ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ລົງພົບປະຢ້ຽມຢາມພະນັກງານທາງລົດໄຟ ລາວ-ຈີນ ຢູ່ສະຖານີລົດໄຟ ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດຕ້ອນຮັບປີໃຫມ່ຈີນ.

Jan 16, 2025

ໃນຕອນເຊົ້າຂອງວັນທີ 14 ມັງກອນ 2025 ນີ້ ທ່ານ ນາງ ຟາງຫົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງພົບປະຢ້ຽມຢາມໃຫ້ກຳລັງໃຈ ແລະ ອວຍພອນປີໃຫມ່ພະນັກງານທາງລົດໄຟລາວ-ຈີນ ຢູ່ສະຖານີລົດໄຟນະຄອນຫຼວງວຽງຈັນ ເນື່ອງໃນໂອກາດທີ່ບຸນປີໃຫມ່ຈີນ ຖືກຮັບຮອງເປັນມໍລະດົກໂລກ ທາງດ້ານວັດທະນະທຳນາມມະທຳຂອງມວນມະນຸດ ແລະ ເນື່ອງໃນໂອກາດທີ່ໃກ້ຈະຮອດບຸນປີໃຫມ່ຈີນ.
ໂອກາດນີ້ ທ່ານ ນາງ ຟາງຫົງ ໄດ້ຕີລາຄາສູງຕໍ່ທາງລົດໄຟລາວ-ຈີນ, ໂດຍສະເພາະແມ່ນຜົນສໍາເລັດຂອງທາງລົດໄຟລາວ-ຈີນໃນໄລຍະຜ່ານມາ, ບໍ່ວ່າຈະເປັນດ້ານການຂົນສົ່ງຜູ້ໂດຍສານ ຫຼື ດ້ານການຂົນສົ່ງສິນຄ້າ ແມ່ນໄດ້ຮັບໝາກຜົນຢ່າງຈົບງາມ. ນັບແຕ່ເປີດດຳເນີນການ ຮອດວັນທີ 31 ທັນວາ 2024, ທາງລົດໄຟລາວ-ຈີນສາມາດຂົນສົ່ງສິນຄ້າໄດ້ທັງຫມົດ 11,155,000ໂຕນ, ປະລິມານການຂົນສົ່ງສິນຄ້າໃນມື້ດຽວສູງເຖິງ 22,217 ໂຕນ ແລະ ຂົນສົ່ງຜູ້ໂດຍສານໄດ້ທັງຫມົດ 7,818,000 ເທື່ອຄົນ ໂດຍສະເພາະໃນປີ 2024 ໄດ້ທຳລາຍສະຖິຕິປະລິມານການຂົນສົ່ງຜູ້ໂດຍສານ ສູງສຸດຕໍ່ມື້ 6 ຄັ້ງ, ໃນນັ້ນຈຳນວນຜູ້ໂດຍສານໃນມື້ດຽວສູງເຖິງ 16,007 ຄົນ.
ທ່ານ ນາງ ຟາງຫົງ ຍັງໄດ້ກ່າວຕື່ມອີກວ່າ: ຜົນສໍາເລັດທີ່ກ່າວມາຂ້າງເທິງນັ້ນບໍ່ແມ່ນເລື່ອງງ່າຍທີ່ຈະບັນລຸໄດ້ ຖ້າບໍ່ແມ່ນຍ້ອນຄວາມມານະພະຍາຍາມ, ຄວາມຕັ້ງໃຈ ແລະ ຄວາມເສຍສະຫຼະຂອງພະນັກງານລົດໄຟ ລາວ-ຈີນ ໝົດທຸກຄົນ, ອັນເຮັດໃຫ້ທາງລົດໄຟລາວ-ຈີນ ກາຍເປັນເສັ້ນທາງແຫ່ງຄວາມຜາສຸກ, ເສັ້ນທາງແຫ່ງການພັດທະນາ ແລະ ເສັ້ນທາງແຫ່ງມິດຕະພາບຂອງປະຊາຊົນສອງຊາດລາວ-ຈີນຢ່າງແທ້ຈິງ. ທ່ານ ນາງ ຝາງຫົງ ຍັງຖືໂອກາດນີ້ອວຍພອນປີໃຫມ່ໃ ຫ້ພະນັກງານທາງລົດໄຟ ລາວ-ຈີນ ໝົດທຸກຄົນໂຊກດີປີໃຫມ່ຈີນ, ອວຍພອນໃຫ້ທຸກໆທ່ານຈົ່ງມີແຕ່ຄວາມຜາສຸກ, ສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນຫນ້າທີ່ວຽກງານ.
