ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສໍາເລັດການເກັບກູ້ອາວຸດປືນເສິກ, ປືນລ່າເນື້ອ ແລະ ວັດຖຸລະເບີດພາຍໃນ 16 ບ້ານໃນທົ່ວເມືອງໄຊບູລີ.

Jan 17, 2025

ສໍາເລັດການເກັບກູ້ອາວຸດປືນເສິກ, ປືນລ່າເນື້ອ ແລະ ວັດຖຸລະເບີດພາຍໃນ 16 ບ້ານໃນທົ່ວເມືອງໄຊບູລີ.
ວັນທີ 12 ມັງກອນ 2025 ນີ້. ທ່ານ ອ່ອນລໍາພັນ ບົວສີແກ້ວ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າ ເມືອງໄຊບູລີ ທັງເປັນປະທານປ້ອງກັນຊາດປ້ອງກັນຄວາມສະ ຫງົບຂັ້ນເມືອງ ໄດ້ໃຫ້ສໍາພາດຕໍ່ຜູ້ສີ່ຂ່າວເມືອງໄຊບູລີ ຂອງພວກເຮົາວ່າ: ຜ່ານການຈັດຕັ້ງປະຕິບັດການເຄື່ອນໄຫວຕົວຈິງຂອງຄະນະກໍາມະການຈັດຕັ້ງປະຕິບັດວຽກງານເກັບກູ້ອາວຸດປືນເສິກ, ປືນລ່າເນື້ອ ແລະ ວັດຖຸລະເບີດຢູ່ເມືອງໄຊບູລີ ໃນທ້າຍປີ 2024 ຫາ ເດືອນ ມັງກອນ ປີ 2025 ນີ້. ດ້ານການເຄື່ອນໄຫວຕົວຈິງມີທັງໝົດ 2 ກໍາລັງຄື: ກໍາລັງ ປກຊ – ປກສ ເມືອງ ,ກໍາລັງ ປກສ ກຸ່ມບ້ານ 10 ກຸ່ມບ້ານ ແລະ ກໍາລັງກອງຮ້ອຍກອງຫຼອນ 01 ກອງຮ້ອຍ ໃນທົ່ວເມືອງ ໄດ້ເຂົ້າຮ່ວມປະຕິບັດ.
ຕີລາຄາການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ສາມາດເກັບກູ້ອາວຸດປືນ ໄດ້ທັງໝົດ 82 ກະບອກ. ໃນນີ້ປະເພດປືນແກັບມີ 58 ກະບອກ, ປືນອັດລົມ 10 ກະບອກ, ປືນລູກຊອງມີ 1 ກະ ບອກ ພ້ອມລູກກະສູນ 01 ລູກ. ປືນເສິກ ( CKC) 01 ກະ ບອກ. ໜໍ້ຊັອດໄຟຟ້າ ( ສັດນໍ້າ) ຈໍານວນ 03 ໜ່ວຍ. ວັດຖຸລະເບີດ M 18 ຈໍານວນ 01 ໜ່ວຍ. ໝາກແຕກລົມ 02 ໜ່ວຍ. ປືນສັ້ນ 05 ກະບອກ. ປືນ AK 02 ກະບອກ. ປືນ K 59 02 ກະບອກ ພ້ອມດ້ວຍ ລູກກະສູນ 16 ລູກ. ປືນ 7,65 ມີ 1 ກະບອກ ພ້ອມລູກກະສູນ 07 ລູກ. ປືນ T77 ມີ 02 ກະບອກ ພ້ອມລູກກະສູນ 21 ລູກ.
ຈໍານວນກຸ່ມ ທີ່ເກັບກູ້ອາວຸດປືນເສິກ, ປືນລ່າເນື້ອ ແລະ ວັດຖຸລະເບີດ ມີ 16 ບ້ານ. ຍັງຈັດຕັ້ງປະຕິບັດແຕ່ບໍ່ທັນສໍາເລັດມີ 36 ບ້ານ ເຊິ່ງພາກສ່ວນທີ່ກ່ຽວຂ້ອງ ພວມເອົາໃຈເກັບກູ້ ແລະ ຈະສືບຕໍ່ ຈົນກວ່າຈະສໍາເລັດຕາມແຜນການທີ່ວາງໄວ້.
ທີ່ມາ: ວິທະຍຸແຂວງສະຫວັນນະເຂດ