ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງງອຍ ຄັ້ງທີ XII

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງງອຍ ແຂວງຫຼວງ ພະບາງ ຄັ້ງທີ XII ໄຂຂື້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນ ທີ 17 ມັງກອນ 2025, ທີ່ສະໂມສອນໃຫຍ່ຂອງເມືອງ, ມີ ສະ ຫາຍ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍຜູ້ ແທນຮັບເຊີນ ແລະຜູ້ແທນສົມບູນ ຈຳນວນ 143 ສະຫາຍ.
ສະຫາຍ ບຸນເມືອງ ໄຊຍະສິດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆງອຍ ໄດ້ກ່າວໄຂກອງປະຊຸມວ່າ: ກອງປະຊຸມໃຫຍ່ຄັ້ງນີ້ ມີຄວາມໝາຍສຳຄັນຍີ່ງ ເຊີ່ງເປັນການທົບທວນເຖິງ ຜົນສຳເລັດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກເມືອງວາງອອກ, ໃນໄລຍະຜ່ານມາຄະນະບໍລິຫານງານພັກເມືອງ, ບັນດາສະຫາຍສະ ມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ ຕຳຫຼວດ, ພໍ່ຄ້າຊາວຂາຍ ຕະຫຼອດຮອດປະຊາຊົນບັນດາເຜົ່າພາຍໃນເມືອງງອຍ ໄດ້ເປັນເຈົ້າການ ໃນການປົກປັກຮັກສາ ແລະສ້າງສາພັດທະນາເມືອງງອຍ ມີຄວາມສະຫງົບ ແລະຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງດີຂື້ນເປັນກ້າວໆ, ຂະບວນການຜະລິດສິນຄ້າໄດ້ຮັບການສົ່ງເສີມ ແລະນັບມື້ນັບຂະຫຍາຍຕົວ ຢ່າງກວ້າງຂວາງ, ບັນດາປັດໄຈຮັບໃຊ້ພື້ນຖານເສດຖະກິດ ໄດ້ຮັບການປັບປຸງ ແລະກໍ່ສ້າງ, ຄຸນນະພາບການຮຽນ – ການສອນໄດ້ ຮັບການປັບປຸງນັບມື້ນັບດີຂື້ນ, ປະຊາຊົນມີໂອກາດ ແລະເງື່ອນໄຂ ໄດ້ຮັບການບໍລິການທາງດ້ານສາທາລະນະສຸກ ຢ່າງທົ່ວເຖິງ.
ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ໄດ້ຫັນເຂົ້າສູ່ລະບຽບກົດໝາຍ ເທື່ອລະກ້າວ, ໜ່ວຍພັກ, ອົງການປົກຄອງບ້ານ ແລະອົງການຈັດຕັ້ງຂັ້ນຕ່າງໆ ໄດ້ຮັບການປັບປຸງສູ່ຄຸນນະພາບ. ເຖິງຢ່າງໃດກໍ່ຕາມຖ້າທຽບໃສ່ ບັນດາຄາດໝາຍຂອງມະຕິກອງປະຊຸມໃຫ່ຍ ຄັ້ງທີ່ XI ຂອງອົງຄະນະພັກເມືອງ ເຫັນວ່າ ຍັງມີຂໍ້ຄົງຄ້າງຫຼາຍຢ່າງ ທີ່ຈະຕ້ອງໄດ້ສູ້ຊົນແກ້ໄຂ, ເພື່ອເຮັດໃຫ້ເມືອງງອຍກ້າວເຂົ້າສູ່ຄວາມສົມບູນພູນສຸກ ແລະລຸດພົ້ນອອກຈາກຄວາມທຸກ ຍາກ.
ໂອກາດນີ້ ສະຫາຍໄດ້ຮຽກຮ້ອງ ໃຫ້ບັນດາສະຫາຍຜູ້ແທນກອງປະຊຸມ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບທາງການເມືອງຂອງຕົນ ຕໍ່ການຄົ້ນຄວ້າທຸກບັນຫາທີ່ກອງປະຊຸມໃຫຍ່ ໄດ້ວາງຄາດໝາຍໄວ້ ເພື່ອເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍເນື້ອໃນອັນເລິກເຊິ່ງ ແລະມີຜົນສຳເລັດ ຢ່າງຈົບງາມ.
ກອງປະຊຸມຄັ້ງນີ້ ຈະດຳເນີນເປັນເວລາ 2 ວັນ ໂດຍໄດ້ມີການຜ່ານຮ່າງ ບົດລາຍງານການເມືອງທັງສອງພາກ ແລະແຜນການພັດທະນາເສດຖະກິດ – ສັງຄົມ 5 ປີ (2024 2029), ພ້ອມກັນນັ້ນ ຈະໄດ້ດຳເນີນປ່ອນບັດຄັດເລືອກ ເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ນຳພາການຈັດຕັ້ງປະຕິບັດແຜນຍຸດທະສາດທີ່ວາງໄວ້ໃຫ້ສຳເລັດຜົນເປັນຈິງ ແລະເລືອກຕັ້ງ ເອົາຜູ້ແທນຂອງອົງຄະນະພັກເມືອງງອຍ ໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ່ IX ຂອງອົງຄະນະພັກແຂວງຫຼວງພະບາງ ຕື່ມອີກ.




