ໃນເວລາກ່າວຄຳອວຍພອນປີໃໝ່ສາກົນ 2025, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເລົ່າສິ່ງທີ່ໄດ້ຮູ້ໄດ້ເຫັນກໍຄືຄວາມຮູ້ສຶກຂອງຕົນໃນໄລຍະໜຶ່ງປີຜ່ານມາ, ໃນນັ້ນ ເພິ່ນໄດ້ເວົ້າເຖິງຮູບປັ້ນ “ຮອຍຍິ້ມບົວລະພາ” ທີ່ມີປະຫວັດຄວາມເປັນມາພັນກວ່າປີ.
ຮູບປັ້ນສຳມະເນນຢູ່ໃນຖ້ຳໝາຍເລກ 133 ຂອງຖ້ຳຫີນພູມ້າຍຈີ່ ນະຄອນທຽນສຸ້ຍ ແຂວງກ່ານຊູ້ຈີນ ມີຮອຍຍິ້ມທີ່ບໍລິສຸດ ແລະອົບອຸ່ນໃຈ ໄດ້ດຶງດູດໃຈນັກທ່ອງທ່ຽວຈີນ ແລະ ຕ່າງປະເທດຫລາຍຈົນນັບບໍ່ຖ້ວນ, ຈຶ່ງມີສົມຍານາມວ່າ “ຮອຍຍິ້ມບົວລະພາ”.
ຮອຍຍິ້ມເປັນສິ່ງທີ່ສະແດງເຖິງຄວາມສຸກໃຫ້ເປັນຮູບປະທຳ.
ກ່ຽວກັບວິໄສທັດປີໃໝ່ທີ່ຈະມາເຖິງນີ້, ທ່ານ ສີຈິ້ນຜິງ ໄດ້ຊຸກຍູ້ໃຫ້ທຸກຄົນຈົ່ງສຸມຄວາມພະຍາຍາມຮ່ວມກັນ ເພື່ອແກ້ໄຂບັນຫານ້ອຍໃຫຍ່ຕ່າງໆທີ່ກ່ຽວຂ້ອງກັບປະຊາຊົນໃຫ້ດີ, ເຮັດໃຫ້ປະຊາຊົນທັງຫລາຍມີຮອຍຍິ້ມຫລາຍຂຶ້ນ ແລະ ມີຄວາມຮູ້ສຶກອົບອຸ່ນໃຈຫລາຍກວ່າເກົ່າ. ຄຳເວົ້າອັນລຽບງ່າຍນີ້ແມ່ນສະແດງໃຫ້ເຫັນເຖິງອຸດົມການແຕ່ຫົວທີ ເພື່ອປະຊາຊົນທີ່ ທ່ານ ສີຈິ້ນຜິງ ໄດ້ຍຶດໝັ້ນມາເປັນເວລາຫລາຍສິບປີແລ້ວ.
ໂຄງການສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ ເພື່ອແກ້ໄຂບັນຫາຕົວຈິງດ້ານການຜະລິດ ແລະຊີວິດການເປັນຢູ່ຂອງປະຊາຊົນ.
ການສົ່ງນ້ຳຖາວເຫີ ຂຶ້ນສູ່ນະຄອນຕິ້ງຊີ່ ເພື່ອແກ້ໄຂບັນຫາການຂາດແຄນນ້ຳ ເປັນສິ່ງທີ່ປະຊາຊົນທ້ອງຖິ່ນແຫ່ງນີ້ຄອງຄອຍມາແຕ່ດົນນານແລ້ວ. ເດືອນກັນຍາ 2024, ທ່ານ ສີຈິ້ນຜິງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງກ່ານຊູ້ ໂດຍໄດ້ຮັບຟັງການລາຍງານສະພາບໂຄງການສົ່ງນ້ຳຖາວເຫີ ໄປສູ່ພາກກາງແຂວງກ່ານຊູ້, ເມື່ອໄດ້ຮູ້ວ່າ ປະຊາຊົນເກືອບ 6.000.000 ຄົນ ໄດ້ຍຸດຕິການໃຊ້ນ້ຳທີ່ທັງເຄັມ ແລະ ຂົມແລ້ວ, ທ່ານ ສີຈິ້ນຜິງ ເນັ້ນໜັກໃຫ້ຕ້ອງສ້າງໂຄງການ ທີ່ສ້າງຜົນປະໂຫຍດໃຫ້ປະຊາຊົນແບບນີ້ໃຫ້ຫລາຍ ເພື່ອແກ້ໄຂບັນຫາຕົວຈິງ ດ້ານການຜະລິດ ແລະ ຊີວິດການເປັນຢູ່ທີ່ປະຊາຊົນພວມປະເຊີນຢູ່.
