ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານປະເທດ ລົງຢ້ຽມຢາມໂຮງຮຽນມັດທະຍົມ ວິຊາຊີບຕົວແບບມິດຕະພາບ ລາວ-ຫວຽດນາມທີ່ເມືອງໜອງບົກ

Jan 17, 2025

ປະທານປະເທດ ລົງຢ້ຽມຢາມໂຮງຮຽນມັດທະຍົມ ວິຊາຊີບຕົວແບບມິດຕະພາບ ລາວ-ຫວຽດນາມທີ່ເມືອງໜອງບົກ
ຕອນເຊົ້າວັນທີ 16 ມັງກອນ 2025 ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ພ້ອມດ້ວຍຄະນະໄດ້ລົງຢ້ຽມ ຢາມຄູ-ອາຈານ ແລະ ນ້ອງນັກຮຽນ ໂຮງຮຽນມັດທະຍົມ ວິຊາ ຊີບ ຕົວແບບມິດຕະພາບ ລາວ-ຫວຽດນາມ ທີ່ເມືອງໜອງບົກ ແຂວງຄໍາມ່ວນໂດຍມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ຮ່ວມຕິດຕາມການເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້.
ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາ ທິການ ແລະ ກິລາ ແຂວງໄດ້ລາຍງານສະພາບລວມ ແລະ ການຈັດຕັ້ງການຮຽນ-ການສອນ, ໂຮງຮຽນແຫ່ງນີ້ ເດີມມີຊື່ວ່າ: ໂຮງ ຮຽນມັດທະຍົມສຶກສາສົມບູນສອງເໝືອງ ສ້າງຕັ້ງຂຶ້ນທໍາອິດໃນປີ 1976 ຕັ້ງຢູ່ບ້ານສອງເໝືອງໃຕ້ ເມືອງໜອງບົກ ແຂວງຄໍາມ່ວນ ເຊິ່ງມີລູກຫລານ 7 ບ້ານມາເຂົ້າຮຽນ.
ື. ໂຮງຮຽນມັດທະຍົມວິຊາຊີບຕົວແບບ ແມ່ນໄດ້ຮັບທຶນໃນການຊ່ວຍເຫລືອກໍ່ສ້າງຈາກລັດຖະບານ ສສ ຫວຽດນາມ ມູນຄ່າ 5 ລ້ານໂດລາສະຫະລັດ, ໂຮງຮຽນດັ່ງກ່າວໄດ້ຮອງຮັບໃນການ ຕອບສະໜອງໃຫ້ນັກຮຽນທີ່ຮຽນຈົບມັດທະຍົມຕອນຕົ້ນ ໄດ້ຮຽນວິຊາຊີບ ຄວບຄູ່ໄປກັບການຮຽນສາຍສາມັນສຶກສາໃນມັດ ທະຍົມຕອນປາຍ ແລະ ເພື່ອສ້າງວິຊາຊີບໃຫ້ກັບຜູ້ດ້ອຍໂອກາດ, ຜູ້ທີ່ຕ້ອງການມີອາຊີບ ແລະ ຜູ້ວ່າງງານໄດ້ເຂົ້າຝຶກອົບຮົມຕາມເປົ້າໝາຍ; ການຮັບນັກຮຽນໄດ້ຄັດເລືອກນັກຮຽນທີ່ຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ທີ່ມີຄຸນສົມບັດດີ, ມີຄວາມ ດຸໝັ່ນຂະຫຍັນພຽນໃນການຄົ້ນຄວ້າຮ່ຳຮຽນ ແລະ ມີຄວາມດຸ ໝັ່ນຫ້າວຫັນໃນການອອກແຮງງານ, ເປັນນັກຮຽນທີ່ມີຖານະຄອບຄົວທຸກຍາກຂາດເຂີນ ເປັນ (ບູລິມະສິດ) ເພື່ອເຂົ້າຮຽນຕໍ່ຊັ້ນມັດທະຍົມສຶກສາຕອນປາຍໃນສາຍສາມັນວິຊາຊີບ (ມ.5) ເຊິ່ງມີ 08 ສາຂາອາຊີບຄື: ສາຂາປູກຝັງ; ລ້ຽງສັດ; ສາຂາຕິດຕັ້ງ ແລະ ສ້ອມແປງເຄື່ອງໄຟຟ້າ; ສາຂາສ້ອມແປງກົນຈັກຂະໜາດນ້ອຍ; ສາຂາກໍ່ສ້າງເຄຫາສະຖານ; ສາຂາປຸງແຕ່ງອາຫານ; ສາຂາຕັດຫຍິບ ແລະ ສາຂາເສີມສວຍ.
