ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ສີຈິ້ນຜິງ ຊີ້ນຳໃຫ້ເສີມຂະຫຍາຍທ່າແຮງດ້ານຊັບພະຍາກອນຫິມະນ້ຳກ້ອນ ເພື່ອພັດທະນາເສດຖະກິດ.

Jan 17, 2025

ກອງປະຊຸມວຽກງານເສດຖະກິດຂັ້ນສູນກາງຂອງຈີນ ທີ່ຈັດຂຶ້ນເມື່ອທ້າຍປີ 2024 ໄດ້ວາງແຜນພັດທະນາເສດຖະກິດ 2025 ໂດຍກຳນົດຢ່າງຈະແຈ້ງ ໃຫ້ຕັ້ງໜ້າພັດທະນາເສດຖະກິດຫິມະນ້ຳກ້ອນ. ເຂດແດນຫິມະນ້ຳກ້ອນທີ່ເຄີຍເຮັດໃຫ້ຄົນ “ລີ້ໜາວຢູ່ແຕ່ໃນເຮືອນ” ໃນໄລຍະຜ່ານມາ ແຕ່ມາເຖິງປັດຈຸບັນຊ້ຳພັດດຶງດູດນັກທ່ອງທ່ຽວຈາກແຫ່ງຕ່າງໆມາທ່ຽວ ແລະກາຍເປັນຊັບພະຍາກອນທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍົມສູງ. ກະແສນິຍົມທ່ອງທ່ຽວຫິມະນ້ຳກ້ອນ ຄືພຶດຕິກຳຕົວຈິງອັນສຳເລັດຜົນໃນການປະຕິບັດແນວຄິດ “ຫິມະນ້ຳກ້ອນກໍແມ່ນພູເງິນພູຄຳ”, ເປັນການສ່ອງແສງໃຫ້ເຫັນເຖິງເສດຖະກິດ-ສັງຄົມຈີນ ທີ່ເຕັມໄປດ້ວຍຄວາມມີຊີວິດຊີວາ.
ຊັບພະຍາກອນຫິມະນ້ຳກ້ອນບົ່ມຊ້ອນປະສິດທິຜົນສູງດ້ານການທ່ອງທ່ຽວວັດທະນະທຳ
ປະເທດຈີນ ອຸດົມສົມບູນໄປດ້ວຍຊັບພະຍາກອນຫິມະນ້ຳກ້ອນ, ມີເງື່ອນໄຂທາງທຳມະຊາດທີ່ເປັນທ່າແຮງໃນດ້ານນີ້. ໃນເວລາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເຂດພາກຕາເວັນອອກສຽງເໜືອ ແລະ ໃນໂອກາດຄົ້ນຄວ້າພິຈາລະນານຳຄະນະຜູ້ແທນ ທີ່ເຂົ້າຮ່ວມກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ແລະ ກອງປະຊຸມສະພາປືກສາການເມືອງປະຊາຊົນແຫ່ງຊາດຈີນ ຫຼືເອີ້ນຫຍໍ້ວ່າ ກອງປະຊຸມສອງສະພາ, ທ່ານ ສີຈິ້ນຜິງ ໄດ້ກ່າວເນັ້ນໜັກມາຫຼາຍເທື່ອວ່າ: “ຫິມະນ້ຳກ້ອນກໍແມ່ນພູເງິນພູຄຳ”, “ຕ້ອງນຳໃຊ້ຊັບພະຍາກອນ ແລະ ທ່າແຮງພິເສດຂອງເຂດພາກຕາເວັນອອກສຽງເໜືອ ຊຸກຍູ້ເຂດໜາວພັດທະນາເສດຖະກິດຫິມະນ້ຳກ້ອນໃຫ້ເລັ່ງໄວຂຶ້ນ”.
