ມະຫາວິທະຍາໄລສະຫວັນນະເຂດ ແລະໂຮງຮຽນມິດຕະພາບວຽງຈັນ ຮ່ວມມືສ້າງສູນເຝິກອົບຮົມພາສາຈີນ

ວັນທີ 16 ມັງກອນ 2025 ໄດ້ມີພິທີເຊັນສັນຍາຮ່ວມມືສ້າງສູນເຝິກອົບຮົມພາສາຈີນ ລະຫວ່າງມະຫາວິທະຍາໄລສະຫວັນ ນະເຂດ(ມຂ) ແລະໂຮງຮຽນມິດຕະພາບວຽງຈັນ.
ເນື້ອໃນການເຊັນສັນຍາຄັ້ງນີ້, ທັງສອງສະຖາບັນການສຶກສາຈະໄດ້ຮ່ວມມືກັນໃນການສົ່ງເສີມ ແລະພັດທະນາການຮຽນ-ການ ສອນພາສາຈີນສຳລັບນັກສຶກສາ, ສ້າງ ແລະເພີ່ມທັກສະບຸກຄະ ລາກອນ, ສ້າງໂອກາດໃນການຊອກວຽກເຮັດງານທຳໃນອະນາຄົດ, ສົ່ງເສີມການຮຽນ-ການສອນພາສາຈີນໃນມະຫາວິທະຍາໄລຢ່າງມີປະສິດທິພາບ, ພັດທະນາຫຼັກສູດການຮຽນ-ການສອນພາສາຈີນທີ່ທັນສະໄໝ ຕັ້ງແຕ່ອະນຸບານຈົນເຖິງມັດທະຍົມຕອນປາຍ, ເປີດໂອກາດໃຫ້ຄູສອນ ແລະນັກສຶກສາໄດ້ພັດທະນາພາສາຈີນຜ່ານການປະຕິບັດຕົວຈິງເຊັ່ນ: ການສົນທະນາ ຫຼືກິດຈະກຳທາງດ້ານວັດທະນະທຳລະຫວ່າງສອງຝ່າຍ.
ຮ່ວມລົງນາມໃນສັນຍາ ລະຫວ່າງ ທ່ານ ຄູນ ສັກບົວວົງ ອະທິການບໍດີ ມຂ ກັບ ທ່ານ ຊູຊຸ່ນຮົງ ຜູ້ອຳນວຍການໂຮງຮຽນມິດຕະພາບວຽງຈັນ.




