ທ່ານ ທອງລຸນ ສີສຸລິດ ຢ້ຽມຢາມພົບປະໂອ້ລົມພະນັກງານ ແລະ ປະຊາຊົນຊາວເມືອງນາກາຍ ແຂວງຄໍາມວ່ນ
ຕອນບ່າຍວັນທີ 16 ມັງກອນ 2025 ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ພ້ອມດ້ວຍຄະນະຕິດ ຕາມຈາກສູນກາງ ໄດ້ເຄື່ອນໄຫວພົບປະໂອ້ລົມພະນັກງານ ແລະ ປະຊາຊົນ ເມືອງນາກາຍ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມວນ.

ທ່ານ ນາງ ບົວກາ ແກ້ວມະນີ ເຈົ້າເມືອງນາກາຍໄດ້ລາຍງານກ່ຽວກັບສະພາບທີ່ຕັ້ງຈຸດພິເສດ ແລະ ສະພາບລວມ ຂອງການພັດທະນາເສດຖະກິດ-ສັງຄົມ, ເມືອງນາກາຍແມ່ນນອນໃນ 10 ຕົວເມືອງຂອງແຂວງຄໍາມ່ວນ ເຊິ່ງຫ່າງຈາກເທສະບານແຂວງ 77 ກິໂລແມັດ ຕັ້ງຢູ່ເທິງພູພຽງນາກາຍ ປະກອບມີ 6 ກຸ່ມບ້ານ, ມີ 31 ບ້ານ, ມີ 68 ຄຸ້ມ, ມີ 6,569 ຄອບຄົວ, ມີພົນລະເມືອງ 29,355 ຄົນ, ການຈັດຕັ້ງປະຕິບັດມະຕິກອງປະຊູມໃຫຍ່ຄັ້ງທີ VI ຂອງອົງຄະນະພັກເມືອງ ແລະ ແຜນພັດທະນາເສດຖະກິດ- ສັງຄົມ ໃນໄລຍະຜ່ານມາ ໄດ້ລະດົມແຫຼ່ງທຶນຈາກພາກລັດ, ໂຄງ ການ, ທຶນຊ່ວຍເຫຼືອ ແລະ ອົງການຈັດຕັ້ງສັງຄົມ ເຂົ້າໃນການພັດ ທະນາໄລຍະ 2020 ຮອດປະຈຸບັນ ສາມາດປະຕິບັດໄດ້ທັງໝົດ 165 ໂຄງການ ມູນຄ່າ 137.14 ຕື້ກີບ, ໂຄງການໃນແຜນສາມາດປະຕິບັດໄດ້ 77 ໂຄງການ, ທຶນຊ່ວຍເຫຼືອເພື່ອການພັດທະນາປະຕິບັດໄດ້ 88 ໂຄງການ, ການຈັດເກັບລາຍຮັບເຂົ້າງົບປະມານຕາມແຜນປີ 2024 ແມ່ນ 45.13 ຕື້ກວ່າກີບ; ສາມາດຈັດເກັບລາຍຮັບໄດ້ 56.71 ຕື້ກີບ ທຽບໃສ່ແຜນການປີເທົ່າກັບ 125.67%, ເສດຖະກິດ ຂະຫຍາຍຕົວສະເລ່ຍ 4.90% ຕໍ່ປີ.
ສິ່ງທີ່ພົ້ນເດັ່ນໄດ້ມີການຈັດຕັ້ງເປັນກຸ່ມປະມົງຂັ້ນບ້ານ ສະ ເລ່ຍການຫາປາໃນອ່າງນໍ້າເທີນປະມານ 1 ໂຕ່ນຕໍ່ວັນ ເພື່ອຕອບສະໜອງຕະຫຼາດພາຍໃນ ແລະ ຕ່າງເມືອງ, ຕ່າງແຂວງ ເຊິ່ງໃນປະຈຸບັນ ສາມາດຮັບຮອງເອົາ ກາໜາຍ “ ໂອດ໋ອບ” ໄດ້ 2 ຜະລິດ ຕະພັນຄື: ຜະລິດຕະພັນປາ (ປາແຫ້ງ, ປາສົ້ມ, ປາແດກ) ແລະ ຜະລິດຕະພັນຫັດຖະກໍາຈັກສານ, ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານຕາມທິດ 3 ສ້າງ ແລະ 4 ເນື້ອໃນ 4 ຄາດໝາຍ ໃນນີ້ຕົ້ນຕໍ ເລັ່ງໃສ່ການນໍາພາປັບປຸງ ການຈັດຕັ້ງ ໃນລະບົບການເມືອງ ຕິດ ພັນກັບການຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະ ນາ.
ການປະເມີນຕາມດໍາລັດ 348/ລບ ໃນປີ 2023 – 2024 ມີບ້ານພົ້ນທຸກ 16 ບ້ານ ເທົ່າກັບ 51.61% , ຄອບຄົວພົ້້ນທຸກ 3,755 ຄອບຄົວ ເທົ່າກັບ 85.93% , ບ້ານພັດທະນາ 8 ບ້ານເທົ່າກັບ 25.80 %.
ໃນໂອກາດນີ້ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະ ທານປະເທດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກທຸກຂັ້ນ ກໍ່ຄືພະນັກງານ ແລະ ປະຊາຊົນຊາວເມືອງນາກາຍ ຍາດມາໄດ້ໃນຕະຫລອດໄລຍະທີ່ຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ຂອງແຂວງ, ຂອງເມືອງ ເຊິ່ງສະ ແດງອອກບັນດາຄາດໜາຍທີ່ວາງໄວ້ແມ່ນຖືກຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດ.
ພ້ອມນີ້, ທ່ານຍັງໄດ້ແນະນໍາບາງວຽກງານຕື່ມອີກ ເປັນຕົ້ນ: ເອົາໃຈໃສ່ການສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານ ແລະ ປະຊາຊົນຢ່າງທົ່ວເຖິງ; ຮັບປະກັນວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ສະກັດກັ້ນຢາເສບຕິດບໍ່ໃຫ້ເຂົ້່າສູ່ລຸກຫລານຊາວຫນຸ່ມ; ເສີມຂະຫຍາຍທ່າແຮງ ແລະ ຄວາມສາມາດບົ່ມຊ້ອນຂອງເມືອງ ເຂົ້າໃນການພັດທະນາ ເປັນຕົ້ນດ້ານກະສິກໍາ, ການບໍລິການ, ການທ່ອງທ່ຽວ, ສ້າງລາຍຮັບໃຫ້ປະຊາຊົນ; ປົກ ປັກຮັກສາປ່າໄມ້, ຮັກສາສິ່ງແວດລ້ອມທໍາມະຊາດ ໃນເຂດປ່າ ສະຫງວນນາກາຍ-ນໍ້າເທີນ; ສົ່ງເສີມການສຶກສາ ໃຫ້ລູກຫຼານໄດ້ເຂົ້າໂຮງຮຽນ, ປັບປຸງຮາກຖານການເມືອງ ກໍ່ຄືການປົກຄອງຂັ້ນຮາກຖານໃຫ້ເຂັ້ມແຂງ, ຍູ້ຂະບວນການກະກຽມ ແລະ ດຳເນີນກອງປະຊຸມອົງຄະນະພັກເມືອງໃຫ້ມີຜົນສໍາເລັດ; ສະແດງຄວາມເຊື່ອຫມັ້ນ ພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະພັກແຂວງ, ຄະນະ ພັກເມືອງ ຈະເຮັດໃຫ້ເມືອງນາກາຍ ມີການພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ທີ່ມາ: khammouane News





