ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈະສໍາຫຼວດຄວາມເປັນໄປໄດ້ໃນການປູກກາເຟໝາກກາງ ຢູ່ເມືອງປາກຊ່ອງ

Jan 17, 2025

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການສຶກສາກສຳຫລວດຄວາມເປັນໄປໄດ້ ໃນການລົງທຶນສຳປະທານເນື້ອທີ່ດິນ 150 ເຮັກຕາ ເພື່ອປູກາເຟໝາກກາງ ຢູ່ບ້ານຕາເຢິກເສືອ, ເມືອງປາກຊ່ອງ ແຂວງຈຳປາສັກ ລະຫວ່າງ ແຂວງຈໍາປາສັກ ຕາງໜ້າໂດຍພະແນກແຜນການ ແລະ ການລົງທຶນແຂວງ ກັບ ບໍລິສັດ ປາກຊ່ອງ ລົງທຶນ ພັດທະນາກະສິກຳ ຈຳກັດຜູ້ດຽວ ຂັດຂຶ້ນໃນວັນທີ 17 ມັງກອນ 2025 ທີ່ພະແນກແຜນການ ແລະ ການລົງທຶນ ໂດຍການເຂົ້າຮ່ວມຂອງທ່ານ ໂສມ ບຸດຕະກຸນ ຮັກ ສາການເຈົ້າແຂວງຈໍາປາສັກ
ໃນພິທີໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຈໍາປາສັກ ວ່າດ້ວຍການມອບສິດໃຫ້ພະແນກແຜນການ ແລະ ການລົງທຶນແຂວງຕາງໜ້າໃຫ້ອົງການປົກຄອງແຂວງ ເຊັນບົດບັນທຶກຄວາມ ເຂົ້າໃຈ (MOU) ວ່າດ້ວຍການສຶກສາສຳຫລວດຄວາມເປັນໄປໄດ້ ໃນການລົງທຶນສຳປະທານ ເນື້ອທີ່ດິນ 150 ເຮັກຕາ ເພື່ອປູກກາເຟໝາກກາງ ຢູ່ບ້ານຕາເຢິກເສືອ ເມືອງປາກຊ່ອງ, ແຂວງຈຳ ປາສັກ ຂອງບໍລິສັດ ປາກຊ່ອງ ລົງທຶນ ພັດທະນາກະສິກໍາ ຈຳກັດຜູ້ດຽວ.
ຮ່ວມລົງນາມໃນຄັ້ງນີ້, ຝ່າຍອົງການປົກຄອງແຂວງ ປະກອບມີ: ທ່ານ ສຸກສະຫວັນ ວິໄລວົງ, ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ທ່ານ ບຸນລິດ ເທບບຸນສູງ ວ່າການເຈົ້າເມືອງປາກຊ່ອງ, ທ່ານ ສຸລະພົນ ກໍມະນີ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ຝ່າຍບໍລິສັດ ມີ: ທ່ານ ຫງວຽນ ຢຸຍ ວົງ ອໍານວຍການບໍລິສັດ ປາກຊ່ອງ ລົງທຶນ ພັດທະນາກະສິກຳ ຈຳ ກັດຜູ້ດຽວ, ທ່ານ ອຸດົມສິດ ໝື່ນອະນຸກຸນ ໃນນາມຜູ້ເຊັນເປັນພະຍານຂອງບໍລິສັດ.
ຂ່າວ-ພາບ: ຈັນທະວີສັກ ເຊັນສຸດໃຈ
May be an image of 11 people, dais and text