ໂຮມຊຸມນຸມ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ
ພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 76 ປີ (20 ມັງກອນ 1949-20 ມັງກອນ 2025) ໄດ້ຈັດຂຶ້ນໃນວັນທີ 17 ມັງກອນ 2025 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະ ການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍຄະນະນໍາກະຊວງປ້ອງກັນປະເທດ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງ ແລະ ພະນັກງານຫຼັກແຫຼ່ງ ກົມກອງອ້ອມຂ້າງກະ ຊວງປ້ອງກັນປະເທດ ເຂົ້າຮ່ວມ.

ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ທົບທວນຫວນຄືນສະພາບແວດລ້ອມກ່ອນການສ້າງຕັ້ງກອງທັບປະຊາຊົນລາວ, ມູນເຊື້ອແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວ, ລວມທັງຜົນ ງານ ແລະ ໄຊຊະນະທີ່ກອງທັບປະຊາຊົນລາວ ຍາດມາໄດ້ຕະ ຫຼອດໄລຍະ 76 ປີຜ່ານມາ, ໂດຍເນື້ອໃນບາງຕອນໄດ້ຍົກໃຫ້ເຫັນວ່າ: ກອງທັບປະຊາຊົນລາວ ກຳເນີດເກີດຂຶ້ນໃນທ່າມກາງປະເທດືຊາດ ຖືກພວກລ່າເມືອງຂຶ້ນຝຣັ່ງເຂົ້າມາຮຸກຮານ ແລະ ຄອບຄອງປະເທດລາວເຮົາ, ໂດຍພາຍໃຕ້ການນຳພາຂອງພັກ, ກອງທັບ ແລະ ປະຊາຊົນລາວບັນດາເຜົ່າໄດ້ລຸກຮືຂຶ້ນຕໍ່ສູ້ຕ້ານການຮຸກຮານ ຢ່າງເປັນຂະບວນຟົດຟື້ນໃນຂອບເຂດທົ່ວປະເທດ.
ໃນວັນທີ 20 ມັງກອນ 1949 ກອງທັບລາວອິດສະຫຼະໄດ້ ຮັບການປະກາດສ້າງຕັ້ງຂຶ້ນ (ເຊິ່ງເປັນຕົ້ນກໍາເນີດຂອງກອງທັບປະຊາຊົນລາວ ໃນປັດຈຸບັນ) ຢູ່ເຂດລາວຮຸ່ງພຽງສາ, ເມືອງຊຽງຄໍ້ ແຂວງຫົວພັນ, ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ ປະກາດສ້າງຕັ້ງ ແລະ ຊີ້ນຳ-ບັນຊາໂດຍກົງ. ການປະກາດສ້າງຕັ້ງກອງທັບປະຊາຊົນລາວ ແມ່ນເຫດການ ການເມືອງທີ່ມີຄວາມໝາຍສໍາຄັນທີ່ສຸດ, ເຊິ່ງເປັນເຫດການປະຫວັດສາດໜຶ່ງທີ່ສຳຄັນຂອງຊາດ, ເປັນບາດກ້າວແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດ, ທັງແມ່ນການເຕີບໃຫຍ່ເຂັ້ມແຂງຂອງກຳລັງປະ ກອບອາວຸດ ແລະ ເປັນບາດລ້ຽວທີ່ເປັນລັກສະນະຕັດສິນໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນ ກອງທັບ ໄດ້ຜະເຊີນໜ້າກັບສັດຕູໂຕຮ້າຍກາດທີ່ມີກໍາລັງແຮງເໜືອກວ່າ ນັບທັງດ້ານກໍາລັງພົນ ແລະ ອາວຸດຍຸດໂທປະກອນທີ່ທັນສະໄໝກວ່າ, ແຕ່ດ້ວຍນໍ້າໃຈຮັກຊາດອັນສູງສົ່ງ, ການສືບ ທອດມູນເຊື້ອພິລະອາດຫານບໍ່ຍອມຈໍານົນຂອງບັນພະບຸລຸດ ແລະ ຊົນເຊື້ອຊາດລາວ, ກອງທັບເຮົາໄດ້ດໍາເນີນການຕໍ່ສູ້ຢ່າງພິລະອາດຫານ, ເດັດດ່ຽວໜຽວແໜ້ນ ແລະ ຍາດໄດ້ໄຊຊະນະເປັນກ້າວໆມາ, ກ້າວໄປສູ່ການສະຖາປະນາ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ວັນທີ 2 ທັນວາ 1975 ຢ່າງສະຫງ່າ ຜ່າເຜີຍ.
