ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄໍາມ່ວນ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 76 ປີ

Jan 17, 2025

ຄໍາມ່ວນ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 76 ປີ
ວັນທີ 17 ມັງກອນນີ້, ແຂວງຄໍາມ່ວນ ໄດ້ຈັດປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 76 ປີ (20 ມັງກອນ 1949-20 ມັງກອນ 2025) ຂຶ້ນທີ່ສະໂມສອນຂອງແຂວງ ໂດຍໃຫ້ກຽດປາຖະກະຖາຂອງ ທ່ານ ພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີທ່ານ ພົນຈັດ ຕະວາ ສົມແຄນ ອັບປະສອນ ຄະນະປະຈໍາພັກແຂວງ ເລຂາພັກຫົວໜ້າການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ, ມີບັນດາອະດີດພະນັກງານປະຕິວັດອາວຸໂສບໍານານ, ກຳລັງ ປກຊ – ປກສ , ຕະຫຼອດຮອດພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າ ຮ່ວມ.
ທ່ານ ພົນໂທ ແສງນວນ ໄຊຍະລາດ ໄດ້ຫວນຄືນເຖິງປະ ຫວັດການກໍາເນີດຂອງກອງທັບປະຊາຊົນລາວ, ຜົນງານ, ໄຊ ຊະນະ ແລະ ການເຕີບໃຫຍ່ຂະຫຍາຍຕົວໃນແຕ່ລະໄລຍະ ໂດຍ ສະເພາະໄລຍະດຳເນີນການປະຕິວັດຕໍ່ສູ້ປົດປ່ອຍຊາດ, ໄລຍະປະຕິບັດສອງໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ.
ການປາຖະກະຖາຄັ້ງນີ້, ເພື່ອແນໃສ່ສຶກສາອົບຮົມພະນັກງານ, ທະຫານ, ຕໍາຫຼວດ, ປະຊາຊົນບັນດາເຜົ່າໃນທົ່ວສັງຄົມ ໄດ້ທົບທວນຄືນ, ຮູ້ໄດ້ການກໍາເນີດ, ການເຕີບໃຫຍ່ຂະຫຍາຍຕົວ, ເຫັນໄດ້ຜົນງານ ໄຊຊະນະທີ່ຍາດມາໄດ້ ແລະ ກໍາໄດ້ທາດແທ້ ມູນເຊື້ອອັນສະຫງ່າງາມ ຂອງກອງທັບປະຊາຊົນລາວ, ທັງປູກຈິດສໍານຶກ, ມີຄວາມກະຕັນຍູຮູ້ບຸນຄຸນນັກວິລະຊົນແຫ່ງຊາດ, ນັກຮົບແຂ່ງ ຂັນ, ພະນັກງານ-ນັກຮົບ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າທີ່ໄດ້ອຸທິດຊີວິດເພື່ອພາລະກິດປະຕິວັດເພື່ອປະເທດຊາດ ແລະ ເປັນການເສີມຂະຫຍາຍທາດແທ້ມູນເຊື້ອອັນສະຫງ່າງາມຂອງກອງທັບ.
ຂ່າວ : ມະນີວັນ