ຂະນະດຽວກັນ ທ່ານ ຫຼິວຫົງ ຜູ້ອໍານວຍການໃຫຍ່ບໍລິສັດ ທາງລົດໄຟ ລາວ-ຈີນ ຈໍາກັດ ໄດ້ສະແດງຄວາມຂອບໃຈມາຍັງສະຖານທູດຈີນ ປະຈຳ ສປປ ລາວ ທີ່ເປັນຫ່ວງເປັນໄຍພະນັກງານທາງລົດໄຟ ລາວ-ຈີນ ໝົດທຸກຄົນ, ເຮັດໃຫ້ພະນັກງານຮູ້ສືກອົບອຸ່ນໃນຊ່ວງໄລຍະເທດສະການປີໃຫມ່ຈີນ ໂດຍສະເພາະແມ່ນພະນັກງານຝ່າຍຈີນ ທີ່ຫ່າງໄກບ້ານເກີດມາປະຕິບັດຫນ້າທີ່ຢູ່ ສປປ ລາວ. ທ່ານ ຫຼິວຫົງ ຍັງໄດ້ຖືໂອກາດນີ້ລາຍງານສະພາບລວມຂອງທາງລົດໄຟ ລາວ-ຈີນ ຕໍ່ທ່ານເອກອັກຄະລັດຖະທູດອີກດ້ວຍ.
ທາງລົດໄຟ ລາວ-ຈີນ ໃນຖານະທີ່ເປັນໂຄງການຕົວແບບ ທີ່ຈັດຕັ້ງຜັນຂະຫຍາຍຕາມຂໍ້ລິເລີ່ມ“ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ຫັນປະເທດລາວ ຈາກປະເທດບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍປະເທດເຊື່ອມຈອດກັບບັນດາພາກພື້ນ ແລະ ສາກົນ, ຜ່ານມາທາງລົດໄຟລາວຈີນໄດ້ປະກອບສ່ວນຢ່າງຫຼວງຫຼາຍ ເຂົ້າໃນການພັດທະນາດ້ານເສດຖະກິດ ແລະ ສັງຄົມຂອງລາວ ໂດຍສະເພາະການຍົກປະສິດທິພາບດ້ານການຄົມມະນາຄົມ, ການຄ້າການສົ່ງອອກ, ການທ່ອງທ່ຽວ, ການສ້າງໂອກາດໃນການເຮັດວຽກ ແລະ ສຳຄັນສຸດແມ່ນການກໍ່ສ້າງບຸກຄະລາກອນລາວ. ໂດຍໃນປະຈຸບັນມີພະນັກງານລາວໄດ້ຮັບການຄັດເລືອກ ເຂົ້າໃນຕໍາແໜ່ງບໍລິຫານຈໍານວນ 7 ຄົນ, ວິຊາການດ້ານເຕັກນິກທາງລົດໄຟຈໍານວນ 19 ຄົນ, ທີ່ເດັ່ນໄປກວ່ານັ້ນຄືມີພະນັກງານ ທີ່ໄດ້ຮັບໃບຢັ້ງຢືນບັນຊາຂັບລົດໄຟໄດ້ດ້ວຍຕົນເອງ ຊຸດທໍາອິດ ຈໍານວນ 14 ຄົນ ແລະ ຍັງມີພະນັກງານຈຳນວນຫຼວງຫຼາຍທີ່ກຳລັງສຶກສາຮໍ່າຮຽນກັບອາຈານຜູ້ຊ່ຽວຊານຝ່າຍຈີນ ໂດຍນຳໃຊ້ຮູບແບບ “ ຮຽນແບບຕົວຕໍ່ຕົວ ”ເພື່ອຖ່າຍທອດທັກສະວຽກງານທາງລົດໄຟໃຫ້ແກ່ພະນັກງານຄົນລາວໂດຍກົງ, ທັງນີ້ກໍເພື່ອເປັນການເລັ່ງໃຫ້ບຸກຄະລາກອນລາວກ້າວຂຶ້ນມາໃນຕຳແໜ່ງບໍລິຫານໄດ້ໄວ ແລະ ຫັນໃຫ້ກາຍເປັນອົງກອນທີ່ຄົນລາວບໍລິຫານຄຸ້ມຄອງດ້ວຍຕົນເອງຢ່າງແທ້ຈິງໂດຍໄວ.