ທຸກມື້ນີ້, ໂດຍໄດ້ຮັບຜົນປະໂຫຍດຈາກໂຄງການສົ່ງນ້ຳຖາວເຫີ, ການປູກຜັກຂອງເມືອງອ່ານຕິ້ງ ນະຄອນຕິ້ງຊີ່ ແຂວງກ່ານຊູ້ ໄດ້ກາຍເປັນໜຶ່ງໃນບັນດາອຸດສາຫະກຳຊັ້ນນຳທີ່ເຮັດໃຫ້ຊາວກະສິກອນທ້ອງຖິ່ນ ສ້າງລາຍຮັບເພີ່ມຂຶ້ນ ແລະສ້າງຄວາມຮັ່ງມີຂຶ້ນ.
ຫວນຄືນເວລາປີ 2024 ໃນການກ່າວຄຳອວຍພອນປີໃໝ່ສາກົນ 2025, ທ່ານ ສີຈິ້ນຜິງ ໄດ້ກ່າວເປັນພິເສດວ່າ: ເພິ່ນມີຄວາມຫ່ວງໃຍຢູ່ໃນໃຈມາໂດຍຕະຫລອດ ຕໍ່ກັບບັນຫາທີ່ຄົນທັງຫລາຍໃຫ້ຄວາມສົນໃຈ.
ນັບມາຮອດປີ 2023, ໂຮງຮຽນອະນຸບານພາກລັດ ແລະໂຮງຮຽນອະນຸບານພາກເອກະຊົນ ທີ່ບໍ່ຫວັງຜົນກຳໄລ ໄດ້ກວມໂຮງຮຽນອະນຸບານທັງໝົດໃນທົ່ວປະເທດຈີນເຖິງ 90,8%. ປີ 2024, ຈີນ ໄດ້ປະກາດໃຊ້ກົດໝາຍວ່າດ້ວຍການສຶກສາກ່ອນໄວຮຽນ, ໄດ້ເລັ່ງຂະບວນການສ້າງກົດໝາຍວ່າດ້ວຍການບໍລິການຝາກລ້ຽງເດັກ; ໄດ້ເຜີຍແຜ່ຄວາມເຫັນວ່າດ້ວຍການພັດທະນາເສດຖະກິດຜູ້ເຖົ້າເພື່ອເພີ່ມຄວາມຜາສຸກໃຫ້ແກ່ຜູ້ເຖົ້າ ເຊິ່ງໄດ້ວາງມາດຕະການໃນ 4 ດ້ານ ລວມທັງໝົດ 26 ຂໍ້… ທັງໝົດນີ້ກໍເພື່ອຮັດແໜ້ນເສັ້ນພື້ນຖານດ້ານການຮັບປະກັນຊີວິດການເປັນຢູ່ຂອງຜູ້ເຖົ້າ ແລະເດັກນ້ອຍຢ່າງບໍ່ຢຸດຢັ້ງ.