ລະດູໜາວເຖິງຈະມີອາກາດໜາວ, ແຕ່ຊັບພະຍາກອນຫິມະນ້ຳກ້ອນ ຊ້ຳພັດສາມາດພາໃຫ້ເກີດມີປະສິດທິຜົນສູງ ດ້ານການພັດທະນາເສດຖະກິດແບບເບິ່ງຂ້າມບໍ່ໄດ້. ສຳລັບປະເທດຈີນແລ້ວ, ແຕ່ເໜືອຮອດໃຕ້, ຈາກກິລາຫິມະນ້ຳກ້ອນ ຮອດການທ່ອງທ່ຽວຫິມະນ້ຳກ້ອນເພື່ອພັກຜ່ອນຢ່ອນໃຈ, ກະແສນິຍົມຫິມະນ້ຳກ້ອນໄດ້ຂະຫຍາຍໄປທົ່ວປະເທດ, ເຮັດໃຫ້ຂະແໜງການທ່ອງທ່ຽວຫິມະນ້ຳກ້ອນຂອງຫຼາຍແຫ່ງມີຊື່ສຽງໂດ່ງດັງຂຶ້ນ.
ຊັບພະຍາກອນຫິມະນ້ຳກ້ອນໄດ້ກະຕຸ້ນໃຫ້ຊົນນະບົດພັດທະນາຢ່າງມີຊີວິດຊີວາ.
ໃນໄລຍະກອງປະຊຸມສອງສະພາ ປະຈຳປີ 2015, ໃນໂອກາດຄົ້ນຄວ້າພິຈາລະນາ ນຳຄະນະຜູ້ແທນແຂວງຈີຫຼິນ ທາງພາກຕາເວັນອອກສຽງເໜືອຂອງຈີນ, ທ່ານ ສີຈິ້ນຜິງ ໄດ້ສອບຖາມວ່າ: “ເອົາຫິມະແລກເງິນໄດ້ແລ້ວບໍ່?” ຜູ້ແທນສະພາປະຊາຊົນແຫ່ງຊາດຜູ້ໜຶ່ງໄດ້ຕອບວ່າ: “ຈຳນວນຖ້ຽວບິນໃນໄລຍະລະດູໜາວ ແມ່ນຫຼາຍກວ່າໄລຍະລະດູຮ້ອນແລ້ວ.”
ປັດຈຸບັນ, ໄປຄຽງຄູ່ກັບເສດຖະກິດຫິມະນ້ຳກ້ອນພັດທະນາຢ່າງຟົດຟື້ນ, ການພັດທະນາຊົນນະບົດໃຫ້ຈະເລີນຮອບດ້ານແບບ “ຫິມະນ້ຳກ້ອນ+” ບໍ່ພຽງແຕ່ເຮັດໃຫ້ນັກທ່ອງທ່ຽວຮູ້ສຶກເພິ່ງພໍໃຈເທົ່ານັ້ນ ຍັງໄດ້ສ້າງຜົນປະໂຫຍດຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນທ້ອງຖິ່ນນຳອີກ.
ບ້ານເປີຍຈີ ຂອງເມືອງມໍ້ເຫີ ແຂວງເຮີຍໂຫຼງຈ່ຽງ ຕັ້ງຢູ່ເຂດເໜືອສຸດຂອງແຜ່ນດິນໃຫຍ່ຈີນ, ແຕ່ລະປີອຸນຫະພູມຕິດລົບ 7 ເດືອນປາຍ. ນາງ ສືຢຸ້ຍຈ່ວນ ຊາວບ້ານບ້ານເປີຍຈີ ໄດ້ເປີດເຮືອນຕົນເອງໃຫ້ນັກທ່ອງທ່ຽວສາມາດມານອນໄດ້, ຫ້ອງນອນໄດ້ເພີ່ມຈາກ 3 ຫ້ອງເປັນ 8 ຫ້ອງ, ສ່ວນການຈອງຫ້ອງ ແຕ່ກ່ອນໄດ້ລໍຄອຍແຂກ ແຕ່ດຽວນີ້ຫ້ອງຈອງເຕັມຕະຫຼອດ. ຂະບວນການພັດທະນາເຮືອນໃຫ້ນັກທ່ອງທ່ຽວເຂົ້າພັກໄດ້ແຫ່ງນີ້ ເປັນສັກຂີພິຍານໃຫ້ແກ່ດິນແດນຫິມະນ້ຳກ້ອນ ຢູ່ບ້ານເກີດຂອງນາງໄດ້ກາຍເປັນພູເງິນພູຄຳ.