ຜ່ານການເຝິກຝົນຫຼໍ່ຫຼອມ ແລະ ທົດສອບໃນແປວໄຟສົງຄາມຕໍ່ສູ້ເພື່ອຍາດເອົາເອກະລາດແຫ່ງຊາດ, ໃນສະພາບແວດ ລ້ອມ ແລະ ເງື່ອນໄຂສຸດທີ່ຫຍຸ້ງຍາກລໍາບາກນັ້ນ, ກອງທັບເຮົາໄດ້ສ້າງວິລະກຳ ອັນລໍ້າເລີດຫຼາຍປະການ, ສ້າງປະຫວັດສາດໜ້າໃໝ່ ແລະ ມູນເຊື້ອວີລະຊົນຂອງຊາດລາວ ວີລະຊົນຢ່າງສະຫງ່າງາມ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ກອງທັບປະຊາຊົນລາວ ໄດ້ສືບຕໍ່ປະຕິບັດສອງໜ້າທີ່ຍຸດທະສາດຂອງພັກ ຄື: ປົກ ປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນກຳລັງຫຼັກ ແຫຼ່ງໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ທົ່ວປວງຊົນຮອບດ້ານຂອງພັກ, ເປັນເຈົ້າການປົກປັກຮັກ ສາໝາກຜົນຂອງການປະຕິວັດ, ເສີມຂະຫຍາຍທາດແທ້ມູນເຊື້ອຂອງກອງທັບ, ສຸມໃສ່ປັບປຸງກໍ່ສ້າງກໍາລັງໃນທຸກດ້ານ, ອົບຮົມ- ຫັດແອບ, ປັບປຸງລະບຽບແບບແຜນ, ເຮັດໃຫ້ກອງທັບນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ.
ເພື່ອສືບຕໍ່ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າ ງາມຂອງກອງທັບ, ໃນຕໍ່ໜ້ານີ້ ຕ້ອງເພີ່ມທະວີຄວາມຕັ້ງຕໍ່ບໍລິສຸດຕໍ່ປະເທດຊາດ, ຕໍ່ພັກ ແລະ ປະຊາຊົນ, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະ ຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໂດຍສະເພາະມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ໃຫ້ເປັນຂະບວນການ ແລະ ມີໝາກຜົນຕົວຈິງ, ສຸມໃສ່ເຮັດໃຫ້ສະພາບໃນທົ່ວປະເທດມີຄວາມສະຫງົບຢ່າງໜັກແໜ້ນ ດ້ວຍການຫັນລົງກໍ່ສ້າງຮາກຖານການເມືອງ, ສ້າງທ່າສະໜາມ ປກຊ-ປກສ 3 ຂັ້ນ ທົ່ວປວງຊົນຮອບດ້ານ, ເພີ່ມທະວີການນໍາພາຂອງພັກຕໍ່ກໍາລັງປະກອບອາວຸດປ້ອງກັນຊາດ, ສ້າງກອງທັບປະຊາຊົນລາວ ໃຫ້ໜັກແໜ້ນທາງດ້ານຄຸນທາດການເມືອງ, ຄຸນທາດປະຕິວັດ ແລະ ມີລະບຽບວິໄນເຂັ້ມງວດ, ເຊີດຊູນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ນໍ້າໃຈປະຢັດມັດທະຍັດ, ສຸມໃສ່ສ້າງ ພະລາທິການກັບທີ່ ເພື່ອຍົກລະດັບຊີວິດການເປັນຢູ່ຂອງກອງທັບໃຫ້ນັບມື້ດີຂຶ້ນ, ເຊື່ອມຊຶມກຳແໜ້ນ ແລະ ປະຕິບັດແນວທາງການຕ່າງປະເທດຂອງພັກໃຫ້ຖືກຕ້ອງ, ເພີ່ມທະວີການພົວພັນຮ່ວມມືກັບກອງທັບ ບັນດາປະເທດສັງຄົມນິຍົມອ້າຍ ນ້ອງເຊັ່ນ: ສສ ຫວຽດນາມ, ສປ ຈີນ, ສະຫະພັນຣັດເຊຍ ແລະ ປະເທດເພື່ອນມິດປະເທດໃກ້ຄຽງ ເພື່ອປະກອບສ່ວນເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືສາກົນ.
ໃນໂອກາດດຽວກັນນັ້ນ, ສະຫາຍ ພັນເອກ ສຸລິໄຊ ພິຈິດ ຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ ໄດ້ຕາງໜ້າໃຫ້ກົມໃຫຍ່ເສນາທິການກອງທັບ ເຜີຍແຜ່ຄໍາສັ່ງປະຈຳວັນຂອງລັດຖະມົນຕີກະຊວງປ້ອງກັນປະເທດ ກ່ຽວກັບການຈັດຕັ້ງສະ ເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ຕື່ມອີກ.
ຂ່າວ: ອາຫວຸ້ນ




