ສະຫາຍ ຄາລາໂຊ ຫຼຸຍບົວທອງ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກເມືອງໄຊບູລີ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໄຊບູລີ ຄັ້ງທີ VIII ອັດລົງໃນວັນທີ 17 ມັງກອນ 2025 ທີ່ສະໂມສອນເມືອງໄຊບູລີ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມເປັນປະທານສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ.
ໃນກອງປະຊຸມ, ສະຫາຍຜູ້ແທນສົມບູນຈຳນວນ 183 ສະ ຫາຍ, ຍິງ 26 ສະຫາຍ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ຊຸດທີ VIII ບົນພື້ນຖານເງື່ອນໄຂທີ່ກຳນົດໄວ້ ເຊິ່ງມີຜູ້ລົງສະໝັກເລືອກຕັ້ງຈຳນວນ 29 ສະຫາຍ, ຍິງ 6 ສະຫາຍ ແລະ ເລືອກໄດ້ 25 ສະຫາຍ, ຍິງ 4 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານພັກເມືອງໄຊບູລີຊຸດໃໝ່ ໄດ້ເປັນເອກະພາບເລືອກຕັ້ງເອົາຄະນະປະຈຳພັກ, ເລຂາ, ຮອງເລຂາຄະນະພັກ ແລະ ປະທານ, ຮອງປະທານກວດກາພັກ. ກອງປະຊຸມໄດ້ເລືອກເອົາຄະນະກຳມະການປະຈໍາພັກເມືອງຈໍານວນ 7 ສະຫາຍ. ເລືອກໄດ້ເອົາສະຫາຍ ຄາລາໂຊ ຫຼຸຍບົວທອງ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ນາງ ຈັນສະໝອນ ອິນທິລາດ ແລະ ສະຫາຍ ພູເງິນ ຈັນທະສອນ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ. ເລືອກເອົາສະຫາຍ ພູລົມ ສີຫາວົງ ເປັນປະທານຄະນະກວດກາພັກເມືອງ, ສະຫາຍ ສະໃບຄຳ ສໍປະເສີດ ແລະ ສະຫາຍ ເພັດສະລາດ ສາຍຍະສິນ ເປັນຮອງປະທານຄະນະກວດກາພັກເມືອງ.
ພ້ອມນີ້ ກອງປະຊຸມຍັງໄດ້ເລືອກເອົາຜູ້ແທນສົມບູນຈຳນວນ 19 ສະຫາຍ,ສຳຮອງ 3 ສະຫາຍໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງສະຫວັນນະເຂດຕື່ມອີກ.
ໃນກອງປະຊຸມ, ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະ ຫວັນນະເຂດ ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອເປັນເຂັມທິດໃນການນຳພາຊີ້ນຳຂອງອົງຄະນະພັກເມືອງໄຊບູລີ ໃນຕໍ່ໜ້າໂດຍສະຫາຍໄດ້ເນັ້ນໃຫ້ ເພີ່ມທະວີຄວາມເອົາໃຈໃສ່ ປັບປຸງກໍາລັງ ປກຊ-ປກສ ຂອງເມືອງ ໃຫ້ເຂັ້ມ ແຂງ ມີລະບຽບວິໄນເຂັ້ມງວດ ແລະ ມີແບບແຜນທີ່ທັນສະໄໝ, ສືບຕໍ່ເພີ່ມທະວີການນໍາພາ-ຊີ້ນໍາວຽກງານຫັນລົງກໍ່ສ້າງຮາກຖານ ການເມືອງ, ວຽກງານພັດທະນາຊົນນະບົດຮອບດ້ານ-ແກ້ໄຂຄວາມທຸກຍາກ ແລະ ເຮັດວຽກງານ 3 ສ້າງໃຫ້ແຂງແຮງກວ່າເກົ່າ, ຕ້ອງໄດ້ເພີ່ມທະວີຍົກສູງການນຳພາຂອງຄະນະພັກໃນທຸກຂົງ ເຂດວຽກງານ, ເພື່ອໃຫ້ມະຫາຊົນມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ການຄຸ້ມຄອງຂອງລັດຢາກເຮັດໄດ້ແນວນັ້ນກ່ອນອື່ນໝົດຕ້ອງເອົາໃຈໃສ່ປັບປຸງແບບແຜນວິທີການເຮັດວຽກຂອງຄະນະພັກແຕ່ລະຂັ້ນ ເປັນຕົ້ນ: ການປະຕິບັດຫຼັກການລວມສູນປະຊາທິປະໄຕພາຍໃນພັກໃຫ້ໜັກແໜ້ນ, ປຶກສາຫາລືວຽກງານ, ຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ຕ້ອງໄດ້ສຸມໃສ່ຍູ້ແຮງຂະບວນການເຄື່ອນໄຫວຂອງທຸກພາກສ່ວນພາຍໃນເມືອງ ພ້ອມກັນສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ກໍ່ຄືມະຕິກອງປະຊຸມໃຫຍ່ ຄັ້ງທີ 9 ຂອງອົງຄະນະພັກແຂວງ, ແລະອື່ນໆ.
ຂ່າວ – ພາບ: ອັກສອນສິນ ພົມມະຈັນ