ວັນທີ 6 ກັນຍາ 2023, ທ່ານ ສີຈິ້ນຜິງ ໄດ້ເຄື່ອນໄຫວຢ້ຽມຢາມບ້ານເປີຍຈີ ໂດຍໄດ້ໂອ້ລົມກັບຊາວບ້ານຢ່າງສະໜິດສະໜົມຢູ່ໃນເຮືອນພັກຂອງ ນາງ ສືຢຸ້ຍຈ່ວນ, ເພິ່ນໄດ້ຍ້ອງຍໍຊົມເຊີຍຕໍ່ຊັບພະຍາກອນດ້ານການທ່ອງທ່ຽວ ທີ່ມີເງື່ອນໄຂພິເສດຂອງບ້ານນີ້. ເພິ່ນຊີ້ໃຫ້ເຫັນວ່າ: ການພັດທະນາຂະແໜງການທ່ອງທ່ຽວແມ່ນຈຸດສຸມເປັນກຳລັງອັນສຳຄັນ ເພື່ອຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ, ພ້ອມທັງຝາກຄວາມຫວັງຢ່າງສູງວ່າ: “ຈົ່ງເຮັດໃຫ້ທິວທັດທຳມະຊາດຊາຍແດນພາກເໜືອຂອງປະເທດຊາດ ແລະ ຊັບພະຍາກອນຫິມະນ້ຳກ້ອນ ສາມາດສ້າງລາຍຮັບໃຫ້ແກ່ພີ່ນ້ອງປະຊາຊົນຢ່າງບໍ່ຢຸດຢັ້ງ.”
ທີ່ຈິງແລ້ວ ຢູ່ແຫ່ງຕ່າງໆໃນທົ່ວປະເທດຈີນ, ບ້ານຊົນນະບົດທີ່ອີງໃສ່ຊັບພະຍາກອນຫິມະນ້ຳກ້ອນ ພັດທະນາຢ່າງຟົດຟື້ນຂຶ້ນອີກຄືດັ່ງບ້ານເປີຍຈີ ແມ່ນມີຢູ່ເປັນພັນເປັນໝື່ນບ້ານ.
ຊັບພະຍາກອນຫິມະນ້ຳກ້ອນໄດ້ກະຕຸ້ນແຮງຂັບເຄື່ອນເສດຖະກິດ.
ຫຼັງຈາກງານກິລາໂອລິມປິກລະດູໜາວປັກກິ່ງ 2022, ຈາກຂັ້ນສູນກາງຕະຫຼອດຮອດທ້ອງຖິ່ນ, ຈີນໄດ້ວາງນະໂຍບາຍຕ່າງໆ ເພື່ອສະໜັບສະໜູນການພັດທະນາເສດຖະກິດຫິມະນ້ຳກ້ອນ. ສະເພາະແຕ່ປີ 2024 ເທົ່ານັ້ນ ກໍມີນະໂຍບາຍຂັ້ນສູນກາງຫຼາຍປະການໄດ້ວາງອອກຕາມລຳດັບ.
ການແຂ່ງຂັນກິລາຫິມະນ້ຳກ້ອນພັດທະນາຢ່າງຟົດຟື້ນ ເຊິ່ງໄດ້ເສີມຂະຫຍາຍກຳລັງບົ່ມຊ້ອນດ້ານເສດຖະກິດການແຂ່ງຂັນກິລາຕື່ມອີກ. ຕາມຄາດຄະເນວ່າ: ໃນໄລຍະງານມະຫະກຳກິລາລະດູໜາວທົ່ວປະເທດຈີນ ຄັ້ງທີ 14 ທີ່ຈັດຂຶ້ນຢູ່ເຂດປົກຄອງຕົນເອງມົງໂກ ໃນເມື່ອຕົ້ນປີ 2024, ນະຄອນຮູລຸນເບີ ໄດ້ຕ້ອນຮັບນັກທ່ອງທ່ຽວເຖິງ 1.774.000 ເທື່ອຄົນ, ສ້າງລາຍຮັບດ້ານການບໍລິໂພກດ້ານກິລາ ແລະ ອື່ນໆລວມທັງໝົດ 32ຕື້ຢວນ.
