ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີຜ່ານມາ ກອງທຶນພັດທະນາໄຊສົມບູນສາມາດລະດົມທຶນໄດ້ 86,82 ຕື້ກີບ

Jan 17, 2025

ກອງທຶນພັດທະນາໄຊສົມບູນ ໄດ້ຈັດກອງປະຊຸມສະພາບໍລິ ຫານກອງທຶນພັດທະນາໄຊສົມບູນ ຄັ້ງທີ X ຂຶ້ນ ໃນຕອນເຊົ້າຂອງວັນທີ 16 ມັງກອນ 2025 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ສຸກສະຫວາດ ວົງພູມເຫຼັກ ຮອງເຈົ້າແຂວງໄຊສົມບູນ, ປະທານສະພາບໍລິຫານ ກອງທຶນພັດທະນາໄຊສົມບູນ.
ກອງປະຊຸມໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາບໍລິຫານ ຄັ້ງທີ IX, ການເຄື່ອນໄຫວວຽກງານປະຈຳປີ 2024 ແລະ ທິດທາງປີ 2025. ແລະ ລາຍງານສະພາບແຫຼ່ງທຶນ ແລະ ວຽກງານສະໜອງທຶນ ຊຶ່ງຕະຫຼອດໄລຍະ 4 ປີ ຜ່ານມາ ກອງທຶນພັດທະນາໄຊສົມບູນ ໄດ້ເອົາໃຈໃສ່ໃນການປະຕິ ບັດພາລະບົດບາດຂອງຕົນ ເປັນຕົ້ນ ສາມາດລະດົມແຫລ່ງທຶນໄດ້ຈາກຫຼາຍພາກສ່ວນ ທັງສູນກາງ ແລະ ທ້ອງຖິ່ນ ເປັນຈຳນວນເງິນ 154,91 ຕື້ກີບ (ທຶນເພື່ອປ່ອຍສິນເຊື່ອ).
ເວົ້າສະເພາະໃນປີ 2024 ກອງທຶນພັດທະນາໄຊສົມບູນສາ ມາດລະດົມທຶນເພື່ອນຳໃຊ້ເຂົ້າການສະໜອງສິນເຊື່ອເພື່ອຊຸກຍູ້ການຜະລິດເປັນສິນຄ້າ, ການບໍລິການ ແລະ ການຄ້າໄດ້ທັງໝົດ 86,82 ຕື້ກີບໃນນັ້ນ, ປະກອບມີທຶນສົ່ງເສີມວິຊາການ ຈຳນວນ 621 ລ້ານກີບ. ໄດ້ອະນຸມັດສິນເຊື່ອ ທັງໝົດ 265 ບັນຊີ, ວົງ ເງິນອະນຸມັດທັງໝົດ 144,91 ຕື້ກີບ ທຽບໃສ່ປີ 2023 ເພີ່ມຂື້ນ ຈໍານວນ 89,64 ຕື້ກີບ ທຽບໃສ່ແຜນການພາຍໃນປີ 2024 (ຈໍານວນ 80 ຕື້ກີບ) ສາມາດປະຕິບັດໄດ້ 112,05% ແລະ ສາ ມາດເກັບຕົ້ນທຶນຄືນໄດ້ ຈໍານວນ 20,51 ຕື້ກີບ ທັງນີ້ ກໍເພື່ອເປັນການທົບທວນຄືນ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດວຽກງານ ຂອງຄະນະບໍລິຫານ ກອງທຶນພັດທະນາໄຊສົມບູນ ເພື່ອໃຫ້ເຫັນໄດ້ຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ .
ຈາກນັ້ນບັນດາສະມາຊິກສະພາບໍລິຫານ ໄດ້ພ້ອມກັນສຸມທຸກສະຕິປັນຍາດ້ວຍຄວາມຮັບຜິດຊອບສູງ ປະກອບຄຳຄິດຄຳເຫັນໃສ່ຮ່າງບົດສະຫຼຸບ ເພື່ອພ້ອມກັນຄົ້ນຄວ້າ ປັບປຸງແບບແຜນດຳ ເນີນງານໃນຕໍ່ໜ້າ ໃຫ້ດຳເນີນໄປຕາມກົນໄກ ແລະ ສາມາດປະຕິ ບັດສຳເລັດຕາມຄາດໝາຍທີ່ວາງໄວ້.
ຂ່າວ: ນ ບັງອອນ ເພັດມະນີ