ແຮງງານຢູ່ມືອງໝື່ນ ຫລາຍກວ່າ 300 ຄົນ ສົນໃຈສະໜັກໄປເຮັດວຽກຕາມລະດູການຢູ່ ສ.ເກົາຫລີ

ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງໝື່ນ ແຂວງວຽງຈັນ ຮ່ວມກັບບໍລິສັດ ສຸກໃຈ ຈັດຫາງານ ຈັດພິທີ ສຳ ພາດຄັດເລືອກເອົາແຮງງານໄປອອກແຮງງານຕາມລະດູການ ຢູ່ສາທາລະນະລັດ ເກົາຫລີ ໃນວັນທີ 15 ມັງກອນ 2025 ທີ່ສູນໄອຊີທີ ເມືອງໝື່ນ ໂດຍການເປັນປະທານຂອງທ່ານ ສອນໄຊ ຫລວງອາໄພ ວ່າການເຈົ້າເມືອງໆໝື່ນ.
ທ່ານ ແພງປີວ ທິດລຽມຂວັນ ຮອງຫົວໜ້າພະແນກແຮງງານ ແລະ ສະຫັວດດີການສັງຄົມ ແຂວງວຽງຈັນ ໄດ້ກ່າວວ່າ: ການ ເປີດການສຳພາດແຮງງານ ໄປອອກແຮງງານຕາມລະດູການ ຢູ່ສາທາລະນະລັດເກົາຫລີ ຊຸດນີ້ຈະໃຊ້ໄລຍະເວລາ 5 ເດືອນ, ການສໍາພາດຄັ້ງນີ້ແມ່ນມີຄົນມາລົງທະບຽນທັງໝົດ 307 ຄົນ ຍິງ 89 ຄົນ, ໃຊ້ເວລາໃນການສຳພາດແມ່ນ 1 ວັນໃຫ້ສໍາເລັດ.
ສຳລັບມາດຖານ, ເງື່ອນໄຂ, ສະຫວັດດີການ ແລະ ຄ່າຕອບ ແທນຂອງໄປອອກແຮງງານຕາມລະດູການ ຢູ່ສາທາລະນະລັດ ເກົາຫລີ, ຕ້ອງເປັນຄົນທີ່ແຂງແຮງ, ຈົບການສຶກສາຂັ້ນປະຖົມຂຶ້ນໄປ ສາມາດຂຽນ ແລະ ອ່ານພາສາລາວໄດ້, ບໍ່ເປັນພະຍາດຕ້ອງຫ້າມ, ບໍ່ມີສານເສບຕິດ, ບໍ່ມີຄະດີ, ແມ່ນເພດຍິງ ແລະ ປະເພດຊາຍ ມີອາຍຸ 25-40 ປີ, ສາມາດຊໍາລະຄ່າໃຊ້ຈ່າຍຕ່າງໆດ້ວຍຕົນເອງ, ຕ້ອງມີໂທລະສັບ ເພື່ອໃຊ້ລົງທະບຽນຢູ່ ສາທາລະ ນະລັດ ເກົາຫລີ ແລະ ບໍ່ຈຳເປັນຕ້ອງໄດ້ພາສາເກົາຫລີ, ໜ້າວຽກທີ່ຈະໄປໃນຄັ້ງນີ້ແມ່ນ ວຽກງານກະສິກຳ ໃຊ້ໄລຍະເວລາ 5 ເດືອນ.
ໂອກາດດຽວກັນນີ້, ທ່ານ ສອນໄຊ ຫລວງອາໄພ ໄດ້ມີຄຳເຫັນ ຕໍ່ແຮງງານທີ່ຈະໄປເຮັດວຽກຢູ່ ສ ເກົາຫລີ ໃຫ້ທຸກຄົນມີຄວາມພ້ອມໃນການເຮັດວຽກ, ຕ້ອງປະຕິບັດຕາມສັນຍາ, ປະຕິບັດ ຕາມໂມງເວລາທີ່ກຳນົດໄວ້, ເຮັດວຽກຕາມໜ້າທີ່ຕົນເອງຮັບ ຜິດຊອບ ແລະ ຕ້ອງເປັນຄົນຊື່ສັດສຸດຈະລິດ.
ຂ່າວ-ພາບ: ວັນນາ