ທ່ານ ສີຈິ້ນຜິງ ໄດ້ກ່າວວ່າ: “ການເຮັດໃຫ້ຜູ້ເຖົ້າມີຄົນເບິ່ງແຍງລ້ຽງດູ, ຊີວິດມີຄວາມສຸກ, ສຸຂະພາບເຂັ້ມແຂງ ແລະອາຍຸຍືນ ຄືຄວາມປາດຖະໜາຮ່ວມຂອງພວກເຮົາ”, “ການທີ່ເດັກນ້ອຍທັງຫຼາຍເຕີບໃຫຍ່ໄດ້ດີກວ່າເກົ່າ ຄືຄວາມປາດຖະໜາໃຫຍ່ທີ່ສຸດຂອງພວກເຮົາ.” ພາຍໃຕ້ຄວາມເອົາໃຈໃສ່ຂອງທ່ານ ສີຈິ້ນຜິງ, ມາດຕະການຕິດແທດຕົວຈິງຕ່າງໆ ໄດ້ຮັບການຊຸກຍູ້ປະຕິບັດຢ່າງທັນການ ເຊິ່ງໄດ້ຊ່ວຍບັນເທົາຄວາມກັງວົນ ຂອງຄອບຄົວເປັນພັນເປັນໝື່ນ. ການແກ້ໄຂບັນຫານ້ອຍໃຫຍ່ໃຫ້ດີ, ເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ ທີ່ມີຄວາມສຸກແມ່ນເປັນສິ່ງສຳຄັນທີ່ສຸດ.
ຢູ່ເຂດຊຸມຊົນບ້ານມິນຈູ ຄຸ້ມຖະໜົນເຊ້ເຈ່ຍວ່ານ ເມືອງຈິວໂຫລງໂພ່ ກຳແພງນະຄອນຈຸ່ງກິ່ງ ເຄີຍເປັນເຂດຊຸມຊົນທີ່ເກົ່າແກ່ເປ່ເພທັງນ້ອຍ ເປັນທີ່ຮູ້ກັນໂດຍທົ່ວໄປໃນທ້ອງຖິ່ນແຫ່ງນັ້ນ.
ເດືອນເມສາ 2024, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຢ້ຽມຢາມເຂດຊຸມຊົນດັ່ງກ່າວ, ໂດຍໄດ້ເຫັນຕຶກອາຄານສະອາດງາມຕາເປັນລະບຽບ, ສູນບໍລິການສະມາຊິກພັກ ແລະປະຊາຊົນ ມີສິ່ງອຳນວຍຄວາມສະດວກຄົບຊຸດ, ໂຮງອາຫານເຂດຊຸມຊົນພໍຮອດໂມງກິນເຂົ້າ ກໍໄດ້ກິ່ນຫອມອາຫານກຸ້ມໄປທົ່ວ.
ຈາກເຂດຊຸມຊົນທີ່ເກົ່າແກ່ເປ່ເພ ແລະນ້ອຍ ຮອດ “ບ້ານເຮືອນໃໝ່”, ການປ່ຽນແປງເຫລົ່ານີ້ລ້ວນແຕ່ເປັນຍ້ອນສາເຫດ ດັ່ງທີ່ທ່ານ ສີຈິ້ນຜິງ ໄດ້ເວົ້າວ່າ: “ສູນກາງພັກສຸດທີ່ເອົາໃຈໃສ່ວຽກໜຶ່ງຄື ປັບປຸງເຂດຊຸມຊົນເກົ່າແກ່ໃຫ້ດີ.” ໃນການເຄື່ອນໄຫວຢ້ຽມຢາມຄັ້ງນັ້ນ, ທ່ານ ສີຈິ້ນຜິງ ຍັງໄດ້ຮຽກຮ້ອງໃຫ້ຄະນະພັກ ແລະອົງການປົກຄອງທຸກຂັ້ນ ຕ້ອງຈັດສັນກຳລັງຊັບ ແລະືກຳລັງວັດຖຸຫລາຍກວ່າເກົ່າ ເຂົ້າໃນການແກ້ໄຂບັນຫາກ່ຽວກັບຊີວິດການເປັນຢູ່ຂອງປະຊາຊົນ, ແຕ່ລະປີຕ້ອງເຮັດວຽກ ທີ່ເປັນປະໂຫຍດຕົວຈິງຕໍ່ຊີວິດການເປັນຢູ່ຂອງປະຊາຊົນໃຫ້ໄດ້ຈຳນວນໜຶ່ງ.
