມາ ລັດຖະບານ ສປ ຈີນ ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ກໍຄືຄະນະໂຄສະນາອົບຮົມສູນກາງພັກ ໂດຍສະເພາະການຮ່ວມມືດ້ານການໂຄສະນາ, ການຮ່ວມມືລະຫວ່າງໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ແລະ ໜັງສືພິມລາຍວັນຢຸນນານ ແລະ ອື່ນໆ. ການຢ້ຽມຢາມພົບປະໃນຄັ້ງນີ້, ຍັງເປັນຂີດໝາຍອັນສຳຄັນໜຶ່ງຂອງການພົວພັນຮ່ວມມືລະຫວ່າງລາວ – ສປ ຈີນ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳຕົວຈິງ ແລະ ສະເໜີສືບຕໍ່ໃຫ້ມີການແລກປ່ຽນບົດຮຽນ, ການຈັດຝຶກອົບຮົມໃຫ້ນັກຂ່າວ, ວຽກງານໄອທີ ແລະ ຊ່ວຍເຫຼືອດ້ານຕ່າງໆຕື່ມອີກ.
ທ່ານ ກ້າວ ອັ່ນມິງ ໄດ້ສະແດງຄວາມຂອບໃຈ ທີ່ໃຫ້ການຕ້ອນຮັບຢ່າງອົບອຸຸ່ນ ແລະ ແຈ້ງຈຸດປະສົງໃນການມາເປີດກິດຈະກໍາໃນຄັ້ງນີ້ ໃຫ້ຫົວໜ້າຄະນະໂຄສະນາອົບຮົມໄດ້ຮັບຊາບ. ທັງຢືນຢັນຈະສືບຕໍ່ໃຫ້ການຊ່ວຍເຫຼືອ ຄະນະໂຄສະນາອົບຮົມສູນກາງພັກ ໃນຂົງເຂດວຽກງານຕ່າງໆໃນອະນາຄົດ.
ຂ່າວ-ພາບ: ວັນເພັງ