ລະດູການຫິມະນ້ຳກ້ອນ 2024-2025, ນະຄອນຫຼວງປັກກິ່ງ ໃນຖານະເປັນຕົວເມືອງທີ່ເຄີຍເປັນເຈົ້າພາບຈັດງານກິລາໂອລິມປິກລະດູຮ້ອນ ແລະ ລະດູໜາວນັ້ນ ໄດ້ເປັນເຈົ້າພາບຈັດການແຂ່ງຂັນກິລາຫິມະນ້ຳກ້ອນຫຼາຍຄັ້ງເຊັ່ນ: ງານສະເກັດນ້ຳກ້ອນຄວາມໄວໂລກຂອງສະຫະພັນສະເກັດນ້ຳກ້ອນສາກົນ, ງານກິລາສະເກັດນ້ຳກ້ອນຄວາມໄວໄລຍະສັ້ນສັນຈອນໂລກ ຂອງສະຫະພັນສະເກັດນ້ຳກ້ອນສາກົນເປັນຕົ້ນ; ເດືອນກຸມພາ 2025, ງານກິລາລະດູໜາວເອຊຽນເກມ ຄັ້ງທີ 9 ກໍຈະຈັດຂຶ້ນຢູ່ນະຄອນຮາບິນ ແຂວງເຮີຍໂຫຼງຈ່ຽງ ຂອງຈີນໃນໄວໆນີ້… ການຈັດງານກິລາລະດັບສາກົນຕ່າງໆ ຍ່ອມຈະເປີດກວ້າງການບໍລິໂພກດ້ານກິລາຫິມະນ້ຳກ້ອນ ພ້ອມດ້ວຍການບໍລິໂພກທີ່ກ່ຽວຂ້ອງ, ຍົກສູງປະສິດທິຜົນດ້ານທຸລະກິດຂອງກິດຈະກຳການແຂ່ງຂັນກິລາຫິມະນ້ຳກ້ອນໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ.
ຫົວໜ່ວຍທຸລະກິດດ້ານເສດຖະກິດຫິມະນ້ຳກ້ອນຂອງຈີນ ຕົ້ນຕໍແມ່ນກ່ຽວຂ້ອງກັບຂົງເຂດຕ່າງໆເຊັ່ນ: ການກໍ່ສ້າງ ແລະ ດຳເນີນງານຂອງສະໜາມກິລາຫິມະນ້ຳກ້ອນ, ການຜະລິດ ແລະ ດຳເນີນທຸລະກິດດ້ານອຸປະກອນກິລາຫິມະນ້ຳກ້ອນ ກໍຄື ການທ່ອງທ່ຽວ, ການແຂ່ງຂັນ, ກິດຈະກຳພັກຜ່ອນຢ່ອນໃຈດ້ານຫິມະນ້ຳກ້ອນ ແລະ ວັດທະນະທຳຫິມະນ້ຳກ້ອນເປັນຕົ້ນ. ນັບມາຮອດປັດຈຸບັນ, ຈີນມີວິສາຫະກິດທີ່ກ່ຽວຂ້ອງກັບກິລາຫິມະນ້ຳກ້ອນ 12.660 ກວ່າແຫ່ງ.
ຈາກສູນກາງຮອດທ້ອງຖິ່ນ, ຈາກການແຂ່ງຂັນກິລາຮອດວິສາຫະກິດ, ຊັບພະຍາກອນຫິມະນ້ຳກ້ອນ ໄດ້ເຊື່ອມໂຍງເຂົ້າໃນການພັດທະນາເສດຖະກິດຈີນຢ່າງຮອບດ້ານ, ພວມກາຍເປັນກຳລັງແຮງອັນສຳຄັນ ໃນການຂັບເຄື່ອນການພັດທະນາເສດຖະກິດເຂດແຄວ້ນ, ຍົກສູງຊື່ສຽງ ແລະ ກຳລັງແຂ່ງຂັນຂອງຕົວເມືອງ.