ໂຮງຮຽນມີອາຄານທັງໝົດ 22 ຫຼັງ ມີຄູສອນສາຍສາມັນ 39 ຄົນ, ຄູສອນວິຊາຊີບ 6 ຄົນ, ມີນັກຮຽນທັງໝົດ 770 ຄົນ, ຍິງ 387 ຄົນ.
ໃນໂອກາດດັ່ງກ່າວ ທ່ານ ເລຂາທິການໃຫຍ່, ປະທານປະເທດ ໄດ້ໂອ້ລົມຕໍ່ຄູ-ອາຈານ ແລະ ລຸກຫຼານນັກຮຽນ ເຊິ່ງກ່ອນອື່ນ ທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຄູ-ອາຈານ ແລະ ນັກຮຽນທີ່ໄດ້ເອົາໃຈໃສ່ເຂົ້າໃນການຮຽນ-ການສອນໄປຕາມແຜນທີ່ວາງໄວ້ ແລະ ໄດ້ເນັ້ນໃຫ້ເອົາໃຈໃສ່ປົກປັກຮັກສາໂຮຽຮຽນໃຫ້ດີ, ນໍາໃຊ້ໃຫ້ຄຸ້ມຄ່າ ແລະມີປະສິດທິຜົນສູງສຸດ ໃຫ້ສົມກັບຄວາມຕັ້ງໃຈທີ່ພັກ-ລັດ ແລະ ປະຊາຊົນຫວຽດນາມ ມອບທຶນຮອນກໍ່ສ້າງໃຫ້; ຄູ-ອາຈານ ເອົາໃຈໃສ່ປັບປຸງ ວິທີການຮຽນ-ການສອນ ແລະ ຍົກສູງຄຸນນະ ພາບການສຶກສາໃຫ້ສູງຂຶ້ນເລື້ອຍໆ, ເພື່ອໃຫ້ນັກຮຽນ ໃນເມື່ອຈົບໄປແລ້ວກໍ່ສາມາດເຂົ້າຮຽນຕໍ່ການສຶກສາຊັ້ນສູງຂຶ້ນ ຫຼື ມີວິຊາຊີບ ເພື່ອຫາລ້ຽງຕົນເອງ ກໍ່ຄືຄອບຄົວຂອງລູກຫຼານ ໄດ້ໃນອະນາຄົດ, ໃຫ້ຄະນະພັກ, ອົງການປົກຄອງແຂວງ, ເມືອງ, ຈະແໜງສຶກສາ ເອົາໃຈໃສ່ຕິດຕາມຊຸກຍູ້ ແລະຊີ້ນໍາໂຮງຮຽນແຫ່ງນີ້ຢ່າງໃກ້ຊິດ.
ໂອກາດນີ້ ທ່ານເລຂາທິການໃຫຍ່ ປະທານປະເທດ ຍັງໄດ້ມອບອຸປະກອນການຮຽນ – ການສອນ, ເຄື່ອງຫຼິ້ນກິລາ ແລະ ທຶນການສຶກສາຈຳນວນໜຶ່ງໃຫ້ແກ່ໂຮງຮຽນຕື່ມອີກ.
ທີ່ມາ: khammouane News