ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະນໍາເມືອງຕະໂອ້ຍ ເຄື່ອນໄຫວຢ້ຽມຢາມເມືອງອາເຫລື້ອຍ

Jan 17, 2025

ໃນຕອນບ່າຍຂອງວັນທີ 16 ມັງກອນນີ້ ທ່ານ ອ່ອນແກ້ວ ໝື່ນວິໄລ ຮອງເລຂາພັກເມືອງ ຜູ້ຊີ້ວຽກງານການເມືອງ – ແນວ ຄິດ,ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນໃນທົ່ວເມືອງ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຂົ້າຮ່ວມອວຍພອນການນຳເມືອງອາເຫລື້ອຍ ( ສສ ຫວຽດນາມ ) ເນື່ອງໃນໂອກາດບຸນປີໃໝ່ຫວຽດນາມ 2025 ຢູ່ທີ່ຫ້ອງຮັບແຂກຂອງເມືອງເຫລື້ອຍ.
ໃນພິທີພົບປະຢ້ຽມຢາມ ແລະ ອວຍພອນຄັ້ງນີໄດ້ມີການພັດປ່ຽນກັນຂຶ້ນລາຍງານ ວຽກງານຮອບດ້ານຂອງເມືອງໂດຍສະ ເພາະແມ່ນຂົງເຂດການເມືອງ,ຂົງເຂດເສດຖະກິດ, ຂົງເຂດວັດທະ ນະທຳ – ສັງຄົມ ແລະ ຂົງເຂດປ້ອງກັນຊາດ – ປ້ອງກັນຄວາມສະ ຫງົບ.
ເມືອງຕະໂອ້ຍ ແຂວງສາລະວັນ ( ສປປ ລາວ ) ແລະ ເມືອງອາເຫລື້ອຍ ແຂວງເທື່ອທຽນເຫວ້ ( ສສຫວຽດນາມ ) ໃນໄລຍະຫຼາຍປີຜ່ານມາແມ່ນເປັນເມືອງແຮກສ່ຽວ ທີ່ມີການພົວພັນ, ການຊ່ວຍເຫຼືອ, ການໄປມາຫາສູ່ກັນ – ໄປພຸ້ນກິນປາ ມາພີ່ກິນເຂົ້າ, ເພື່ອນອ້າຍນ້ອງ ບ້ານໃກ້ເຮືອນຄຽງເປັນເວລາອັນດົນນານມາແລ້ວ ແລະ ຍັງໄດ້ສືບຕໍ່ຮັກສາມູນເຊື້ອອັນພິເສດດັ່ງກ່າວ ຈົນມາຮອດທຸກວັນນີ້.
ທັງ 2 ຝ່າຍຍັງຈະໄດ້ຮັບການປັບປຸງ ແລະ ເພີ່ມພູ້ນຄູນສ້າງສາຍພົວພັນແບບພິເສດ ໃຫ້ມີຄວາມໜັກແໜ້ນ, ເລິກເຊິ່ງກວ່າເກົ່າ, ສາຍພົວພັນມິດຕະພາບຄວາມສາມັກຄີ, ການຮ່ວມມືພິເສດ ລະຫວ່າງ 2 ພັກ – 2 ຊາດ ແລະ 2 ປະຊາຊົນຊາວເມືອງຕະໂອ້ຍ ແລະ ເມືອງອາເຫລື້ອຍ ໃຫ້ນັບມື້ໝັ້ນຄົງທະນົງແກນ ແລະ ແຕກດອກອອກຜົນຕະຫລອດໄປ.
ໃນພິທີດັ່ງກ່າວ ພະນັກງານການນໍາເມືອງຕະໂອ້ຍ ພ້ອມຄະ ນະ ແລະ ເມືອງອາເຫລື້ອຍ ພ້ອມກັນແລກຂອງຂັວນເຊິ່ງກັນ ແລະ ກັນ ເພື່ອສະແດງເຖິ່ງຄວາມຮັກແພງ, ຄວາມສາມັກຄີໄມ້ຕີຈິດ ແລະ ການພົວພັນແບບມິດຕະພາບອັນພິເສດ ລາວ – ຫວຽດນາມ, ຫວຽດນາມ-ລາວ. ພ້ອມກັນນີ້ ບັນດາທ່ານຍັງຮັບຊົມການສະແດງສິລະປະ – ວັນນະຄະດີ ຈາກກ້ອງສິລະປະຂອງເມືອງຕື່ມອີກ.
ພາບ-ຂ່າວ: ຄໍານ້ອຍ ໄຊຍະສຸກ