ນັບແຕ່ຕົ້ນປີ 2024 ເປັນຕົ້ນມາ, ໄປຄຽງຄູ່ກັບລັດຖະບານຈີນ ໄດ້ປັບຫລຸດອັດຕາດອກເບັ້ຍເງິນກູ້ຊື້ເຮືອນ, ການຈ່າຍຜ່ອນເງິນກູ້ຊື້ເຮືອນຂອງບາງຄົນໄດ້ຫລຸດລົງຫລາຍຮ້ອຍຢວນຕໍ່ເດືອນ, ລາຍຈ່າຍດອກເບັ້ຍທັງໝົດຈະຫລຸດລົງ 100.000 ກວ່າຢວນ. ນະໂຍບາຍການຊື້ຂາຍແບບແທນຄືນເຄື່ອງບໍລິໂພກ ໄດ້ໃຫ້ເງິນອຸດໜູນທີ່ກ່ຽວຂ້ອງ, ເຊິ່ງໄດ້ກະຕຸ້ນຄວາມຫ້າວຫັນຂອງຜູ້ບໍລິໂພກ ໃນການຊື້ເຄື່ອງບໍລິໂພກໃໝ່ປ່ຽນແທນອັນເກົ່າ, ເຂົາເຈົ້າມີຮອຍຍິ້ມຫລາຍຂຶ້ນ.
ຄືດັ່ງ ທ່ານ ສີຈິ້ນຜິງ ເວົ້າໃນເວລາກ່າວຄຳອວຍພອນປີໃໝ່ສາກົນ 2025 ວ່າ: ຕະຫລອດໄລຍະໜຶ່ງປີທີ່ຜ່ານມາ, ເງິນບຳນານ ແລະເງິນລ້ຽງດູຜູ້ເຖົ້າຂັ້ນພື້ນຖານໄດ້ຍົກສູງຂຶ້ນ, ອັດຕາດອກເບັ້ຍເງິນກູ້ຊື້ເຮືອນໄດ້ປັບຫລຸດຕ່ຳລົງ, ນະໂຍບາຍເປີດກວ້າງຂອບເຂດການຊຳລະຄ່າປິ່ນປົວ ດ້ວຍລະບົບປະກັນສຸຂະພາບ ໄດ້ອຳນວຍຄວາມສະດວກຢ່າງຫລວງຫລາຍໃຫ້ແກ່ປະຊາຊົນໃນການໃຊ້ບໍລິການປິ່ນປົວຂ້າມເຂດແຄວ້ນ, ນະໂຍບາຍການຊື້ຂາຍແບບແທນຄືນເຄື່ອງບໍລິໂພກ ໄດ້ຍົກສູງຄຸນນະພາບຊີວິດຂອງປະຊາຊົນ ແລະອື່ນໆ, ປະຊາຊົນມີຄວາມຮູ້ສຶກໄດ້ຮັບຜົນປະໂຫຍດເພີ່ມຫລາຍຂຶ້ນຕື່ມ.
ຈາກຮູບປັ້ນ “ຮອຍຍິ້ມບົວລະພາ” ຢູ່ຖ້ຳຫີນພູມ້າຍຈີ່ ຮອດຮອຍຍິ້ມຈາກໃຈຈິງຂອງປະຊາຊົນນັບເປັນຕື້ກວ່າຄົນ, ປານກັບວ່າຮອຍຍິ້ມທີ່ສວຍງາມໄດ້ຂ້າມຜ່ານປະຫວັດສາດພັນປີຍືນຍົງຄົງຕົວຈົນມາເຖິງທຸກມື້ນີ້.







